ກອງປະຊຸມ ປຶກສາຫາລື ເພື່ອວາງແຜນພັດທະນາເມືອງຊ່ອນ ເປັນເມືອງ ຕົວແບບ ພົ້ນທຸກ ໃນປີ 2020

ໃນຕອນເຊົ້າວັນທີ 22 ກໍລະກົດ 2020 ນີ້, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ຈັດກອງປະຊຸມສ້າງແຜນພັດທະນາເມືອງຊ່ອນ ເປັນເມືອງຕົວແບບພົ້ນທຸກ ໃນປີ 2020 ເປັນເວລາ 1 ຕອນ, ທີ່ຫ້ອງປະຊຸມ(ນ້ຳຮັງ), ໂດຍ​ການ​ເປັນ​ປະ​ທານຂອງທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນແຂວງ, ມີທ່ານ ພູ​ວົງ ສີ​ສົມ​ຮັກ ຫົວໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ມີເຈົ້າເມືອງໆ ຊ່ອນ, ມີບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງຂອງພະແນກ, ​ເຂົ້າ​ຮ່ວມ 40 ກ່​ວາ​ທ່ານ.

ເພື່ອວາງແຜນພັດທະນາເມືອງຊ່ອນ ເປັນເມືອງຕົວແບບພົ້ນທຸກ ໃນປີ 2020 ໃນວາລະກອງປະຊຸມ ທ່ານ ໄມພຽງ ມາດາຈິດ ຫົວໜ້າຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ, ໄດ້ຂື້ນຜ່ານບົດລາຍງານ ການສ້າງ ເມືອງຊ່ອນ ເປັນເມືອງພົ້ນທຸກ ຕາມດຳລັດເລກທີ 348/ລບ, ລົງວັນທີ 16 ພະຈິກ 2017, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຫົວພັນ, ສະບັບເລກທີ 61/ຈຂ.ຫພ ລົງວັນທີ 16 ມັງກອນ 2020, ຜ່ານເອກະສານບັນດາໂຄງການທີ່ນອນຢູ່ໃນແຜນພັດທະນາເມືອງຊ່ອນໃນໄລຍະທີ່ຜ່ານມາ ເພື່ອເຮັດໃຫ້ບັນລຸຕາມມາດຖານເມືອງພົ້ນທຸກ ຈະຕ້ອງໄດ້ສຸມໃສ່ແຕ່ລະຂະແໜງການຄື: ວຽກ​ງານສາທາລະນະ​ສຸກ, ໂຍທາ​ທິການ-ຂົນ​ສົ່ງ ແລະ ວຽກ​ງານກະ​ສິ​ກຳ ແລະ ປ່າ​ໄມ້, ທີ່ປະຊຸມໄດ້ປະກອບຄຳຄິດ-ຄຳເຫັນຢ່າງກົງໄປ,ກົງມາ ເພື່ອປັບປຸງແກ້ໄຂບົດໃຫ້ສົມບູນ ໃສ່ແຜນພັດທະນາເມືອງຊ່ອນໃຫ້ເປັນເມືອງຕົວແບບພົ້ນທຸກ ໃນປີ 2020.

ຕອນທ້າຍກອງປະຊຸມ ທ່ານ ພັນທອງ ເພັດໄຊສົມພັນ ປະທານກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຂອງຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ເອົາໃຈໃສ່ເກັບກຳຂໍ້ມູນ ຕາມດຳລັດ 348/ລບ ໃນໄລຍະຜ່ານມາ ແລະ ສະຫຼຸບຕີລາຄາຢ່າງຄົບຖ້ວນສັດເຈນ ແລະ ກຳນົດທິດທາງລວມຈຸດສຸມ ບັນດາກິດຈະກຳແຕ່ລະດ້ານ ເພື່ອໃຫ້ບັນລຸຕາມ 9 ມາດຖານ ແລະ ສັງລວມບັນຫາຕ່າງໆ ມອບໃຫ້ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ປະສານສົມທົບກັບກອງເລຂາບັນດາຂະແໜງການກ່ຽວຂ້ອງ ແລະ ເມືອງຊ່ອນ ສືບຕໍ່ປັບປຸງບົດສະຫຼຸບ ແລະ ແຜນການ ເອົາການປະກອບຄຳເຫັນເປັນບັນຫາສຳຄັນ, ນຳເອົາເນື້ອໃນກອງປະຊຸມໄປຈັດຕັ້ງປະຕິບັດຕາມພາລະບົດບາດສິດໜ້າທີ່, ມີການປະສານງານທີ່ດີແບ່ງຂັ້ນຄຸ້ມຄອງຈະແຈ້ງ, ເພື່ອນຳເອົາແຜນພັດທະນາເມືອງຊ່ອນ, ເຂົ້າກັບແຜນພັດທະນາເສດຖະກິດສັງຄົມ, ຂອງເມືອງ, ແຂວງ ແລະ ລັດຖະບານ, ສອດຄ່ອງກັບສະພາບຕົວຈິງແຕ່ລະບ້ານ ແຕ່ລະຂະແໜງການ, ແຕ່ລະຄາດໝາຍ, ສະເໜີທ່ານເຈົ້າແຂວງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກອງເລຂາຊ່ວຍວຽກ ສ້າງເມືອງຊ່ອນເປັນເມືອງພົ້ນທຸກ ແຕ່ປີ 2020-2024.

 

ພາບ-ຂ່າວ, ຄຳພະແກ້ວ ອິນທະວົງ  ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