ການນຳ ກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້, ລົງຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.

ວັນທີ 16 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືກັນ, ໂດຍການເປັນປະທານຮ່ວມຂອງທ່ານ ຈັນທະບຸນ ສອນມະນີ ຮອງຫົວໜ້າກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ມີບັນດາທ່ານ ຈາກກົມກວດກາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ 17 ທ່ານ, ຍິງ 2 ທ່ານ.

ໃນທີ່ປະຊຸມ ທ່ານ ຈັນທະບຸນ ສອນມະນີ ໄດ້ສະເໜີຈຸດປະສົງໃນການລົງຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງວຽກງານຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ໃນຄັ້ງນີ້ໂດຍສະເພາະແມ່ນ, ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ປ່າໄມ້ ປະຈຳປີ 2022, ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂກ່ຽວກັບຄຳຮ້ອງ-ຄຳສະເໜີ ຂອງການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງ, ການແກ້ໄຂຜົນຂອງການກວດສອບ-ຜົນການກວດກາ, ໃນໄລຍະຜ່ານມາ, ການຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາລັດປະຈຳແຂວງ.

ທ່ານ ບຸນພອນ ບຸດພະຈັນ ໄດ້ລາຍງານຕໍ່ທີ່ປະຊຸມ ໃນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ເປັນຕົ້ນແມ່ນ ແຜນງານຄຳ້ປະກັນທາງດ້ານສະບຽງອາຫານ ແລະ ໂພສະນາການ, ການຜະລິດເຂົ້ານາປີ, ເຂົ້ານາແຊງ, ເຂົ້າໄຮ່ ແລະ  ພືດສະບຽງຕ່າງໆ ລ້ຽງສັດ ແລະ ການປະມົງ,  ແຜນງານຜະລິດກະສິກຳເປັນສິນຄ້າຕົ້ນຕໍ, ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້ແບບຍືນຍົງ, ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຈັດຕັ້ງວາລະແຫ່ງຊາດ, ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍຂະແໜງການກະສິກຳ ແລະ ປ່າໄມ້, ໂດຍລວມແລ້ວຖ້າທຽບຕົວເລກໃນດ້ານການນຳເຂົ້າພືດ ແລະ ຜະລິດຕະພັນພືດ ປີ 2022 ສາມາດລຸດລົງຈາກປີ 2021 ຈຳນວນ 743,43ໂຕນ, ມູນຄ່າ 442 ພັນ 937 ໂດລາ ແລະ ການຜະລິດສັດເພື່ອສະໜອງການບໍລິໂພກພາຍໃນ ແລະ ສົມທຽບການນຳເຂົ້າສັດເພື່ອມາດຸນດ່ຽງການບໍລິໂພກເຫັນວ່າ ປີ 2022 ຕົວເລກນຳເຂົ້າສັດ ສາມາດລຸດລົງ 355 ໂຕນມູນຄ່າ 610 ພັນ 695 ໂດລາ, ກ່ຽວກັບຄຳຮ້ອງ-ຄຳສະເໜີການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງ, ໄລຍະ 1 ປີຜ່ານມາ, ພະແນກກະສິກຳ ແລະ ປ່າໄມ້ບໍ່ໄດ້ຮັບຄຳຮ້ອງ, ຄຳສະເໜີຂອງການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງຊື່ງມີຄວາມສະຫງົບໂດຍພື້ນຖານ, ຜົນການກວດສອບ-ການກວດກາ, ອົງການກວດກາແຫ່ງລັດໄດ້ລົງສົມທົບກັບອົງການກວດກາລັດແຂວງ, ໄດ້ລົງມາກວດກາໂຄງການລົງທຶນຂອງລັດຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ຈຳນວນ 20 ໂຄງການ   ໂອກາດດັ່ງກ່າວ ທ່ານ ຈັນທະບຸນ ສອນມະນີ ຮອງຫົວໜ້າກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້, ແລະ ຄະນະຫ້ອງການບໍລິຫານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍທີມງານ ກໍ່ໄດ້ລົງຕິດຕາມກວດກາ ພາກສະໜາມ, ໂຄງການ, ຈຸດສຸມຂອງແຂວງຄື: ລົງເບີ່ງກຸ່ມການຜະລິດປູກຜັກກະລຳປີເປັນສິນຄ້າ ຢູ່ບ້ານກາງ, ກິດຈະກຳການຜະລິດກະສິກຳ ແລະ ປ່າໄມ້ ຢູ່ສູນເຕັກນິກກະສິກຳຮ່ວມມືລາວ-ຫວຽດ, (ບ້ານອົ້ງ) ເມືອງຊຳເໜືອ ແລະ ລົງເບິ່ງການປູກເຂົ້ານາແຊງ ແລະ ພືດຜັກເປັນສິນຄ້າຢູ່ ເມືອງແອດ, ນຳອີກ.

ພາບ-ຂ່າວ, ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