ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າ ແນວພັນເຂົ້າ ຈາກ ສສ ຫວຽດນາມ.

ວັນ​ທີ 24 ​ເມສາ 2019 ທີ່​ຜ່ານ​ມາ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ຫົວພັນ​ໄດ້​ຮັບ​ແນວ​ພັນ​ເຂົ້າ ຊ່ວຍ​ເຫຼືອ​ລ້າ ຂອງ​ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸງ​ແຕ່ງ​ກະສິກຳ ຈາກ​ລັດ​ທະ​ບານ ສາທາລະນະ​ລັດ, ສັງຄົມ​ນິຍົມ​ຫວຽດນາມ, ຈຳນວນ 40 ​ໂຕນ, ​ໃນ​ນີ້ ມີ​ເຂົ້າຈ້າວ​ຈຳນວນ 5 ​ໂຕນ ​ແລະ ​ເຂົ້າໜຽວ​ຈຳນວນ 35 ​ໂຕນ. ​ເພື່ອ​ແກ້​ໄຂ​ຜົນ​ກະທົບ​ຈາກ​ໄພພິບັດ​ທຳ​ມະ​ຊາດ ​ໃນ​ປີ 2018 ທີ່​ຜ່ານ​ມາ, ​ຈຳນວນ​ເຂົ້າ​ດັ່ງກ່າວ, ຈະ​ໄດ້​ແຈກ​ຢາຍ​ໃຫ້​ຊາວ​ກະສິກອນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທຳ​ມະ​ຊາດ, ນຳ​ໄປ​ປູກພາຍ​ໃນ​​ລະດູຝົນ ປີ 2019.

ພິທີ​ມອບ – ຮັບ, ​ໄດ້​ຈັດ​ຂື້ນ​ທີ່​ສູນ​ສົ່ງ​ເສີມ ບໍລິການ​ເຕັກນິກ​ຮ່ວມ​ມື​ລາວ – ຫວຽດນາມ, ບ້ານ​ອົ້ງ, ​ເມືອງ​ຊຳ​ເໜືອ, ກ່າວ​ມອບ​ໂດຍ​ທ່ານ ມະນີ​ລັດ ຊາ​ສີດາ​ວົງ ຮອງ​ພະ​ແນ​ກສົ່ງ​ເສີມ​ການ​ຜະລິດ ​ແລະ ນຳ​ໃຊ້​ແນວ​ພັນ, ຕາງໜ້າ​ກ່າວ​ຮັບ​ໂດຍທ່ານ ສີ​ວຽງ​ຊຳ ​ແພງ​ພົມມາ ຫົວໜ້າ​ຂະ​ແໜງ​ປູກຝັງ, ຮັບ​ຮູ້ ​ແລະ ຢັ້ງຢືນ ​ເປັນ​ສັກ​ຂິພິຍານ ທ່ານ​ ກອນ​ໄທ ​ແກ້ວ​ນະຄອນ ຮອງ​ຫົວໜ້າພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຫົວພັນ.

ຜູ້ຂຽນຂ່າວ

ຄຳະແກ້ວ ອິນທະວົງ