ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ຈັດກອງປະຊຸມລິເລີ່ມແຜນງານ ການຈັດຕັ້ງປະຕິບັດສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້ ໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່.

 

ກອງປະຊຸມໄດ້ຈັດຂື້ນໃນວັນທີ 9 ກໍລະກົດ 2020 ທີ່ຫໍວັດທະນາທຳ ແຂວງ ຫົວພັນ ໂດຍການເປັນປະທານຂອງທ່ານ ພັນທອງ ເພັດໄຊສົມພັນ ເລຂາພັກແຂວງ ຮອງເຈົ້າແຂວງ ແຂວງ ຫົວພັນ, ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ສົມໃຈ ຊານົນຕີ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ພູວົງ ສີສົມຮັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 7 ເມືອງ ເປົ້າໝາຍໂຄງການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 70 ກ່ວາຄົນ.

ໃນກອງປະຊຸມທ່ານ ພັນທອງ ເພັດໄຊສົມພັນ ໄດ້ມີຄຳເຫັນສະເໜີຈຸດປະສົງ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ, ໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ແມ່ນໄດ້ຮັບທືນຈາກກອງທືນ ດິນຟ້າອາກາດສີຂຽວ ແລະ ກະຊວງການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນ ໂດຍໄດ້ຮັບທືນຈັດຕັ້ງປະຕິບັດຢູ່ 6 ແຂວງ ພາກເໜືອ ຄື: ແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ , ແຂວງ ຫົວພັນ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ອຸດົມໄຊ,  ເຊີ່ງວ່າແຂວງ ຫົວພັນໄດ້ຮັບທືນມີ 7 ເມືອງ ຄື: ເມືອງ ຊຳເໜືອ, ເມືອງ ຮ້ຽມ, ເມືອງ ຊ່ອນ, ເມືອງ ວຽງໄຊ, ເມືອງ ຊຳໃຕ້, ເມືອງ ຫົວເມືອງ ແລະ ເມືອງ ສົບເບົາ, ໂດຍໄດ້ສະນັບສະໜູນການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍເຊີ່ງລວມມີ ການຄຸ້ມຄອງບໍລິຫານທີ່ດິນ ແລະ ປ່າໄມ້, ການປະຕິບັດກົດໝາຍ, ການປູກຈິດສຳນືກ ແລະ ການສະໜອງທືນໃຫ້ແກ່ຂະແໜງການແບບຢືນຍົງໂດຍໄດ້ເລັ່ງໃສ່ການປົກປັກຮັກສາປ່າໄມ້, ຫຼຸດຜ່ອນການປ່ອຍທາດອາຍຜິດຂື້ນສູ່ຊັ້ນບັນຍາກາດອັນເປັນສາເຫດເຮັດໃຫ້ສະພາບອາກາດມີການປ່ຽນແປງ ກໍໃຫ້ເກີດມີໄພພິບັດທຳມະຊາດຕ່າງໆ,  ເຊີ່ງໄດ້ຮັບຜົນກະທົບມາຈາກການທໍາລາຍປ່າໄມ້ ການຈູດປ່າເພື່ອຖ່າງປ່າເຮັດໄຮ່, ການປ່ວຍທາດອາຍຜິດຈາກໂຮງງານອຸດສາຫະກຳຕ່າງໆ, ເພື່ອຫຼຸດຜ່ອນຜົນກະທົບນີ້ ໂຄງການໄດ້ສົ່ງເສີມໃຫ້ປະຊາຊົນໄດ້ມີສ່ວນຮ່ວມ, ໃນ ການປັບປຸງການຄຸ້ມຄອງອານຸລັກປ່າໄມ້ ແລະ ການປະຕິບັດກົດໝາຍ, ການວາງແຜນນຳໃຊ້ທີ່ດິນ, ການຄຸ້ມຄອງພູມີທັດປ່າໄມ້ແບບຢືນຍົງ, ສ້າງຕົວແບບທີ່ເປັນທາງເລືອກສຳລັບວຽກງານປ່າໄມ້, ນຳຜົນປະໂຫຍດໂດຍກົງເຖີງປະຊາຊົນໃນຂົງເຂດຊົນນະບົດ , ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດຢູ່ໃນຂອບເຂດປ່າສະຫງວນ, ປ່າປ້ອງກັນ, ໂດຍໄດ້ວາງແຜນການ ການຈັດຕັ້ງປະຕິບັດໂຄງການ, ໃນການຊຸກຍູ້ສົ່ງເສີມການປູກປ່າຄືນໃຫ່ມໃນ 14 ພັນ 500 ເຮັກຕາ, ຟື້ນຟູປ່າໄມ້ 57 ພັນເຮັກຕາ ຫຼີກລ້ຽງການທຳລາຍປ່າໄມ້ຫຼາຍກ່ວາ 34 ພັນ 800 ເຮັກຕາ ແລະ ຫຼຸດຜ່ອນການເຊື້ອມໂຊມຂອງປ່າໄມ້ຫຼາຍກ່ວາ 20 ພັນກ່ວາເຮັກຕາໃນທຸກໆປີ ຈະຫຼຸດຜ່ອນທາດອາຍກາກບອນ 58 ລ້ານໂຕນ ໃຫ້ບັນລຸຕາມແຜນການ ເພື່ອການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຢືນຍົງ.