ພະຍາດປາກເປື່ອຍລົງເລັບ ງົວ-ຄວາຍລະບາດຢູ່ເມືອງວຽງໄຊ

ຕາມການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ: ພະຍາດປາກເປື່ອຍລົງເລັບງົວ-ຄວາຍ ໄດ້ແຜ່ລະບາດຢູ່ 9 ກຸ່ມບ້ານ ເມືອງວຽງໄຊ ນັບແຕ່ຕົ້ນ ເດືອນພະຈິກ 2017 ເປັນຕົ້ນມາ ແລະ ມີງົວ-ຄວາຍຕິດເຊື້ອທັງໝົດ 3.600 ກວ່າໂຕ. ໃນນັ້ນ ມີງົວ 2.994 ໂຕ, ຄວາຍ 729 ໂຕ ແລະ ຕາຍແລ້ວ 112 ໂຕລວມມູນຄ່າເສຍຫາຍ 290 ລ້ານກວ່າກີບ.

ທ່ານ ອຳໄພ ພູນມະໂນລາດ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງວຽງໄຊ ຮັບຜິດຊອບວຽກງານລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຮູ້ວ່າ: ຕໍ່ສະພາບດັ່ງກ່າວເຈົ້າເມືອງວຽງໄຊ ໄດ້ອອກແຈ້ງການດ່ວນ ເຖິງບັນດາກຸ່ມບ້ານ ແລະ ບ້ານໃນທົ່ວເມືອງ ຫ້າມເຄື່ອນຍ້າຍສັດ, ຂ້າສັດ ແລະ ໂຮງຂ້າສັດໃຫ້ປິດບໍລິການຊົ່ວຄາວ, ສ່ວນຫ້ອງການກະສິກຳ-ປ່າໄມ້ເມືອງວຽງໄຊ ໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງ ລົງສົມທົບກັບກັບອຳນາດ ການປົກຄອງບ້ານ, ສັດຕະວະແພດບ້ານ ໃຫ້ຄຳແນະນຳ ແລະ ສາທິດວິທີການປິ່ນປົວຕົວຈິງ ດ້ວຍວິທີປິ່ນປົວດ້ວຍຢາຫລວງ ແລະ ຢາພື້ນເມືອງ. ເພື່ອປ້ອງກັນບໍ່ໃຫ້ພະຍາດ ດັ່ງກ່າວ ຂະຫຍາຍເປັນບໍລິເວນກວ້າງ ຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ມີແຜນປ້ອງກັນສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ມີແຜນສັກຢາປ້ອງກັນພະຍາດສັດ ໃຫ້ຄົບຕາມຮອບວຽນປີລະ 2 ເທື່ອ, ຫ້າມເຄື່ອນຍ້າຍສັດ, ຫ້າມບໍລິໂພກສັດທີ່ຕາຍ ພ້ອມນີ້ ຍັງຮຽກຮ້ອງເຖິງຜູ້ ປະກອບການລ້ຽງສັດ ຈົ່ງເອົາໃຈໃສ່ເບິ່ງແຍ່ງສຸຂະພາບສັດລ້ຽງ ໂດຍສະເພາະ ຕ້ອງໄດ້ສັກຢາວັກຊິນປ້ອງກັນ, ໃນຍາມໜາວ ຕ້ອງເຮັດຄອກ ແລະ ໃຫ້ອາຫານສັດໃຫ້ພຽງພໍ.

ພະຍາດປາກເປື່ອຍລົງເລັບງົວ-ຄວາຍ ເກີດຂຶ້ນຄັ້ງນີ້ເປັນຄັ້ງທີສອງ, ເຊິ່ງຄັ້ງທຳອິດແມ່ນເກີດຂຶ້ນໃນປີ 2010 ແຕ່ບໍ່ຮ້າຍແຮງຄືຄັ້ງນີ້. ສະເພາະຢູ່ບ້ານຊຽງລວງ ມີງົວທັງໝົດ 212 ໂຕ, ຄວາຍ 98 ໂຕໄດ້ ຕິດເຊື້ອພະຍາດນີ້ 100% ໃນນີ້ມີງົວຕາຍ 15 ໂຕ, ຄວາຍ 2 ໂຕ, ປັດຈຸບັນນີ້ທົ່ວບ້ານສາມາດຄວບຄຸມ ແລະ ປິ່ນປົ່ວດີແລ້ວ 70%, ສ່ວນຈຳນວນທີ່ເຫລືອ ແມ່ນກຳລັງສືບຕໍ່ປິ່ນປົວ.