ຫົວໜ້າກົມປູກຝັງ ລົງຊຸກຍູ້ ແລະ ຕິດຕາມການຜະລິດຢູ່ ແຂວງຫົວພັນ.

ວັນ​ທີ 21 ຕຸລາ 2022 ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ພ້ອມດ້ວຍຄະນະ, ໄດ້ລົງຊຸກຍູ້, ຕິດຕາມການຜະລິດໂດຍສະເພາະແມ່ນຕິດຕາມການລະບາດຂອງພະຍາດເພ້ຍຈັກຈັ່ນທຳລາຍເຂົ້ານາຢູ່ບ້ານ ຫ້ວຍຫ້ອມ, ເມືອງຊຳເໜືອ ແລະ ເຂົ້າພົບປະໂອ້ລົມພະນັກງານວິຊາການຂະແໜງປູກຝັງ, ໂດຍມີ ທ່ານໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງ ແລະ ມີວິຊາການທີ່ກ່ຽວຂ້ອງຂອງຂະແໜງເຂົ້າຮ່ວມນຳ.

ໂດຍໄດ້ຮັບການລາຍງານຈາກຂະແໜງປູກຝັງ, ກ່ຽວກັບການຜະລິດລະດູຝົນ ແລະ ນາ ທີ່ຖືກຜົນກະທົບຈາກແມງໄມ້ ຈຳພວກເພ້ຍຈັກຈັ່ນ ຢູ່ບ້ານ ຫ້ວຍຫ້ອມ, ເມືອງຊຳເໜືອ, ແຂວງຫົວພັນ.   ມື້ວັນທີ 11 ຕຸລາ 2022 ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງສົມທົບກັບອຳນາດການປົກຄອງບ້ານ ຫ້ວຍຫ້ອມ ລົງກວດກາຕົວຈິງ ກ່ຽວກັບເຂົ້ານາ ທີ່ຖືກຜົນກະທົບຈາກແມງໄມ້ ຈຳພວກເພ້ຍຈັກຈັ່ນ ສີນຳ້ຕານ ແລະ ສີຂຽວ, ເຂົ້ານາທີ່ຖືກຜົນກະທົບ ມີເນື້ອທີ່ 9 ກ່ວາເຮັກຕາ, ມີຈຳນວນ 20 ຄອບຄົວ, ເສຍຫາຍທີ່ບໍ່ສາມາດກອບກູ້ຄືນ ຈຳນວນ 7 ຄອບຄົວ ມີເນື້ອທີ່ 2 ກ່ວາເຮັກຕາ  ຜົນຜະລິດເສຍຫາຍ 9 ໂຕນ, ຄິດເປັນເງີນເກືອບ 54 ລ້ານກີບ.

ໂອກາດດັ່ງກ່າວ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ເພີ່ນໄດ້ເໜັ້ນໜັກໃຫ້ອ້າຍນ້ອງ 1/. ເພີ່ມທະວີເອົາໃຈໃສ່ເຝົ້າລະວັງ ແລະ ຄວບຄຸມການລະບາດຂອງສັດຕູພືດ 2/. ຊຸກຍູ້ ແລະ ບົວລະບັດຮັກສາ ແລະ ການເກັບກູ້ພືດເຂົ້ານາປີໃຫ້ໄດ້ຮັບຜົນດີ 3/. ເອົາໃຈໃສ່ວາງແຜນການຜະລິດລະດູແລ້ງໃຫ້ຫຼາຍຂື້ນເພື່ອທົດແທນຜົນເສຍຫາຍຈາກທຳມະຊາດ 4/.ເກັບກຳຂໍ້ມູນໃຫ້ລະອຽດກ່ຽວກັບໂຮງງານປຸງແຕ່ງຜົນຜະລິດພືດ ແລະການປຸງແຕ່ງພືດ. ນອກຈາກນີ້ທ່ານ ຍັງໄດ້ມອບແນວພັນພືດມີ 1/.ແນວພັນຖົ່ວເຫຼືອງ 200 ກິໂລ, ສາລີ 100 ກິໂລ, ເຂົ້າໂອດ 50 ກິໂລ, ຫຍ້າອາຫານສັດ 30 ກິໂລ ແລະ ຢາປາບສັດຕູພືດຈຳນວນໜື່ງ, ພ້ອມນັ້ນທ່ານ ຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ວິຊາການໄດ້ລົງກວດກາການລະບາດຜົນເສຍຫາຍເພ້ຍຈັກຈັ່ນທຳລາຍເຂົ້ານາ ຂອງປະຊາຊົນບ້ານ ຫ້ວຍຫ້ອມ, ເມືອງຊຳເໜືອ, ແຂວງຫົວພັນນຳອີກ.

ບັນນາທິການ: ນາງ ພວງວັນ ມີວົງສາ

ຂໍ້ມູນຈາກ: ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.

ຂຽນໂດຍ:  ຄຳພະແກ້ວ ອິນທະວົງ