ພະແນກກະສິກຳ ແລະ ປ່າໄມ້ແຂວງ ສຳເລັດພິທີມອບຮັບໂຄງການ ສ້ອມແປງຊົນລະປະທານ ບ້ານ ແລ້ງ ເມືອງ ຊ່ອນ ແຂວງ ຫົວພັນ.

ໃນວັນທີ່ 12 ມີຖຸນາ 2020  ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດພິທີມອບຮັບໂຄງການ ສ້ອມແປງຊົນລະປະທານ ບ້ານ ແລ້ງ ເມືອງ ຊ່ອນ ແຂວງ ຫົວພັນ ທີ່ຫ້ອງປະຊຸມ ຂົງເຂດເສດຖະກິດ ເມືອງ ຊ່ອນ ໂດຍການເປັນປະທານຂອງ ທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳ ພັກແຂວງ ຮອງເຈົ້າແຂວງ ແຂວງ ຫົວພັນ, ມີທ່ານ ພູວົງສີ ສົມຮັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ , ມີທ່ານ ສີວີໄລ ພີມມະວົງ ເລຂາພັກ ເມືອງ ເຈົ້າເມືອງ ຊ່ອນ ແລະ ມີຜູ້ຕ່າງໜ້າບໍລິສັດຜູ້ຮັບເມົາກໍສ້າງ ພ້ອມດ້ວຍພະແນກການກ່ຽວຂ້ອງ ແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 40 ກ່ວາທ່ານ.

ໃນພິທີທ່ານ ນ້ອຍຄຳ ພົງສະຫັວນ ວິຊາການຂະແໜງຊົນລະປະທານ ທີປະຈຳ ແລະ ຕິດຕາມການກໍ່ສ້າງໂຄງການຢູ່ພາກສະໝາມໄດ້ ລາຍງານຜົນຂອງການຈັດຕັ້ງປະຕິບັດການກໍ່ສ້າງ,  ໂຄງການກໍ່ສ້າງ ຊົນລະປະທານ ບ້ານແລ້ງ ເມືອງ ຊ່ອນ, ເປັນອີກໂຄງການໜື່ງໃນແຜນອະນຸມັດຂອງລັດຖະບານ ເພື່ອພັດທະນາພື້ນຖານໂຄງລ່າງ ດ້ານກະສິກຳ ລວມມູນຄ່າທັງໝົດ 13 ຕື້ 151 ລ້ານ ກ່ວາກີບ, ໂດຍແມ່ນບໍລິສັດ ຄໍາໄຊກໍ່ສ້າງ ແລະ ສ້ອມແປງເຄຫາຂົວທາງ ຊົນລະປະທານ ເປັນຜູ້ຮັບເມົາກໍສ້າງ, ໂຄງການຊົນລະປະທານ ບ້ານແລ້ງ ເມືອງ ຊ່ອນຕັ້ງຢູ່ທິດຕາເວັນຕົກສຽງເໜືອ ຫ່າງຈາກເທດສະບານເມືອງ ຊ່ອນປະມານ 5 ກິໂລແມັດ ຫ່າງຈາກຕົວເມືອງ ຊຳເໜືອປະມານ 180 ກິໂລແມັດ,  ເຊີ່ງໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ່ 6 ກຸມພາ 2014 ໂດຍມີ 8 ບ້ານ ທີ່ໄດ້ຮັບຜົນປະໂຫຍດຄື: ບ້ານ ແລ້ງ, ບ້ານ ທາດ, ບ້ານ ວກ, ບ້ານ ນາໜົມ, ບ້ານ ນາປໍ້, ບ້ານ ຫ້ວຍເໝືອຍ ແລະ ບ້ານ ເມືອງ ຊ່ອນ, ມີທັງໝົດ 276 ຄອບຄົວ ມີເນື້ອທີ່ທັງໝົດ 500 ກ່ວາເຮັກຕາ, ໂຄງການດັ່ງກ່າວນີ້ ໄດ້ມີແບບແຜນກໍ່ສ້າງ ເປັນລະບົບຖາວອນ, ທັງລະບົບຫົວງານ ແລະ ລະບົບຄອງເໝືອງ ມີຄວາມຍາວທັງໝົດ 1,213 ແມັດ ຜ່ານການກວດກາຂອງຄະນະຮັບຜິດຊອບຕິດຕາມການກໍ່ສ້າງໂຄງການມາຮອດວັນທີ່ 10 ມີຖຸນາ 2020 ການກໍ່ສ້າງ ໂຄງການແມ່ນໄດ້ສຳເລັດ 100 ເປີເຊັນ ຂອງບັນດາໜ້າວຽກ ເປັນຕົ້ນແມ່ນລະບົບຫົວງານ, ຝາຍນໍ້າລົ້ນ, ລະບົບຄອງເໝືອງ ແລະ ການກໍ່ສ້າງເບຕົງອື່ນໆ, ແມ່ນ ສຳເລັດ 100 ເປີເຊັນ ສາມາດປ່ວຍນໍ້າ ເຂົ້າໃສ່ນາ ແລະ ເຂດທຳການຜະລິດ ຂອງປະຊາຊົນທ່ວງທັນຕາມລະດູການ.

