komkeo

ກຸ່ມປູກຜັກປອດສານພິດບ້ານນາວຽງ ເມືອງຮ້ຽມຮ່ວມກັນຈັດພິທີເປີດຕະຫຼາດຈໍາໜ່າຍພືດຜັກຢ່າງເປັນທາງການ

 

ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຮ້ຽມ ແລະ ກຸ່ມປູກຜັກປອດສານພິດບ້ານນາວຽງ ເມືອງຮ້ຽມຮ່ວມກັນຈັດພິທີເປີດຕະຫຼາດຈໍາໜ່າຍພືດຜັກຢ່າງເປັນທາງການໃນວັນທີ 25 ຕຸລາ 2017 ທີ່ຕະຫຼາດເທດສະບານເມືອງຊໍາເໜືອ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດຂອງທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີການນຳພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງຮ້ຽມ, ເມືອງຊໍາເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມໃນພິທີດັ່ງກ່າວຢ່າວພ້ອມພຽງ

ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ລົງຊຸກຍູ້ການປູກກ້ວຍທະນີອອງ ຢູ່ເມືອງແອດ

ໃນວັນທີ 28 ເມສາ 2016 ຜ່ານມາ ທ່ານ ຄີນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ພ້ອມດ້ວຍຫົວໜ້າຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ແລະ ວິຊາການ ພ້ອມດ້ວຍອຳນາດການປົກຄອງ ພໍ່ແມ່ປະຊາຊົນໄດ້ເຂົ້າຮ່ວມໃນການປູກກ້ວຍທະນີອອງ (ກ້ວຍນ້ຳ ) ພື້ນເມືອງຢູ່ບ້ານບວມໂພ ກຸ່ມບ້ານລ້ອງຫອຍ ເມືອງແອດ ແຂວງຫົວພັນ ເຊິ່ງມີຈຳນວນ 24 ຄອບຄົວ ໃນເນື້ອທີ່ທັງໝົດ 5,3 ເຮັກຕາ ດ້ວຍການປູກເຫງົ້າ ແລະ ຕົ້ນ ຈໍານວນ 2.100 ຕົ້ນ ໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍ ຈາກປະເທດສະວິດ.
ຈຸດປະສົງຂອງການດໍາເນີນໂຄງການ ແມ່ນເພື່ອເປັນການອະນຸຮັກ ແລະ ສົ່ງເສີມການປູກກ້ວຍທະນີອອງພື້ນເມືອງ ເພື່ອປົກປັກຮັກສາລະບົບນິເວດ ຊີວະນາໆພັນກະສິກຳ ຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງກະສິກອນ ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງເພື່ອຫຼຸດຜ່ອນຄວາມທຸກຍາກຂອງກະສິກອນລົງເທື່ອລະກ້າວ

ພະຍາດປາກເປື່ອຍລົງເລັບ ງົວ-ຄວາຍລະບາດຢູ່ເມືອງວຽງໄຊ

ຕາມການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ: ພະຍາດປາກເປື່ອຍລົງເລັບງົວ-ຄວາຍ ໄດ້ແຜ່ລະບາດຢູ່ 9 ກຸ່ມບ້ານ ເມືອງວຽງໄຊ ນັບແຕ່ຕົ້ນ ເດືອນພະຈິກ 2017 ເປັນຕົ້ນມາ ແລະ ມີງົວ-ຄວາຍຕິດເຊື້ອທັງໝົດ 3.600 ກວ່າໂຕ. ໃນນັ້ນ ມີງົວ 2.994 ໂຕ, ຄວາຍ 729 ໂຕ ແລະ ຕາຍແລ້ວ 112 ໂຕລວມມູນຄ່າເສຍຫາຍ 290 ລ້ານກວ່າກີບ.

