ການນຳ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊ່ອນ, ແຂວງຫົວພັນ.

   

ໃນລະຫ່ວາງວັນທີ 18-21 ກຸມພາ 2023 ການນຳ ກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍ: ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຊ່ອນແຂວງຫົວພັນ, ໃຫ້ກຽດຕ້ອນຮັບໂດຍ: ທ່ານ ໄຈເພັດ ເຮືອງຖາວອນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ມີເຈົ້າເມືອງ, ຮອງເຈົ້າເມືອງໆ ຊ່ອນ, ພ້ອມດ້ວຍຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ໂອກາດດັ່ງກ່າວ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະທີມງານກ່ຽວຂ້ອງຂອງແຂວງ, ເມືອງ, ໄດ້ລົງເບີ່ງກິດຈະກຳຂອງຂະແໜງການກະສິກຳ-ປ່າໄມ້, ເບີ່ງການປູກເຂົ້ານາແຊງ, ບ້ານນາທົ່ງປໍ ແລະ ບ້ານຊ່ອນເໜືອ, ເບິ່ງກິດຈະກຳການກໍ່ສ້າງສ້ອມແປງ ຊົນລະປະທານ ບ້ານບໍ່, ກິດຈະກຳການບຸກເບີກເນື້ອທີ່ນາໃໝ່ໃຫ້ຄອບຄົວທຸກຍາກ ບ້ານຫ້ວຍເລົາ ຂອງໂຄງການປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ແລະ ມອບຮັບກິດຈະກຳ ໂຮງຮຽນ ມສ ຊ່ອນໃຕ້, ທີ່ໄດ້ຮັບການສະໜັບສະໜູນຈາກ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮ່ວມກັບໂຄງການບໍລິການສົ່ງເສີມກະສິກຳຮອບດ້ານ ກະຊວງກະສິກຳ ແລະ ປ່າໄມ້.

ທ່ານ ອຳລາຄອນ ບຸນລໍຄຳ ອຳນວຍການໂຮງຮຽນ ມສ ຊ່ອນໃຕ້ ໄດ້ຜ່ານບົດລາຍງານໂດຍຫໍ້ຍ, ກ່ຽວກັບກິດຈະກຳທີ່ໂຄງການສະໜັບສະໜູນມີຄື: ຫ້ອງອ່ານໜັງສື, ຫ້ອງຍາມໂຮງຮຽນ, ເຮືອນຄົວພ້ອມເຕົາໃບໂອເເກັດ, ຫ້ອງນຳ້ນັກຮຽນຍິງ-ຊາຍ, ອ່າງນຳ້, ຖັງນຳ້ ແລະ ເຮືອນຮົ່ມປູກຜັກປອດສານພິດ. ລວມມູນຄ່າການກໍ່ສ້າງທັງໝົດ 199 ລ້ານກ່ວາກີບ, ທຶນປະກອບສ່ວນຂອງໂຮງຮຽນ 27 ລ້ານກ່ວາກີບ, ກິດຈະກຳທັງໝົດໄດ້ເລີ່ມກໍ່ສ້າງແຕ່ວັນທີ 25 ມີນາ 2020 ເຖີງວັນທີ 15 ຕຸລາ 2021 ສຳເລັດ, ນອກຈາກນີ້ທາງໂຄງການຍັງໄດ້ສະໜອງເບ້ຍໄມ້ຈຳນວນໜື່ງ ແລະ ທາງໂຄງການຍັງໄດ້ສົ່ງຊ່ຽວຊານ ແລະ ວິຊາການມາສ້າງຄວາມຮູ້ດ້ານກະສິກຳໃຫ້ຄູ ແລະ ນັກຮຽນເຊັ່ນ: ການເຮັດຝຸ່ນບົ່ມ, ວິທີການປູກຕົ້ນໄມ້, ເຕັກນິກການປູກພືດຜັກສວນຄົວປະເພດຕ່າງໆ, ຜົນໄດ້ຮັບ ນ້ອງໆນັກຮຽນ ມີຫ້ອງອ່ານໜັງສືໃນຍາມຫ່ວາງ ແລະ ສາມາດເຮັດກິດຈະກຳໄດ້ຫຼາຍຢ່າງ, ມີບ່ອນກິນທີ່ສະອາດ ແລະ ຖືກຫຼັກອະນາໄມ, ໄດ້ນຳໃຊ້ຫ້ອງນຳ້ທີ່ສະອາດ, ມີຄວາມສະດວກສະບາຍຫຼາຍຂື້ນ, ໂຮງຮຽນມີນຳ້ຊົມໃຊ້ຢ່າງພຽງພໍ, ມີບ່ອນສາທິດປູກພືດສວນຄົວປູກຜັກໄດ້ 2 ລະດູ, ຄູ ແລະ ນັກຮຽນໄດ້ຄວາມຮູ້ ແລະ ທັກສະໃໝ່ໃນດ້ານກະສິກຳ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ອິງໃສ່ຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນ, ໂຄງການດັ່ງກ່າວຄົ້ນຄ້ວາໃຫ້ຄວາມຊ່ວຍເຫຼືອ ເປັນຕົ້ນແມ່ນສິ່ງປູກສ້າງທີ່ມີຄວາມຈຳເປັນພາຍໃນໂຮງຮຽນ, ການຮຽນ-ການສອນ, ການຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນ ທັງເປັນການເປີດກ້ວາງຈາກວິຊາທີ່ເຄີຍສິດສອນຕື່ມໃຫ້ເປັນວິຊາໃນການປູກ-ການລ້ຽງ, ເປັນການສ້າງຄວາມຮູ້ໃຫ້ແກ່ລູກຫຼານໃນອະນາຄົດ, ສິ່ງທີ່ມອບໃຫ້ໂຮງຮຽນໄປນຳໃຊ້ນີ້ທາງໂຄງການໄດ້ຊ່ວຍເຫຼືອດ້ວຍຄວາມຈິງໃຈ ແລະ ຂໍມອບໃຫ້ອຳນວຍການໂຮງຮຽນຈົ່ງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງຄຸ້ມຄອງນຳໃຊ້ໃນການຮຽ-ການສອນໃຫ້ຍືນຍົງ. ບັນດາຂໍ້ສະເໜີຕ່າງທີ່ທາງໂຮງຮຽນສະເໜີມາທາງໂຄງການຈະນຳໄປຄົ້ນຄ້ວາພິຈະລະນາຕາມທາງຄວນ.