ພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະທານ ຫ້ວຍຕະລາງ, ບ້ານ ພຽງແງ, ເມືອງ ສົບເບົາ, ແຂວງ ຫົວພັນ.
ໃນວັນທີ່ 15 ຕຸລາ 2020 ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແຂວງ ແລະ ເມືອງ ລົງກວດກາຄວາມ ຄືບໜ້າ ການກໍ່ສ້າງຊົນລະປະທານ ຫ້ວຍຕະລາງ, ບ້ານ ພຽງແງ, ເມືອງ ສົບເບົາ ແຂວງ ຫົວພັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳລ້ຽນ ເພັດສີທອນ ຮອງເລຂາພັກເມືອງ, ເມືອງສົບເບົາ, ທ່ານ ວິໄລຈິດ ສຸກຈະເລີນ ຫົວໜ້າຂະແໜງຊົນລະປະທານ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການກໍ່ສ້າງຊົນລະປະທານ ຫ້ວຍຕະລາງ, ບ້ານ ພຽງແງ, ເມືອງສົບເບົາ, ແມ່ນໂຄງການໜື່ງທີ່ໄດ້ຮັບທືນອະນຸມັດຈາກລັດຖະບານ ເພື່ອພັດທະນາດ້ານພື້ນຖານໂຄງລ່າງໃນການຜະລິດກະສິກຳ, ລວມມີມູນຄ່າກໍສ້າງທັງໝົດ 8 ຕື້ 133 ລ້ານກ່ວາກີບ, ໂດຍແມ່ນບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງ ຄົບວົງຈອນຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເຊີ່ງມີລະບົບການກໍ່ສ້າງ ທີ່ມີລະບົບຫົວງານເປັນຝາຍນ້ຳລົ້ນ, ລະບົບຄອງເໝືອງ ເປັນຄອງເບຕົງເສີມເຫຼັກ, ມີອາຄານຕາມຄອງເໝືອງ, ສາມາດຫົດເນື້ອທີ່ນາໄດ້ ເກຶອບ13 ເຮັກຕາ, ບຸກເບີກເນື້ອທີ່ນາໃຫ່ມໄດ້ 13 ເຮັກຕາ, ຄວາມຍາວຄອງເໝືອງທັງໝົດ 3 ພັນ 2 ຮ້ອຍແມັດ,ເຊີ່ງໄດ້ເລີ່ມ ລົງມືກໍ່ສ້າງ ໃນເດືອນ 3 ປີ 2020 ມາຮອດປະຈຸບັນແມ່ນສຳເລັດແລ້ວ 100 % ຂອງບັນດາໜ້າວຽກ ເປັນຕົ້ນແມ່ນ ກໍ່ສ້າງ ລະບົບຫົວງານສຳເລັດ 100 % ກໍ່ສ້າງທໍ່ເອົານ້ຳ ແລະ ອ່າງລະບາຍຊາຍສຳລັດ 100 % , ສຳເລັດກໍ່ສ້າງລະບົບຄອງເໝືອງສອງເບື້ອງ ແລະ ທະລຸເປີດກ້ວາງຄອງເໝືອງ ແລະ ອື່ນໆ ຄາດວ່າຈະໄດ້ມອບ-ຮັບ ແລະ ນຳໃຊ້ຊົນລະປະທານໃຫ້ທ່ວງທັນລະດູນາແຊງໃນໄວໆນີ້.
ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