ກອງກວດກາປ່າໄມ້ແຂວງຫົວພັນ ພົບປະແລກປ່ຽນບົດຮຽນກັບກອງກວດກາປ່າໄມ້ແຂວງຊຽງຂວາງ


ໃນວັນທີ 16 ພະຈິກ 2018 ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ໄດ້ຢ້ຽມຍາມ, ແລກປ່ຽນບົດຮຽນກັບ ກອງກວດກາປ່າໄມ້ແຂວງ ຊຽງຂວາງ ທີ່ຫ້ອງປະຊຸມພະແນກກະສິ
ກຳ ແລະ ປ່າໄມ້ ແຂວງຊຽຂວາງ ນຳໂດຍທ່ານ ຄີ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ,ໃຫ້ກຽດຕ້ອນຮັບທີມງານໂດຍມີທ່ານ ສົມສະໝອນ ຜະລິຈັນ ຮອງຫົວໜ້າພະແນກ
ກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ມີຫົວໜ້າກອງກວດກາ ແລະ ເຈົ້າໜ້າທີ່ປ່າໄມ້ທັງສອງແຂວງເຂົ້າຮ່ວມ 30 ທ່ານ,
ໃນໂອກາດດັ່ງກ່າວທັງສອງຝ່າຍໄດ້ພ້ອມກັນປືກສາຫາລືຖອດຖອນບົດຮຽນ, ກ່ຽວກັບກວດກາປ່າໄມ້, ສັດນໍ້າ – ສັດປ່າ ໃນສອງແຂວງ ໂດຍໄດ້ຍົກໃຫ້ເຫັນສີ່ງທີ່ທ້າທ່າຍ ຂໍ້ສະດວກ ແລະ ຂໍ້ຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະວຽກງານກິດຈະກຳຂອງໂຄງການ ສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດ ໃຊ້ກົດໝາຍສັດນ້ຳ – ສັດປ່າ,ແລະ ເພື່ອເຮັດໃຫ້ການປະສານງານລະຫວ່າງເຈົ້າ
ໜ້າທີ່ປ່າໄມ້ແຂວງ ຫົວພັນ ກັບ ແຂວງ ຊຽງຂວາງໃຫ້ການສະກັດກັ້ນການຊື້ຂາຍສັດນຳ້ – ສັດປ່າທີ່ຫ່ວງຫ້າມ ໃຫ້ມີການປະສານສົບທົບກັນໃນດ້ານວຽກງານການກວດ ກາລາດຕະເວນ ຕາມເສັ້ນທາງ
ຕ່າງໆ, ຈຸດທີ່ມີເຂດແດນຮ່ວມກັນເປັນຕົ້ນ, ຍັງຈະໄດ້ສືບຕໍ່ຮ່ວມມືກວດກາລາດຕະເວນເຂດແດນ ລະຫ່ວາງເມືອງກັວນ ແລະ ເມືອງໜອງແຮດ , ເມືອງຫົວເມືອງ ແລະ ເມືອງຄຳ, ເມືອງຮ້ຽມ ແລະ ເມືອງພູກູດ,ເພື່ອຊ່ວຍເຫຼືອ ແລະ ຮ່ວມມືການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ມີຄວາມເຂັ້ມແຂງ, ເພື່ອເຮັດໃຫ້ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າໄດ້ຖືກນຳໃຊ້ຢ່າງທົ່ວເຖຶງ ແລະ ເຂັ້ມງວດ.

ບັນນາທິການ ແອຊຳ ວິໄລຈິດ
ຜູ້ຂຽນຂ່າວ ຄຳພະແກ້ວ ອິນທະວົງ