ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ສຳເລັດຊຸດອົບຮົມການຫັນປ່ຽນການຜະລິດກະສິກຳແບບດັ່ງເດີມ ໃຫ້ເປັນສິນຄ້າ ແລະ ທັນສະໄຫມຢູ່ 2 ເມືອງ
ໃນວັນທີ່ 6 ຕຸລາ 2020 ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ສຳເລັດຊຸດອົບຮົມການຫັນປ່ຽນການຜະລິດກະສິກຳແບບດັ່ງເດີມ ໃຫ້ເປັນສິນຄ້າ ແລະ ທັນສະໄໝ ຢູ່ 2 ເມືອງ ໂດຍການເຂົ້າຮ່ວມຂອງທ່ານ ກອນໄທແກ້ວນະຄອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່ໄມ້ແຂວງ ມີທ່ານ ທິດສະດີ ຫົວໜ້າຜູ້ປະສານງານໂຄງການປັບປຸງລະບົບການປູກສາລີ ຢູ່ເຂດເນີນສູງຂອງ ສປປລາວ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທີມງານ, ມີຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍວິຊາການຂະແໜງລ້ຽງສັດ, ປູກຝັງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໃນພິທີທ່ານ ກອນໄທ ແກ້ວນະຄອນ ໄດ້ມີຄຳເຫັນ ສະເໜີຈຸດປະສົງ ແລະ ກ່າວຊຸດອົບຮົມຢ່າງເປັນທາງການ ຊຸດອົບຮົມຄັ້ງນີ້ແມ່ນໄດ້ ຈັດຢູ່ 2 ເມືອງຄື: ເມືອງ ຊຽງຄໍ້ ແລະ ເມືອງ ສົບເບົາແລະ ຈັດຕັ້ງປະຕິບັດຕົວຈິງຢູ່ 2 ບ້ານ ຄື: ບ້ານປ່າຂົມນ້ອຍ ເມືອງ ສົບເບົາ ແລະ ບ້ານ ນາຄ້າງ ເມືອງ ຊຽງຄໍ້ ເຊີງເປັນເມືອງ ເປົ້າໝາຍຂອງໂຄງການ ປັບປຸງລະບົບການປູກສາລີ ຢູ່ເຂດເນີນສູງຂອງ ສປປລາວ ໂດຍມີຈຸດປະສົ່ງເພື່ອ ໃຫ້ຊາວກະສິກອນໄດ້ຮຽນຮູ້ເຕັກການຜະລິດກະສິກຳທີ່ທັນສະໄຫມ, ການຫັນປ່ຽນຮູບແບບການຜະລິດແບບດັ່ງເດີມແບບອາໄສທຳມະຊາດ ມານຳໃຊ້ເຕັກນິກເຂົ້າໃນການຜະລິດເພື່ອຍົກສູງສະມັດຕະພາບການຜະລີດໃຫ້ຫຼາຍກາຍເປັນສິນຄ້າ, ເຊີງໄດ້ຝືກອົບຮົມພາຍໃຕ້ຫົວຂໍ້ ຄວາມຮູ້ພື້ນຖານກ່ຽວກັບການສ້າງຕັ້ງກຸ້ມ, ເຕັກນິກໃນການນຳໃຊ້ຝຸ່ນເຂົ້າໃນການຜະລິດ, ການສົມທຽບການປູກພືດແບບດັ່ງເດີມ ແລະ ການປູກພືດອິນຊີແບບນຳໃຊ້ເຕັກນິກ, ຄວາມຮູ້ພື່ນຖານກ່ຽວກັບການສັກຢາຕ້ານພະຍາດສັດ ແລະ ບົດບາດຍີງ – ຊາຍເຂົ້າໃນວຽກງານກະສິກຳ ແລະ ປ່າໄມ້, ນອກຈາກ ຍັງໄດ້ນຳສະເໜີຜົນຮ້າຍຂອງຢາຂ້ຫ້ຍາທີ່ມີອັນຕະລາຍຕໍ່ຄົນ ແລະ ສີງແວດລ້ອມ, ຈາກການຮຽນພາກທິດສະດີແລ້ວຜູ້ເຂົ້າຮ່ວມຝືກອົບຮົມຍັງໄດ້ລົງປະຕິບັດຕົວຈີງໃນການແນະນຳວິທີການສັກຢາກັນພະຍາດສັດ ເປັນຕົ້ນແມ່ນ ສັກຢາ ງົວ, ຄວາຍ, ໝາ ແລະ ສັດປີກ, ເຫັນວ່ານັກສຳມະນາກອນໄດ້ຮັບຮູ້ ແລະ ມີຄວາມສົນໃຈໃນດ້ານເຕັກນິກການປູກການລ້ຽງສັດ ທີ່ທັນສະໄຫມ ເພື່ອຫັນປ່ຽນການຜະລິດແບບອາໄສທຳມະຊາດເຮັດໃຫ້ຜົນຜະລິດຕ່ຳ ແລະ ນຳເອົາບົດຮຽນດັ່ງກ່າວມາປະຕິບັດຕົວຈິງເພື່ອເຮັດໃຫ້ການຜະລິດກະສິກຳພາຍໃນບ້ານໄດ້ມີການພັດທະນາ ເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວຫຼາຍຂື້ນກ່ວາເກົ່າ.