ທ່ານ ອຳໄພ ພູນມະໂນລາດ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງວຽງໄຊ ຮັບຜິດຊອບວຽກງານລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຮູ້ວ່າ: ຕໍ່ສະພາບດັ່ງກ່າວເຈົ້າເມືອງວຽງໄຊ ໄດ້ອອກແຈ້ງການດ່ວນ ເຖິງບັນດາກຸ່ມບ້ານ ແລະ ບ້ານໃນທົ່ວເມືອງ ຫ້າມເຄື່ອນຍ້າຍສັດ, ຂ້າສັດ ແລະ ໂຮງຂ້າສັດໃຫ້ປິດບໍລິການຊົ່ວຄາວ, ສ່ວນຫ້ອງການກະສິກຳ-ປ່າໄມ້ເມືອງວຽງໄຊ ໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງ ລົງສົມທົບກັບກັບອຳນາດ ການປົກຄອງບ້ານ, ສັດຕະວະແພດບ້ານ ໃຫ້ຄຳແນະນຳ ແລະ ສາທິດວິທີການປິ່ນປົວຕົວຈິງ ດ້ວຍວິທີປິ່ນປົວດ້ວຍຢາຫລວງ ແລະ ຢາພື້ນເມືອງ. ເພື່ອປ້ອງກັນບໍ່ໃຫ້ພະຍາດ ດັ່ງກ່າວ ຂະຫຍາຍເປັນບໍລິເວນກວ້າງ ຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ມີແຜນປ້ອງກັນສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ມີແຜນສັກຢາປ້ອງກັນພະຍາດສັດ ໃຫ້ຄົບຕາມຮອບວຽນປີລະ 2 ເທື່ອ, ຫ້າມເຄື່ອນຍ້າຍສັດ, ຫ້າມບໍລິໂພກສັດທີ່ຕາຍ ພ້ອມນີ້ ຍັງຮຽກຮ້ອງເຖິງຜູ້ ປະກອບການລ້ຽງສັດ ຈົ່ງເອົາໃຈໃສ່ເບິ່ງແຍ່ງສຸຂະພາບສັດລ້ຽງ ໂດຍສະເພາະ ຕ້ອງໄດ້ສັກຢາວັກຊິນປ້ອງກັນ, ໃນຍາມໜາວ ຕ້ອງເຮັດຄອກ ແລະ ໃຫ້ອາຫານສັດໃຫ້ພຽງພໍ.

ພະຍາດປາກເປື່ອຍລົງເລັບງົວ-ຄວາຍ ເກີດຂຶ້ນຄັ້ງນີ້ເປັນຄັ້ງທີສອງ, ເຊິ່ງຄັ້ງທຳອິດແມ່ນເກີດຂຶ້ນໃນປີ 2010 ແຕ່ບໍ່ຮ້າຍແຮງຄືຄັ້ງນີ້. ສະເພາະຢູ່ບ້ານຊຽງລວງ ມີງົວທັງໝົດ 212 ໂຕ, ຄວາຍ 98 ໂຕໄດ້ ຕິດເຊື້ອພະຍາດນີ້ 100% ໃນນີ້ມີງົວຕາຍ 15 ໂຕ, ຄວາຍ 2 ໂຕ, ປັດຈຸບັນນີ້ທົ່ວບ້ານສາມາດຄວບຄຸມ ແລະ ປິ່ນປົ່ວດີແລ້ວ 70%, ສ່ວນຈຳນວນທີ່ເຫລືອ ແມ່ນກຳລັງສືບຕໍ່ປິ່ນປົວ.

ພິທີ ມອບ-ຮັບ ການກໍ່ສ້າງ ແລະ ສ້ອມແປງຫ້ອງການ, ຫໍພັກ, ຈຸດກວດກາຊັບພະຍາກອນປ່າໄມ້ ແລະ ຫ້ອງການກຸ່ມບ້ານ ໂຄງການ CliPAD ແຂວງຫົວພັນ.

