ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານຂອງໂຄງການ ຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດ 6 ເດືອນ ຕົ້ນປີ ແລະ ວາງແຜນ 6 ເດືອນ ທ້າຍປີ 2020

ໃນ​ວັນ​ທີ 15 ກໍ​ລະ​ກົດ 2020 ນີ້ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂ​ວງ ໄດ້​ຈັດ​ກອງ​ປະ​ຊຸມ ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງົບ​ປະ​ມານ​ຂອງ​ໂຄງ​ການ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຂາດ​ໂພ​ສະ​ນາ​ການ​ໃນ​ເຂດ​ຊົນ​ນະ​ບົດ 6 ເດືອນ ຕົ້ນ​ປີ ແລະ ວາງ​ແຜນ​ 6 ເດືອນ ທ້າຍ​ປີ 2020 ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຄະ​ນະ​ປະ​ຈ​ຳ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ ແຂວງ ຫົວ​ພັນ, ມີ​ທ່ານ ສໍ​ສະ​ຫັວນ ບານ​ຄຳ​ມີ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ​ມີ​ຜູ້​ຕ່າງ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ, ພະ​ແນກ​ແຜນ​ການ ແລະ ການ​ລົງ​ທືນ, ຜູ້​ປະ​ສານ​ງານ​ຂັ້ນ​ແຂວງ, ພ້ອມ​ດ້ວຍ​ທ່ານ​ຮອງ​ເຈົ້າ​ເມືອງ 4 ເມືອງ​ເປົ້າ​ໝາຍ​ໂຄງ​ການ​ເຂົ້າ​ຮ່ວມ​ທັງ​ໝົດ 30 ທ່ານ.

ໃນ​ກອງ​ປະ​ຊຸມ ທ່ານ ໄມ​ພຽງ​ ມາ​ດາ​ຈິດ ຫົວ​ໜ້າ​ຂະ​ແໜງ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ສະ​ຫະ​ກອນ ທັງ​ເປັນ​ຫົວ​ໜ້າ​ຜູ້​ປະ​ສານ​ງານ​ໂຄງ​ການຂັ້ນ​ແຂວງ ໄດ້​ຜ່ານ​ບົດ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ແຜນ​ງົບ​ປະ​ມານ​ໂຄງ​ການ, ໂດຍ​ໄດ້​ດຳ​ເນີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ເດືອນ ສີງ​ຫາ 2017, ເປັນ​ຕົ້ນ​ມາ​ປະ​ຈຸ​ບັນ​ແມ່ນ​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ໂຄງ​ການ​ເປັນ​ທີ່​ຮຽບ​ຮ້ອຍ ໃນ​ວັນ​ທີ່ 14 ທັນ​ວາ ປີ 2018 ແລະ ໄດ້​ມີ​ພິ​ທີ​ລົງ​ນາມ​ສັນ​ຍາ​ສະ​ໜອງ​ທືນ ລະ​ຫ່​ວາງ​ລັດ​ຖະ​ບານ​ລາວ ແລະ ທະ​ນາ​ຄານ​ໂລກ​, ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ ປີ 2019 ຫາ 2024 ໂດຍ​ມີ​ຈຸດ​ປະ​ສົ່ງ​ເພື່ອ​ພັດ​ທະ​ນາ​ລະ​ບົບ​ໃນ​ການ​ກຳ​ນົດ​ເປົ້າ​ໝາຍ, ການ​ຕິດ​ຕາມ​ປະ​ເມີນ​ຜົນ ແລະ ເກັບ​ກຳ​ຂໍ້​ມູນ​ການ​ປົກ​ປ້ອງ​ທາງ​ສັງ​ຄົມ​ໃນ ສ ປ ປ ລາວ, ປັບ​ປຸງ​ພຶດ​ຕິ​ກຳ​ການ​ຂາດ​ໂພ​ສະ​ນາ​ການ​ຂອງ​ແມ່​ຍີງ​ຖື​ພາ ແລະ ເດັກ​ນ້ອຍ​ໃນ​ເມືອງ ແລະ ບ້ານ​ເປົ້າ​ໝາຍ​ໂຄງ​ການ  ແລະ ເພື່ອ​ເສີມ​ຂະ​ຫຍາຍ​ກົນ​ໄກ​ການ​ປະ​ສານ​ງານ​ໜື່ງ​ດຽວ​ຫຼາຍ​ຂະ​ແໜງ, ກິດ​ຈະ​ກຳ​ຕົ້ນ​ຕໍ​ຂອງ​ໂຄງ​ການ ແມ່ນ​ສົ່ງ​ເສີມ​ການ​ລົງ​ທືນໃສ່ ວຽກ​ງານ​ດ້ານ​ໂພ​ສະ​ນາ​ການ​ເຮັດ​ໃຫ້​ອັດ​ຕາ​ການ​ຂາດ​ໂພ​ສະ​ນາ​ການ​ຂອງ​ແມ່​ຍີງ ແລະ ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດ​ຫຼຸດ​ລົງ​ເທື່ອ​ລະ​ກ້າວ , ໂດຍ​ມີ 3 ອົງ​ປະ​ກອບ​ຄື: ພັດ​ທະ​ນາ​ອົງ​ປະ​ກອບ​ພື້ນ​ຖານ​ຂອງ​ລະ​ບົບ​ປົກ​ປ້ອງ​ທາງ​ສັງ​ຄົມ, ອົງ​ປະ​ກອບ​ແຜນ​ງານ​ການ​ໂອນ​ເງີນ​ໃຫ້​ແມ່​ມານ ແລະ ແມ່​ລູກ​ອ່ອນ​ອາ​ຍຸ 2 ປີ​ລົງ​ມາ, ອົງ​ປະ​ກອບ​ການ​ຄອງ​ຄອງ​ໂຄງ​ການ, ປະ​ສານ​ງານ ແລະ ຕິດ​ຕາມ​ປະ​ເມີນ​ຜົນ, ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່ 4 ເມືອງ ຄື: ເມືອງ ຫົວ​ເມືອງ, ເມືອງ ຊ່ອນ, ເມືອງ ຮ້ຽມ ແລະ ເມືອງ ກັວນ ກວມ​ເອົາ 276 ບ້ານ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ​ແມ່ນ​ໄດ້​ສຳ​ເລັດ​ໃນ​ຫຍາຍ​ໜ້າ​ວຽກ​ເປັນ​ຕົ້ນ​ແມ່ນ ການ​ຈັດ​ຝຶກ​ອົບ​ຮົມ​ໂຄ​ສະ​ນາ​ເຜີຍ​ແຜ່​ໂຄງ​ການ ຂະ​ຫຍາຍ​ນ້ຳ​ປະ​ປາ​ສຸ​ຂະ​ພິ​ບານ ແລະ ອະ​ນາ​ໄມ​ໃນ​ແຜນ​ງານ​ໜື່ງ​ດຽວ​ຫລາຍ​ຂະ​ແໜງ​ການ​ທີ​ມີ​ສ່ວນ​ຮ່ວມ​ປັບ​ປຸງ​ໂພ​ສະ​ນາ​ການ, ຝືກ​ອົບ​ຮົມ​ວຽກ​ງານ​ການ​ບັນ​ຊີ, ການ​ຈັດ​ຊື້​ໃຫ້​ຜູ້​ປະ​ສານ​ງານ​ຂັ້ນ​ແຂວງ ແລະ ເມືອງ, ຄິດ​ໄລ​ອອກ​ແບບ ແລະ ປະ​ມູນ​ການ​ກໍ​ສ້າງ ຫ້ອງ​ການ​ປະ​ສ້າງ​ງານ​ຂັ້ນ​ແຂວງ ໄດ້ 1 ຫຼັງ, ຂັ້ນ​ເມືອງ ໄດ້ 4 ຫຼັງ​ແລະ ສຳ​ເລັດ​ການ​ວາງ​ແຜນ​ດຳ​ເນີນ​ກິດ​ຈະ​ກຳ ແລະ ງົບ​ປະ​ມານ​ປະ​ຈຳ​ປີ 2020.

