ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ. ສຳເລັດກອງປະຊຸມການຈັດຕັ້ງປະຕິບັດວຽກງານ ໂຄງການຫຼຸດຜ່ອນຄວາມທຸກຍາກ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023

ວັນທີ 26 ມັງກອນ 2023 ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ), ສຳເລັດກອງປະຊຸມການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2022 ແລະ ວາງທິດທາງ ປະຈຳປີ 2023 ໂດຍການເປັນປະທານຮ່ວມຂອງທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ທ່ານ ພັດນະຄອນ ຄັນທະມີໄຊ ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ສູນກາງ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງເປົ້າໝາຍຂອງໂຄງການຄື: ເມືອງຫົວເມືອງ, ເມືອງຊ່ອນ, ຊຳໃຕ້ ແລະ ເມືອງກັວນ ແລະ ມີວິຊາການຂອງໂຄງການເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 30 ທ່ານ.

ທ່ານໄອຍາໂກ ກັນດາສັກ ຜູ້ຊ່ວຍປະສານງານ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນແຂວງ, ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ປະຈຳປີ 2022 ແລະວາງທິດທາງແຜນການ 2023 ຈຸດປະສົງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ, ປັບປຸງເຂົ້າເຖີງການບໍລິການ, ຊຸກຍູ້ການຜະລິດ ແລະ ການບໍລິໂພກອາຫານທີ່ມີໂພສະນາການຫຼາກຫຼາຍ, ຂອງປະຊາຊົນຜູ້ທຸກຍາກໃນພື້ນທີ່ບ້ານເປົ້າໝາຍຂອງໂຄງການ ໃນ 4 ເມືອງ, 139 ບ້ານ, ມີຄົວເຮືອນທັງໝົດ 4 ພັນ 327 ຄົວເຮືອນ, ພົນລະເມືອງ 21 ພັນ 5 ຮ້ອຍ 83 ຄົນ, ຍິງ 10 ພັນ 4 ຮ້ອຍ 91 ຄົນ, ຊົນເຜົ່າ 12 ພັນ 3 ຮ້ອຍ 82 ຄົນ, ໃຊ້ທຶນທັງໝົດ 13 ຕື້ກ່ວາກີບ, ໃນນີ້ໂຄງການຍ່ອຍ 6 ຕື້ 4 ຮ້ອຍກ່ວາລ້ານກີບ, ການປັບປຸງຊີວິການເປັນຢູ່ 6 ຕື້ 8 ຮ້ອຍກ່ວາລ້ານກີບ, ວຽກງານໂພສະນາການ 5 ຮ້ອຍ 18 ລ້ານກ່ວາກີບ, ຈາກນັ້ນຜູ້ແທນຂັ້ນເມືອງ ແລະ ພະແນກການກ່ຽວຂ້ອງໄດ້ປະກອບຄຳຄິດ- ຄຳເຫັນຢ່າງກົງໄປກົງມາເພື່ອວາງທິທາງແຜນການປີ 2023 ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ພ້ອມກັນນັ້ນກໍ່ສຸມໃສ່ການຝຶກອົບຮົມໃຫ້ປະຊາຊົນທີ່ທຸກຍາກໃຫ້ມີຄວາມຮູ້ທາງດ້ານກະສິກຳເປັນຕົ້ນແມ່ນການປູກ ແລະ ການລ້ຽງ, ພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃຫ້ມີໂພສະນາການທີ່ດີ ແລະ ປັບປຸງພື້ນຖານໂຄງລ່າງ, ສືບຕໍ່ສ້າງບ້ານກະສິກຳຕົວແບບພັດທະນາ.

ທ່ານ ພວງສະຫັວດ ພົມມາສີ ກອງປະຊຸມຄັ້ງນີ້ ສຳເລັດໄປດ້ວຍດີກໍ່ຍ້ອນຄວາມຕັ້ງໃຈຂອງຜູ້ປະສານງານ ແລະ ຜູ້ຈັດຕັ້ງປະຕິບັດຂັ້ນເມືອງລົງສູ່ຮາກຖານ ທີ່ມີຄວາມຮັບຜິດຊອບສູງ, ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງຂອງຊຸມຊົນ, ການປັບປຸງຊີວິດການເປັນຢູ່ ແລະ ກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນການແກ້ໄຂວຽກງານໂພສະນາການແມ່ຍິງ ແລະ ເດັກນ້ອຍ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການໃນປີ 2023 ບ່ອນໃດທີ່ຈຳເປັນຕ້ອງໄດ້ແກ້ໄຂໄປກ່ອນ, ພ້ອມກັນນັ້ນຕ້ອງໄດ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງ, ສູນກາງໃຫ້ລະອຽດເພື່ອຈັດຕັ້ງປະຕິບັດຕາມແຜນພັດທະນາກະຊວງກະສິກຳ ແລະ ປ່າໄມ້ວາງອອກ.