ໃນໂອກາດດັ່ງກ່າວແມ່ນໄດ້ຮ່ວມເຊັນ ບົດບັນທືກມອບຮັບໂຄງການກໍ່ສ້າງ ຊົນລະປະທານ ບ້ານ ແລ້ງ ເມືອງ ຊ່ອນລະຫ່ວາງບໍລິສັດຜູ້ຮັບເມົາກໍ່ສ້າງ  ກັບ ເຈົ້າຂອງໂຄງການ ກ່າວມອບໂດຍແມ່ນ ທ່ານ ຄຳ ເຮືອງຄຳໄຊ  ຫົວໜ້າບໍລິສັດ ຄໍາໄຊກໍ່ສ້າງ ຜູ້ຮັບເມົາ ກ່າວຮັບໂດຍແມ່ນທ່ານ ພູວົງ ສີສົມຮັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຕ່າງໝ້າເຈົ້າຂອງໂຄງການ ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງບ້ານຮ່ວມເປັນສະຖິພິຍານ,

ກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມຂອງທ່ານ ພັນທອງ ເພັດໄຊສົມພັນ  ເຊີ່ງເນື້ອໃນເພີ່ນເໜັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຊີ້ນຳນຳພາປະຊາຊົນ ໃນມີການປົກປັກຮັກສາ ນຳໃຊ້ໂຄງການໃຫ້ເກີດປະໂຫຍດສູງສຸດ ແລະ ມອບຄວາມຮັບຜິດຊອບໃຫ້ທຸກພາກສ່ວນ ໂດຍສະເພາະແມ່ນຈຳນວນບ້ານທີ່ໄດ້ຮັບຜົນປະໂຫຍດ ແຕ່ງຕັ້ງໃຫ້ມີຄະນະຮັບຜິດຊອບການຄຸ້ມຄອງການນຳໃຊ້ນໍ້າ ໃຫ້ເປັນລະບົບ , ມີລະບຽບໃນການຄຸ້ມຄອງນຳໃຊ້ໃຫ້ຍາວນານ ແລະ ບຸກເບີກເນື້ອທີ່ທຳການຜະລິດໃຫ້ຫລາຍຂື້ນ ສົ່ງເສີມການຜະລິດເປັນສີນຄ້າສົ່ງອອກ ເອົາໃຈໃສ່ສ້າງລາຍຮັບໃນການຜະລິດກະສິກຳ ໃນການພັດທະນາເສດຖະກິດ ສັງຄົມຂອງເມືອງ ໃຫ້ດີຂື້ນ.

ຂຽນໂດຍ: ນາງ ພອນທິບ ພັນທະວົງ

ບັນນາທິການ: ທ່ານ ນາງ ພວງ ວັນມີວົງສາ