ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດກອງປະຊຸມສະຫຼຸບແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ VIII ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ
ວັນທີ 25 ມັງກອນ ປີ 2021, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໄດ້ສຳເລັດກອງປະຊຸມສະຫຼຸບແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ VIII, (2016-2020) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ປີ ( 2021-2025), ກອງປະຊຸມໄດ້ຈັດຂື້ນທີ່ຫ້ອງປະຊຸມຫໍວັດທະນະທຳແຂວງ ເປັນເວລາ 1 ວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ, ມີການນຳເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ 10 ເມືອງທົ່ວແຂວງ, ພາກສ່ວນທີ່ກ່ຽວຂ້ອງພະແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການພະແນກກະສິກຳ ແລະ ປ່າໄມ້ແຂວງເຂົ້າຮ່ວມນຳ.
ກອງປະຊຸມ ທ່ານ ພູວົງ ສີສົມຮັກ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໄນໄລຍະຜ່ານມາ, ໂດຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຈັດຕັ້ງປະຕິບັດໄດ້ ເວົ້າສະເພາະແມ່ນສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເປັນຕົ້ນແມ່ນການປູກຝັງ – ລ້ຽງສັດ, ການຜະລິດເພື່ອຄ້ຳປະກັນທາງດ້ານສະບຽງອາຫານໃນໄລຍະ 5 ປີຜ່ານມາ ສາມາດປູກພືດໄດ້ໃນເນື້ອທີ່ທັງໝົດ 144 ພັນ 743 ເຮັກຕາ, ຜະລິດເຂົ້າໄດ້ 530 ພັນກ່ວາໂຕນ, ທຽບໃສ່ແຜນການ 5 ປີເທົ່າກັບ 98, 12% ສະເລ່ຍຜົນຜະລິດເຂົ້າໄດ້ 355 ກິໂລຕໍ່ຄົນ/ປີ, ໃນນີ້ນາແຊງຜະລິດໄດ້ 30 ພັນກ່ວາໂຕນ, ນາປີຜະລິດໄດ້ 307 ພັນກ່ວາໂຕນ, ເຂົ້າໄຮ່ຜະລິດໄດ້ 192 ພັນກ່ວາໂຕນ, ການປູກພືດສະບຽງອາຫານຕ່າງໆ ຕາມທ່າແຮງຂອງບັນດາເມືອງໃນທົ່ວແຂວງສາມາດປູກໄດ້ 28 ພັນ 540 ກ່ວາເຮັກຕາ, ຜົນຜະລິດໄດ້ 153 ພັນ 398 ກ່ວາໂຕນ, ສຳລັບສັດລ້ຽງປະຈຸບັນມີງົວ 129 ພັນ 419 ໂຕ, ຄວາຍ 55 ພັນ 126 ໂຕ, ມ້າ 1 ພັນ 469 ໂຕ, ໝູ 147 ພັນ 333 ໂຕ, ແບ້ 29 ພັນ 150 ໂຕ, ສັດປີກ 10 ລ້ານກ່ວາໂຕ, ປາ 14 ພັນກ່ວາໂຕນ, ນອກນີ້ຍັງມີການຄຸ້ມຄອງນຳໃຊ້ທີ່ດິນກະສິກຳ ຈຳນວນ 134 ພັນ 119 ເຮັກຕາ, ມີຊົນລະປະທານ 2 ພັນ 196 ແຫ່ງ ແລະ ວຽກງານອື່ນຈຳນວນໜື່ງ, ສຳລັບແຜນການໃນຕໍ່ໜ້າແມ່ນຈະເລ່ງໃສ່ລຸດຜ່ອນການລົງທຶນໃນການກໍ່ສ້າງພື້ນຖານໂຄງລ່າງກະສິກຳທີ່ບໍ່ຈຳເປັນລົງ, ສົ່ງເສີມການປູກ ແລະ ການລ້ຽງໃຫ້ເປັນຂະບວນການ, ປັບປຸງສູນ, ສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ໃຫ້ເຂັ້ມແຂງ ແລະ ຈະສືບຕໍ່ປະຕິບັດຕາມ 6 ແຜນງານ 22 ໜ້າວຽກຈຸດສຸມ, ເພື່ອປະກອບສ່ວນໃສ່ 6 ເປົ້າໝາຍ, 29 ໜ້າວຽກຈຸດສຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງວາງອອກ, ປູກຝັງໃຫ້ໄດ້ 111 ພັນ 379 ເຮັກຕາ, ຜົນຜະລິດໃຫ້ໄດ້ 594 ພັນ 546 ໂຕນ, ລ້ຽງສັດ ແລະ ການປະມົງ, ງົວໃຫ້ໄດ້ 109 ພັນກ່ວາໂຕ, ຄວາຍໃຫ້ໄດ້ 25 ພັນ 943 ໂຕ, ແບ້ 73 ພັນກ່ວາໂຕ, ໝູ 8 ລ້ານກ່ວາໂຕ, ສັດປີກ 16 ລ້ານກ່ວາໂຕ, ປາໃຫ້ໄດ້ 19 ພັນກ່ວາໂຕນ ແລະ ເຄື່ອງປ່າຂອງດົງຊະນິດທີ່ອະນຸຍາດສົ່ງອອກຈຳນວນໜື່ງ.
ຕອນທ້າຍຂອງກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ຄອບຄົວຕົວແບບໃນການປູກຝັງ ແລະ ລ້ຽງສັດຕື່ມອີກ.
ຂ່າວ-ພາບ, ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.