ພະແນກກະສິກຳ ແລະ ປ່າໄມ້ສຳເລັດກອງປະຊຸມຜ່ານຮ່າງແຜນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຊຳແບບມີສ່ວນຮ່ວມ.

ກອງປະຊຸມໄດ້ຈັດຂື້ນໃນວັນທີ່ 7 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມຖໍ້າງູເຫຼືອມ ເມືອງ ວຽງໄຊ ແຂວງ ຫົວພັນໂດຍການເປັນປະທານຂອງທ່ານ ຄີ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ , ມີທ່ານ ນາງ ສີພາວັນ ອິນທະປະຖາ ຮອງຫົວໜ້າພະແນກປ່າສະຫງວນ ກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າຜູ້ປະສານງານໂຄງການຄຸ້ມຄອງປ່າສະຫງວນ ຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 48 ທ່ານ.

ກອງປະຊຸມໄດ້ພ້ອມກັນປືກສາຫາລືວາງແຜນການຈັດຕັ້ງປະຕິບັດໂຄງການ, ໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຊຳແມ່ນໄດ້ຮັບທືນສະໜັບສະໜູນຈາກກອງທືນປົກປັກຮັກສາສີ່ງແວດລ້ອມ ທະນາຄານໂລກ ໂດຍມີຈຸດປະສົ່ງເພື່ອການອະນຸລັກສັດນໍ້າສັດປ່າໃນຂອບເຂດປ່າສະຫງວນ, ເພື່ອເສີມສ້າງຄວາມອາດສາມາດໃນການຄຸ້ມຄອງປ່າສະຫງວນ ໂດຍເພີ່ມການຄຸ້ມຄອງ ແລະ ພື້ນພູຖີ່ນທີ່ຢູ່ອາໃສ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດປ່າສະຫງວນ ແລະ ພັດທະນາການທ້ອງທ່ຽວທຳມະຊາດໃນເຂດປ່າສະຫງວນນໍ້າຊຳ, ປ່າສະຫງວນນໍ້າຊຳມີເນື້ອທີທັງໝົດ 70 ພັນກ່ວາເຮັກຕາກວມເອົາ 3 ເມືອງ ຄື: ເມືອງ ຊຳເໜືອ 7,4 ເປີ, ເມືອງ ວຽງໄຊ 10 ເປີເຊັນ ແລະ ເມືອງ ຊຳໃຕ້ກວມເອົາ 82 ເປີເຊັນຂອງເນື້ອທີ່ , ບ້ານທີ່ນອນຢູ່ໃນປ່າສະຫງວນປະກອບມີ 32 ບ້ານ , 9 ກຸ່ມບ້ານ, ມີ 2 ພັນ 444 ຄົວເຮືອນ, ໂດຍແຜນການດຳເນີນງານຕ່າງໆ ແມ່ນໄດ້ເລັ່ງໃສ່ການປົກປັກຮັກສາປ່າໄມ້ແບບມີສ່ວນຮ່ວມຂອງປະຊາຊົນ ເປັນຕົ້ນແມ່ນວຽກງານການວາງແຜນນຳໃຊ້ທີ່ ຈັດສັນແບ່ງຂອບທຳການຜະລິດໃຫ້ປະຊາຊົນ , ການປູກຈິດສຳນືກໃນການອະນຸລັກທຳມະຊາດ, ສ້າງກົນໄກໃນການຈັດຕັ້ງປະຕິບັດກົດໝາຍ ໂດຍການໂຄສະນາເຜີຍແຜ່ກົດໝາຍລົງແຕ່ລະເຂດໃຫ້ຮັບຮູ້ຢ່າງທົ່ວເຖີງ.