ກອງປະຊຸມລາຍງານຄວາມຄືບໜ້າກະກຽມການຈັດຕັ້ງປະຕິບັດວຽກງານ ວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ ແຂວງຫົວພັນ. ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງ.

ວັນທີ 19 ພຶດສະພາ 2022 ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈັດກອງປະຊຸມລາຍງານຄວາມຄືບໜ້າກະກຽມການຈັດຕັ້ງປະຕິບັດວຽກງານ ວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງ ໂດຍເປັນປະທານ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຄານສະຫັວນ ສີໂສພາ ຫົວໜ້າປະສານງານຂັ້ນສູນກາງ, ມີບັນດາທ່ານ ຮອງເຈົ້າເມືອງ, ເມືອງວຽງໄຊ, ສົບເບົາ ແລະ ເມືອງຊຳເໜືອ, ທ່ານ ຫົວໜ້າຜູ້ປະສານງານຂັ້ນແຂວງ, ຂັ້ນເມືອງ, ຄະນະປະສານງານໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງໂຄງການເຂົ້າຮ່ວມ 39 ທ່ານ, ຍິງ 7 ທ່ານ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າກະກຽມການຈັດຕັ້ງປະຕິບັດວຽກງານ, ຂະບວນການ, ບາດກ້າວຂອງວຽກງານການວາງແຜນນຳໃຊ້ທີ່ດິນ, ແຜນການ, ງົບປະມານ, ລະບົບການຕິດຕາມປະເມີນຜົນ ແລະ ຄວາມຄືບໜ້າ, ການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມມີ 3 ເມືອງເປົ້າໝາຍຂອງໂຄງການຄື: ເມືອງຊຳເໜືອ 10 ບ້ານ, ເມືອງສົບເບົາ 8 ບ້ານ ແລະ ເມືອງວຽງໄຊ 37 ບ້ານ, ເລີ່ມຈັດຕັ້ງປະຕິບັດເວລາຂອງໂຄງການ 6 ປີ (2021-2026)ໂດຍນຳໃຊ້ງົບປະມານຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງຈຳນວນ 3 ຕື້ 4 ຮ້ອຍ 70 ລ້ານກ່ວາກີບ, ໂອກາດດັ່ງກ່າວຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດ ຄຳເຫັນຢ່າງກົງໄປກົງມານຳອີກ.

ທ່ານ ໄຈເພັດ ເຮືອງຖາວອນ ໄດ້ຍ້ອງຍໍຊົມເຊີຍຄວາມຄືບໜ້າໃນການກະກຽມຈັດຕ້ັງປະຕິບັດວຽກງານ ວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມຂອງໂຄງການ, ໂຄງການດັ່ງກ່າວແມ່ນສົ່ງເສີມການປູກພືດລະດູແລ້ງທີ່ມີລາຄາສູງໃຫ້ມີຄວາມຫຼາກຫຼາຍ, ນໍາໃຊ້ເຕັກນິກການຜະລິດເຂົ້ານາປີ ໃຫ້ໄດ້ສະມັດຕະພາບເພີ່ມຂື້ນດ້ວຍການສະໜອງຊົນລະປະທານທີ່ເຊື່ອຖືໄດ້, ການປັບປຸງດິນ ແລະ ການເຂົ້າເຖິງຂໍ້ມູນຂ່າວສານເພື່ອໃຊ້ນໍ້າຊົນລະປະທານ, ປົກປ້ອງລະບົບນິເວດວິທະຍາເຂດໃນເຂດອ່າງໂຕ່ງນໍ້າ, ປັບປຸງໂພຊະນາການຂອງປະຊາຊົນ, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ແລະ ນະໂຍບາຍຂອງລັດຖະບານໃນດ້ານການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ ຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດຕາມທິດສິຂຽວ ແລະ ຍຶນຍົງ.

ບັນນາທິການກວດແກ້: ທ່ານ ນ ພວງວັນ ມີວົງສາ

ຂ່າວ-ພາບ: ຄຳພະແກ້ວ ອິນທະວົງ