ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ປະຈຳປີ 2020 ແລະ ແຜນການປີ 2021 ແຂວງຫົວພັນ
ວັນທີ 14 ມັງກອນ 2021 ພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການ ໃນເຂດຊົນນະບົດໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ປີ2020 ແລະ ວາງແຜນການປີ 2021 ໂດຍການເປັນປະທານຂອງທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ມີທ່ານ ໄມພຽງ ມາດາຈິດ ຫົວໜ້າຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ທັງເປັນຫົວໜ້າປະສານງານຂອງໂຄງການຂັ້ນແຂວງ, ຮອງເຈົ້າເມືອງ, ເມືອງຊຳໃຕ້, ເມືອງຊ່ອນ, ຫົວເມືອງ ແລະ ເມືອງກັວນ, ມີຜູ້ປະສານງານຂັ້ນເມືອງເຂົ້າຮ່ວມທັງໝົດ 30 ກ່ວາທ່ານ, ຍິງ 5 ທ່ານ
.
ໃນວາລະກອງປະຊຸມຜູ້ຊີ້ນຳໂຄງການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ, ໃນພື້ນທີ່ເມືອງເປົ້າໝາຍຂອງໂຄງການ ໂດຍເອົາເງິນສົດໃຫ້ແບບມີເງື່ອນໄຂ ແລະ ເພື່ອສົ່ງເສີມການລົງທຶນໃສ່ວຽກງານດ້ານໂພຊະນາການ ເຮັດໃຫ້ອັດຕາການຂາດໂພສະນາການແບບຊ້ຳເຮື້ອຫຼຸດລົງເທື່ອລະກ້າວ, ເພື່ອຂະຫຍາຍການບໍລິການດ້ານສຸຂະພາບ ແລະ ຂາດໂພຊະນາການໃນເຂດຊົນນະບົດໃຫ້ທົ່ວເຖີງເປັນຕົ້ນ, ເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການແມ່ນ: ຄົວເຮືອນທຸກຍາກ, ທີ່ມີແມ່ຍິງຖືພາ ແລະ ເດັກນ້ອຍຕ່ຳກ່ວາ 2 ປີລົງມາ, ສຳເລັດການເກັບກຳຂໍ້ມູນປະເມີນມາດຕະຖານຄອບຄົວທຸກຍາກ ແລະ ມາດຖານການພັດທະນາຕາມດຳລັດ 348/ລບ, ໄດ້ສຳເລັດ 4 ເມືອງເປົ້າໝາຍ, ມີຈຳນວນ 276 ບ້ານ, ມີຄອບຄົວທັງໝົດ 18 ພັນ 370 ຄອບຄົວ ໃນປີ 2020, ທິດທາງແຜນການປີ 2021 ຂອງໂຄງການ ລຶບລ້າງຄວາມທຸກຍາກ ແລະ ຂາດໂພຊະນາການໃນຊົນນະບົດ, ສືບຕໍ່ພັດທະນາອົງປະກອບພື້ນຖານຂອງລະບົບການປົກປ້ອງທາງສັງຄົມ, ແຜນໂອນເງິນສົດໃຫ້ແມ່ມານ ແລະ ແມ່ລູກອ່ອນອາຍຸລຸ່ມ 2 ປີ, ການຄຸ້ມຄອງໂຄງການ, ປະສານງານ ແລະ ຕິດຕາມປະເມີນຜົນ. ຈາກນັ້ນຜູ້ແທນກອງປະຊຸມໄດ້ແລກປ່ຽນຄຳຄິດ ຄຳເຫັນຢ່າງສ້າງສັນ ກົງໄປກົງມາເພື່ອວາງທິດທາງແຜນການຈັດຕັ້ງປະຕິບັດໃນປີ 2021 ໃຫ້ໄດ້ຮັບຜົນດີ (ຕາມມາດຕະຖານພົ້ນທຸກ 348/ລບ).
ກອງປະຊຸມຍັງໄດ້ຮັບຟັງ ທ່ານ ຄິ່ນ ທຸມມາລາ ເພີ່ນມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ ແລະ ພ້ອມກັນສືບຕໍ່ຕີລາຄາສັງລວມຜົນໄດ້ຮັບບັນດາກິດຈະກຳທີ່ສຳເລັດ ແລະ ສືບຕໍ່ວຽກງານແຜນການປີ 2021 ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະ ສືບຕໍ່ປັບປຸງບົດສະຫຼຸບ ຜ່ານຜູ້ຊີ້ນຳຂັ້ນແຂວງເພື່ອຮັບຮອງລົງລາຍເຊັນເປັນທາງການ, ເພື່ອລາຍງານສູນກາງ.
ບັນນາທິການ ນ. ພວງວັນ ມີວົງສາ
ຜູ້ຂຽນຂ່າວ ທ. ຄຳພະແກ້ວ ອິນທະວົງ