ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນສຳເລັດກອງປະຊຸມປືກສາຫາກ່ຽວກັບວຽກງານນິຕິກຳ ແລະ ເຊື້ອມໂຍງເສດຖະກິດຂອງຂະແໜງກະສິກຳ ແລະ ປ່າໄມ້
ໃນວັນທີ່ 28 ກັນຍາ 2020 ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນສຳເລັດກອງປະຊຸມປືກສາຫາກ່ຽວກັບວຽກງານນິຕິກຳ ແລະ ເຊື້ອມໂຍງເສດຖະກິດຂອງຂະແໜງກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຂອງທ່ານ ຄີ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ , ມີທ່ານ ອຸດົມ ສີປະເສີດ ຮອງຫົວໜ້າ ກົມນະໂຍບາຍ ແລະ ນິຕິກຳ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທີມງານ, ມີຫົວໜ້າ ຮອງ ຂະແໜງການ ແລະ ພັກນັກງານລັດຖະກອນພາຍໃນພະແນກກະສິກຳ ແລະ ປ່າໄມ້ເຂົ້າຮ່ວມທັງໝົດ 95 ທ່ານ,
ກອງປະຊຸມໄດ້ເຜີຍແຜ່ ນິຕິກຳຕ່າງໆ, ເອກະສານທາງດ້ານກົດໝາຍທີພົວພັນກັບສັງຄົມ ທີ່ຖືກສ້າງຂື້ນ ເພື່ອຄຸ້ມຄອງລັດ, ຄຸມ້ຄອງເສດຖະກິດສັງຄົມ ມີຜົນບັງຄັບໃຊ້ໃນເຂດທົ່ວປະ ເພື່ອຮັບໃຊ້ວຽກງານການຄຸ້ມຄອງບໍລິຫານ ການຈັດຕັ້ງປະຕິບັດນິຕິກຳ ເປັນຕົ້ນແມ່ນບັນດາກົດໝາຍ ກ່ຽວກັບຂະແໜງກະສິກຳ ແລະ ປ່າໄມ້ປະກອບມີ 8 ກົດໝາຍຄື: ກົດໝາຍປ່າໄມ້, ກົດໝາຍ ວ່າດ້ວຍສັດນ້ຳ ສັດປ່າ, ກົດໝາຍວ່າດ້ວຍການປະມົງ, ກົດໝາຍວ່າດ້ວຍຊົນລະປະທານ , ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ, ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ ແລະ ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ, ໃນບັນດາກົດໝາຍດັ່ງກ່າວແມ່ນໄດ້ເປັນບ່ອນໃນ ການຈັດຕັ້ງປະຕິບັດວຽກງານກະສິກຳລົງເຜີຍແຜ່ໃຫ້ປະຊາຊົນໃນຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນບ້ານ ຢ່າງທົ່ວເຖີງ , ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ປະຕິບັດນະໂຍບາຍຂອງລັດດ້ວຍນິຕິກຳ, ເຊີ່ງເປັນເຄື່ອງມືໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດເວົ້າລວມເວົ້າສະເພາະໃນການພັດທະນາວຽກງານກະສິກຳ ແລະ ປ່າໄມ້ໃຫ້ມີປະສິດທິຜົນ .