#ພິທີປະກາດການຈັດຕັ້ງຂັ້ນຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງ

ເພື່ອເປັນການປັບປຸງການຈັດຕັ້ງໃຫ້ເຂົ້າລະບົບ ແລະສອດຄ່ອງກັບບັນດາໜ້າວຽກຕົວຈິງ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນວັນທີ 16 ທັນວາ 2022 ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ໄດ້ຈັດພິທີປະກາດການຈັດຕັ້ງຫົວໜ້າພະແນກກະສິກໍາ ແລະປ່າໄມ້ ຜູ້ໃໝ່ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫົວພັນ. ມີຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າກົມ, ພະແນກການອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນ. ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງຫົວພັນ ສະບັບເລກທີ 1557/ຫພ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍກາານແຕ່ງຕັ້ງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້, ຜ່ານມະຕິຕົກລົງ ສະບັບເລກທີ 338/ຄປຈຂ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍການບົງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານທີ່ຂື້ນກັບຮາກຖານພັກ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ. ປະກາດ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ ຂຶ້ນເປັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໃຫ້ເອົາໃຈໃສ່ໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີພາຍໃນພະແນກ ຕິດພັນກັບການເອົາໃຈໃສ່ການຈັດຕັ້ງປະຕິບັວຽກງານວິຊາສະເພາະ. ພ້ອມນີ້ ໃຫ້ກວດກາເບິງຄືນວຽກງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານທີ່ໄດ້ມີການມອບ-ໂອນກັນຜ່ານມາ, ສືບຕໍ່ສົ່ງເສີມວຽກງາານການປູກ-ການລ້ຽງ ໃນການຜະລິດກະສິກໍາ ເພື່ອຫຼຸດຜ່ອນການນໍາ ແລະ ສາມາດຜະລິດກະສິກໍາໃຫ້ຫຼາຍຂຶ້ນຈົນກາຍເປັນສິນຄ້າສົ່ງອອກໃຫ້ແກ່ແຂວງ ຕິດພັນກັບການຈັດຕັ້ງກຸ່ມການຜະລິດ ເປັນກ້າວໄປສູ່ສະຫະກອນ ໃນຕໍ່ໜ້າ, ສືບຕໍ່ ຫັນພະນັກງານລົງປະຈໍາບັນດາສູນ-ສະຖານີ ຕ່າງໆພາຍໃນແຂວງ ເພື່ອຕອບສະໜອງດ້ານແນວພັນ ໃຫ້ປະຊາຊົນທີ່ມີຄວາມຕ້ອງການດ້ານແນວພັນ, ສືບຕໍ່ປັບປຸງແບບແຜນວິທີການເຮັດໂດຍສະເພາະແມ່ນຂອດການປະສານງານກັບພາກສ່ວນຕ່າງໆເປັນຕົ້ນແມ່ນ ຂັ້ນສູນກາງ, ຂະແໜ້ງການອ້ອມຂ້າງແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກ ແລະ ມີຄວາມວອງໄວ ໃນຕໍ່ໜ້າ.