komkeo

ສວນແກ້ວຫຼັກເມືອງ

ຕັ້ງ​ຢູ່​ໃຈກາງ​ເທດສະບານ ​ເມືອງຊຳເໜືອ ຕະຫຼອດໄລຍະແຫ່ງວິລະກຳການຕໍ່ສູ້ ອັນຍືດເຍື້ອຍາວນານ ຂອງປະຊາຊົນບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດນັ້ນ ແຂວງຫົວພັນ ໄດ້ເປັນບ່ອນເຕົ້າໂຮມ ຂອງຝ່າຍກຳລັງຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າ ດຳ​ເນີນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ ຢ່າງ​ລະ​ອິດ​ລະ​ອ້ຽວ ​ແລະ ຍືດ​ເຍື້ອຍາວ​ນານ-ຕະຫຼອດ​ໄລຍະ 30 ກວ່າປີ​ ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ສຳ​ເລັດ​ລົງ ດ້ວຍການຢຶດອຳນາດ ຢ່າງມະຫັດສະຈັນ ໃນວັນ​ທີ 2 ທັນວາ 1975​ ເປີດ​ສັງກາດ​ໃໝ່ ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ກ້າວ​ສູ່​ໂສມ​ໜ້າ​ໃໝ່​ ທີ່​ນັບ​ມື້​ຈະ​ເລີ​ນຮຸ່ງ​ເຮືອງ. ສະ​ນັ້ນ, ​ແຂວງ​ຫົວພັນ ຈຶ່ງ​ສົມ​ຊື່​ລື​ນາມ​ວ່າ: ​ເປັນ​ບ່ອນ​ໃຫ້​ກຳ​ເນີດ ​ແລະ ຂະຫຍາຍຕົວ​ຂອງ​ພັກ, ​ເປັນ​ບ່ອນ​ກຳ​ເນີດ​ຂອງ​ການ​ປະຕິວັດ, ​ເປັນ​ແຂວງ​ວິລະ​ຊົນ​ແຫ່ງ​ຊາດ ​ແລະ ​ເປັນ​ແວ່ນ​ແຍງ ​ທີ່​ແຈ່ມ​ໃສ​ໃຫ້​ແກ່​ທົ່ວ​ປະ​ເທດ. ​ດັ່ງ​ບົດ​ເພັງ​ສັນລະ​ເສີນ​ແຂວງ​ຫົວພັນ​ ບາງ​ຕອນ​ກ່າວ​ວ່າ: “ຊຳ​ເໜືອ​ເປັນ​ໜ່ວຍ​ແກ້ວ​ດວງ​ປະ​ເສີດ​ເມືອງ​ລາວ…..”​ເພື່ອ​ເຮັດ​ໃຫ້​ຊື່​ສຽງ, ກຽດ​ສັກ​ສີ ​ແລະ ມູນ​ເຊື້ອ​ປະຕິວັດ ​ທີ່​ຊາວ​ແຂ​ວງຫົວພັນ ​ໄດ້​ສ້າງ​ມາ​ໃຫ້​ກາຍ​ເປັນຄວາມ​ຈິງ ອອກ​ສູ່​ສາຍຕາ​ຂອງ​ຊາວ​ໂລກ​ນັ້ນ. ອົງຄະ​ນະ​ພັກ-ອຳນາດ​ການ​ປົກຄອງ​ແຂວງ​ຫົວພັນ ຈຶ່ງ​ໄດ້​ຕົກລົງ​ກໍ່ສ້າງ​ ສວນ​ແກ້ວ​ຫຼັກ​ເມືອງ​ຂຶ້ນ​ ໃນ​ວັນ​ທີ່ 24/9/2007 ​ແລະ ​ໄດ້​ສຳ​ເລັດ​ວັນ​ທີ 17/5/2008​. ປະຈຸ​ບັນສວນ​ແກ້ວ​ຫຼັກ​ເມືອງ​ ໄດ້​ກາຍ​ເປັນ​ສະຖານ​ທີ່​ ທີ່​ສັກສິດ ​ດ້ວຍ 4 ສັດຈະ​ທໍາ ​ຢູ່​ເສົາ​ໜ່ວຍ​ແກ້ວ​ຫຼັກ​ເມືອງ ​ແລະ ກາຍ​ເປັນ​ສະຖານ​ທີ່​ແຫຼ່ງທ່ອງ​ທ່ຽວ ​ທີ່​ສຳຄັນ​ຂອງ​ແຂວງ​ຫົວພັນ.