ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ລົງຊຸກຍູ້ຕິດຕາມກິດຈະກຳຂອງໂຄງການປັບປຸງດິນປູກສາລີໃນເຂດພາກເໜືອຂອງ ສ ປປ ລາວ ຢູ່ 2 ເມືອງ ເມືອງ ຊຽງຄໍ້ ແລະ ເມືອງ ສົບເບົາ.
ໃນວັນທີ່ 15 ກັນຍາ 2020 ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ລົງຊຸກຍູ້ຕິດຕາມກິດຈະກຳຂອງໂຄງການປັບປຸງດິນປູກສາລີໃນເຂດພາກເໜືອຂອງສ ປປ ລາວ ຢູ່ 2 ເມືອງ ເມືອງ ຊຽງຄໍ້ ແລະ ເມືອງ ສົບເບົາ. ນຳໂດຍທ່ານ ກອນໄທ ແກ້ວນະຄອນ ຮອງພະແນກກະສິກຳ ແລະ ປ່າໄມ້, ມີ ທ່ານ ອາໂນລາດ ຈັນທະວົງສາ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທີມງານ, ມີການນຳເມືອງ ທັງສອງເມືອງ ສົບເບົາ ແລະ ຊຽງຄໍ້, ມີພະແນກການທີ່ກ່ຽວຂອງແຂວງ, ເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການປັບປຸງການປູກສາລີໃນເຂດພູດອຍຂອງ ສ ປປ ລາວ ແລະ ສສ ຫວຽດນາມ ແມ່ນໂຄງການໜື່ງທີ່ໄດ້ຮັບທືນ ຈາກ ປະເທດອົດສະຕາລີ ໂດຍໃຫ້ທືນໃນການຈັດຕັ້ງປະຕິບັດການຄົ້ນຄ້ວາ ກ່ຽວກັບເຕັກນິກການປັບປຸງດິນ, ອານຸລັກດິນ ແລະ ປະສົມປະສານກັບລະບົບການລ້ຽງສັດແບບຢືນຍົງໃນເຂດປູກສາລີຂອງ ແຂວງ ເຊີນລາ ສສ ຫວຽດນາມ ແລະ ແຂວງ ຫົວພັນ
ສ ປປລາວ ທີ່ມີສາຍແດນຕິດຈອດກັນ ເຊີ່ງໃນໄລຍະຜ່ານມາຊາວກະສິກອນໃນເຂດສາຍແດນ ຂອງ 2 ແຂວງ ດັ່ງກ່າວ ຍັງປູກສາລີຢ່າງດຽວ ແບບຕໍ່ເນືອງເປັນເວລາຫຼາຍປີ ເຮັດໃຫ້ຜົນຜະລິດຕົກຕ່ຳ ຍ້ອນດິນເຊື້ອມໂຊມ, ເຫັນໄດ້ບັນຫາດັ່ງກ່າວນີ້ ພັກລັດຖະບານໄດ້ມີການປະສານສົມທົບກັບພາຍໃນ ແລະ ຕ່າງປະເທດເພື່ອຊອກທືນມາພັດທະນາ , ປັບປຸງຊີວິການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ, ມາຮອດປີ 2017 ໂຄງການປັບປຸງດິນໃນເຂດພາກເໜືອ ໄດ້ເລີ່ມມາຈັດຕັ້ງປະຕິບັດຢູ່ແຂວງ ຫົວພັນ ໂດຍມີເປົ້າໝາຍຢູ່ 2 ເມືອງຄື: ເມືອງ ສົບເບົາ ແລະ ເມືອງ ຊຽງຄໍ້, ໄດ້ທົດລອງຢູ່ 2 ບ້ານ ຄື: ເມືອງ ສົບເບົາ 1 ບ້ານ, ບ້ານ ປ່າຂົມນ້ອຍ ແລະ ເມືອງ ຊຽງຄໍ້ 1 ບ້ານ , ບ້ານ ນາຄ້າງ ໂດຍມີຈຸດປະສົງເພື່ອສ້າງກຳນົດຮູບແບບການປູກພືດຕ່າງໆ ປະສົມກັບການປູກສາລີ ໃຫ້ສາມາດປັບປຸງດິນ ແລະ ການເຊາະເຈື່ອນ, ເພື່ອເຮັດໃຫ້ຊາວກະສິກອນສາມາດມີລາຍຮັບເພີ່ມຂື້ນຍົກສູງສະມັດຕະພາບການຜະລິດໃຫ້ຫລາຍຂື້ນ. ຜ່ານການຈັດຕັ້ງປະຕິບັດກິດຈະກຳໃນສອງເມືອງ ສາມາດຈັດຕັ້ງປະຕິບັດໄດ້ຄື: ບ້ານ ປ່າຂົມນ້ອຍ ເມືອງ ສົບເບົາ ມີ 84 ຄອບຄົວ, ມີພົນລະເມືອງ ທັງໝົດ 531 ຄົນ, ຍີງ 255 ຄົນ ,ເຂົ້າຮ່ວມກິດຈະກຳຂອງໂຄງການມີ 21 ຄອບຄົວ, ສ້າງສວນທົດລອງປູກພືດຕະກຸນຖົ່ວ, ຫ້ຍາອາຫານສັດປະສົມກັບສາລີເພື່ອປັບປຸງດິນ ແລະ ຕ້ານການເຊາະເຈືອນ ມີ 3 ຄອບຄົວ, ຂະຫຍາຍເນື້ອທີ່ປູກໄມ້ໃຫ້ໝາກມີ 6 ຄອບຄົວ, ມີໄມ້ໃຫ້ໝາກຈຳນວນ 470 ຕົ້ນ, ຂະຫຍາຍເນື້ອທີ່ປູກແນວພັນຫ້ຍາອາຫານສັດມີ 4 ຄອບຄົວ, ມີເນື້ອທີ່ທັງໝົດ 1.2 ເຮັກຕາ ແລະ ຂະຫຍາຍການປູກສາລີຕາມເຕັກນິກການທົດລອງການນຳໃຊ້ຝຸ່ນ ມີຈຳນວນ 8 ຄອບຄົວມີເນື້ອທີ່ 6.5 ເຮັກຕາ, ບ້ານ ນາຄ້າງ ເມືອງ ຊຽງຄໍ້ ມີ 176 ຄອບຄົວ, ມີພົນລະເມືອງ ທັງໝົດ 1169 ຄົນ, ຍີງ 748 ຄົນ, ມີເນື້ອທີ່ທຳການຜະລິດທັງໝົດ 498 ເຮັກຕາ, ມີຄອບຄົວທີ່ເຂົ້າຮ່ວມກິດຈະກຳຂອງໂຄງການທັງໝົດ 25 ຄອບຄົວ, ໄດ້ທົດລອງປູກພືດຕະກຸນຖົ່ວ, ຫ້ຍາອາຫານສັດປະສົມກັບສາລີເພື່ອປັບປຸງດິນ ແລະ ຕ້ານການເຊາະເຈືອນ ມີ 3 ຄອບຄົວ ມີເນື້ອທີ່ 0.47 ເຮັກຕາ, ປູກຫ້ຍາອາຫານສັດມີ 3 ຄອບຄົວ, ປູກໄມ້ໃຫ້ໝາກ 9 ຄອບຄົວ, ມີເນື້ອທີ່ 1.44 ເຮັກຕາ, ຂະຫຍາຍການປູກສາລີຕາມເຕັກນິກການທົດລອງການນຳໃຊ້ຝຸ່ນ ມີຈຳນວນ 10 ຄອບຄົວມີເນື້ອທີ່ 10 ເຮັກຕາ,