ພະແນກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືວາງແຜນເພື່ອກະກຽມການຈັດຕັ້ງປະຕິບັດໂຄງການ ກະສິ ກຳທີ່ທັນສະໄໝ ເພື່ອປັບຕົວເຂົ້າກັບສະພາບດິນຟ້າອາກາດ
ໃນວັນທີ່ 9 ຕຸລາ 2020 ນີ້ ພະແນກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືວາງແຜນເພື່ອກະກຽມການຈັດຕັ້ງປະຕິບັດໂຄງການ ກະສິກຳທີ່ທັນສະໄໝ ເພື່ອປັບຕົວເຂົ້າກັບສະພາບດິນຟ້າອາກາດສຳລັບລະບົບການຜະລິດກະສິກຳເຂດເນີນສູງຂອງ ສ ປປລາວ ໂດຍການເປັນປະທານຂອງທ່ານ ກອນໄທ ແກ້ວນະຄອນ ໃຫ້ກຽດເຂົ້າຮ່ວມຍັງມີທ່ານ ອະໂນລາດ ຈັນທະວົງສາ ຮອງຫົວໜ້າກົມຄຸ້ມຄອງທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ , ມີທ່ານ ຈັນທະລາດ ປອງມາລາ ຕາງໜ້າອົງການອາຫານ ແລະ ການກະເສດປະຈຳລາວ, ມີ ຫົວໜ້າຂະແໜຽງຄຸ້ມຄອງພັດທະນາທີ່ດິນ, ບັນດາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 30 ທ່ານ.
ກອງປະຊຸມໄດ້ສະເໜີສະພາບລວມຂອງການຈັດຕັ້ງປະຕິບັດໂຄງການ ການແນແປງດິນຟ້າອາກາດໃນປະຈຸບັນ ເຮັດໃຫ້ ສປປ ລາວ ໄດ້ຮັບຜົນກະທົບໃນການຜະລິດກະສິກຳ ຕໍ່ການປູກພືດ ເຮັດໃຫ້ສະມັດຕະພາບຕົກຕ່ຳ ເຫັນໄດ້ບັນຫາດັ່ງກ່າວ ລັດຖະບານ ສ ປປລາວ ໄດ້ຮ່ວມມືກັບອົງການ ອຳນວຍຄວາມສະດວກເພື່ອສີ່ງແວດລ້ອມໂລກ ( GEF ) ໂດຍຜ່ານອົງການສະຫະປະຊາຊາດເພື່ອອາຫານ ແລະ ການການກະເສດ ( FAO )ໄດ້ສະໜອງແຫ່ງທືນ 3 ລ້ານ 5 ແສນ ໂລດາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການກະສິກຳທີ່ທັນສະໄໝ ເພື່ອປັບຕົວເຂົ້າກັບສະພາບດິນຟ້າອາກາດສຳລັບລະບົບການຜະລິດກະສິກຳເຂດເນີນສູງຢູ່ ສປປ ລາວຢູ່ 2 ແຂວງ ຄື: ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ , ແຂວງ ຫົວພັນແມ່ນ ມີເປົ້າໝາຍຢູ່ 4 ເມືອງ ຄື: ເມືອງ ຊ່ອນ, ເມືອງ ຫົວເມືອງ, ເມືອງ ຊຳໃຕ້ ແລະ ເມືອງ ກັວນ,ໂດຍມີຈຸດປະສົງ ເພື່ອເສີມສ້າງຄວາມອາດສາມາດໃນການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດຂອງຊຸມຊົນໃນເຂດເນີນສູງ ໂດຍຜ່ານລະບົບການຜະລິດກະສິກຳທີ່ທັນສະໄຫມ ແລະ ເພື່ອສ້າງຄວາມເຂັ້ມແຂງໃນການຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ໂດຍໃຫ້ເປັນມິດກັບສີງແວດລ້ອມ ,ໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດເປັນເວລາ 5 ປີ 2021- 2025 ໂດຍຜ່ານການພັດທະນາ ການປັບປຸງ ການນຳໃຊ້ນະໂຍບາຍ ແລະ ໃນວິທີການປັບປຸງລະບົບການຜະລິດ ເພື່ອເຮັດໃຫ້ຊີວິການເປັນຢູ່ຂອງປະຊາຊົນ ສາມາດປັບຕົວເຂົ້າໃນການປ່ຽນແປງຂອງສະພາບດິນຟ້າອາກາດໂດຍຜ່ານ 4 ອົງປະກອບຫຼັກຂອງໂຄງການຄື: 1, ນະໂຍບາຍທີ່ເອື້ອອຳນວຍເພື່ອຊຸກຍູ້ ສົງເສີມຄວາມອາດສາມາດໃນການປັບຕົວ ແລະ ລະບົບການຜະລິດແບບຢືນຍົງຢູ່ ສ ປປລາວ, 2 ສ້າງຄວາມອາດສາມາດໃນການປັບຕົວ ການວາງແຜນນຳໃຊ້ທີ່ດິນ , 3, ສົ່ງເສີມການນຳໃຊ້ເຕັກນິກກະສິກຳທີ່ທັນສະໄຫມຢູ່ເຂດເນີນສູງ,4, ການຕິດຕາມ ແລະ ປະເມີນຜົນ ການສື່ສານໂຄງການ ແລະ ຖອດຖອນບົດຮຽນ.
ໃນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນສົນທະນາເປັນກຸ່ມສະເໜີສະພາບລວມຂອງໂຄງການ, ກອບວຽກພາກສ່ວນທີ່ຈັດຕັ້ງປະຕິບັດ ແລະ ການຮ່າງແຜນງົບປະມານຕ່າງໆ ເພື່ອເອກະພາບກ່ຽວກັບເນື້ອໃນຕົ້ນຕໍ ແລະ ຮູບແບບການຈັດຕັ້ງປະຕິບັດໂຄງການ.