ແຜນ​ການ​ໃນ​ຕໍ່​ໜ້າ​ແມ່ນ​ຈະ​ໄດ້​ສືບ​ຕໍ່​ບັນ​ດາ​ອົງ​ປະ​ກອບ ການ​ຈັດ​ຕັ້ງ​ກິດ​ຈະ​ກຳ​ຂອງ​ໂຄງ​ການ ໂດຍ​ການ​ລົງ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ສຸ​ຂະ​ອະ​ນາ​ໄມ້ ການ​ຮັກ​ສາ​ສຸ​ຂະ​ພາບເພື່ອ​ໂພ​ສະ​ນາ​ການ ໂດຍ​ເລັ່ງ​ໃສ່​ແມ່​ຍີງ​ຖື​ພາ ແລະ ເດັກ​ນ້ອຍ 2 ປີ​ລົງ​ມາ​ໂດຍ​ການ​ຂື້ນ​ທະ​ບຽນ​ໂອ​ເງີນ​ສົດ​ໃຫ້​ແມ່​ຍີງ​ຖື​ພາ, ແມ່​ລູກ​ອ່ອນ ແລະ ເດັກ​ນ້ອຍ​ຕ່ຳ​ກ່​ວາ 2 ປີ ໂດຍ​ມີ​ເງືອນ​ໄຂ​ເພື​່ອ​ບຳ​ລຸງ​ໃຫ້​ອາ​ຫານ​ແມ່​ລູກ​ອ່ອນ ແລະ ນ້ອຍ​ເພື່ອ​ເລືອກ​ອາ​ຫານ​ທີ່​ມີ​ໂພ​ສະ​ນາ​ການ​ທີ່​ດີ.