ໂຄງການປ້ອງກັນດິນຟ້າອາກາດ ໂດຍການຫຼີ້ກລ້ຽງການທຳລາຍປ່າໄມ້(CliPAD), ພະແນກຫຼຸດຜ່ອນອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້, ກົມປ່າໄມ້ ພ້ອມດ້ວຍພະແນກ ກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ ໄດ້ມີການເຊັນບົດບັນທຶກ ມອບ-ຮັບ ອາຄານກໍ່ສ້າງ ແລະ ສ້ອມແປງ ບັນດາຫ້ອງການ, ຫໍພັກພະນັກງານ, ຈຸດກວດກາຊັບພະຍາກອນປ່າໄມ້ ແລະ ຫ້ອງການກຸ່ມບ້ານ ລວມທັງໝົດ 17 ແຫ່ງ ຢູ່ໃນ 5 ເມືອງ ເປົ້າໝາຍຂອງໂຄງການ ໂດຍແມ່ນ ທ່ານ ບຸນໂຮມ ສີລິໂພຄ່າ ຫົວໜ້າບໍລິສັດ ຄຳປະສົງ ກໍ່ສ້າງຈຳກັດ ເປັນຜູ້ກ່າວມອບ ແລະ ທ່ານ ຄິນ ທຸມມະລາ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງຫົວພັນ ເປັນຜູ່ກ່າວຮັບ, ພິທີໄດ້ຈັດຂື້ນ ໃນວັນທີ 13 ທັນວາ 2017, ໃນການມອບຮັບອາຄານໃນຄັ້ງນີ້ແມ່ນເພື່ອຈຸດປະສົງໃຫ້ ພະນັກງານວິຊາການ ແລະ ພະນັກງານກຸ່ມບ້ານໄດ້ນຳໃຊ້ເຂົ້າໃນວຽກງານຕ່າງໆ ຂອງໂຄງການປ້ອງກັນດິນຟ້າອາກາດ ໂດຍການຫຼີ້ກລ້ຽງການທຳລາຍປ່າໄມ້(CliPAD) ໃນ 5 ເມືອງຄື: ເມືອງ ຊໍາເໜືອ ຈໍານວນ 07 ແຫ່ງ (ກໍ່ສ້າງຫ້ອງການກຸ່ມບ້ານ 03 ແຫ່ງ; ກໍ່ສ້າງຫ້ອງການ ກອງກວດກາ ປ່າໄມ້ ແລະ ຂະແໜງປ່າໄມ້ ເປັນອາຄານ 02 ຊັ້ນ 1 ແຫ່ງ; ຕໍ່ເຕີມ ແລະ ປັບປຸງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 1 ແຫ່ງ; ຫ້ອງການ ຂະແໜງ ຄຸ້ມຄອງຊັບພະຍາກອນປ່າໄມ້ 1 ແຫ່ງ ແລະ ຈຸດກວດກາຊັບພະຍາກອນປ່າໄມ້ 1 ແຫ່ງ), ເມືອງ ຫົວເມືອງ ຈໍານວນ 05 ແຫ່ງ ກໍ່ສ້າງຫ້ອງການກຸ່ມບ້ານ 03 ແຫ່ງ, ຫ້ອງການຊັບພະຍາກອນປ່າໄມ້ 01 ແຫ່ງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ 01 ແຫ່ງ, ເມືອງ ຮ້ຽມ ຈໍານວນ 02 ແຫ່ງ ກໍ່ສ້າງຫໍພັກພະນັກງານໃໝ່ ແລະ ຕໍ່ເຕີມຫ້ອງການ, ເມືອງ ຊ້ອນ ຈໍານວນ 02 ແຫ່ງ ຈຸດກວດກາຊັບພະຍາກອນປ່າໄມ້ 02 ແຫ່ງ ແລະ ເມືອງ ວຽງໄຊ ຈໍານວນ 01 ແຫ່ງ ຈຸດກວດກາຊັບພະຍາກອນປ່າໄມ້ 01 ແຫ່ງ.

ພະຍາດປາກເປື່ອຍລົງເລັບສັດລະບາດ ຢູ່ 6 ເມືອງ ຂອງແຂວງຫົວພັັນ

ທ່ານ ພວງສະຫວັດ ພົມມະສີ ຫົວໜ້າ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ-ປ່າໄມ້ແຂວງຫົວພັນໄດ້ໃຫ້ຮູ້​​ເມື່ອບໍ່ດົນ​ມານີ້ວ່າ: ການລະບາດຂອງພະຍາດປາກເປື່ອຍລົງເລັບໃນງົວ, ຄວາຍ ແລະ ແບ້ ໄດ້ເລີມຕົ້ນລະບາດ ມາແຕ່ຕົ້ນເດືອນພະຈິກ 2017, ເຊິ່ງຈຸດເລີ່ມຕົ້ນ ແມ່ນເມືອງສົບເບົາ ແລະ ​ໄດ້ແຜ່ລາມຫາ​ເມືອງ​ອື່ນໆ.

ພະຍາດປາກເປື່ອຍລົງເລັບໃນງົວ, ຄວາຍ, ໝູ ແລະ ແບ້ ​ໄດ້​ລະບາດ​ຢູ່ 6 ເມືອງ ຂອງແຂວງຫົວພັນ ມີ ເມືອງສົບເບົາ, ວຽງໄຊ, ຊຳໃຕ້, ເມືອງແອດ, ຊຽງຄໍ້ ແລະ ເມືອງຊຳເໜືອ. ​ໃນ​ນັ້ນ, ໄດ້ຮັບຜົນກະທົບທັງໝົດ 151 ບ້ານ, ມີ ງົວ-ຄວາຍ ຕິດເຊື້ອພະຍາດ 10.413 ໂຕ, ມີ ງົວ-ຄວາຍນ້ອຍ ຕາຍຍ້ອນພະຍາດນີ້ແລ້ວ 349 ໂຕ, ໝູ 262 ໂຕ ແລະ ແບ້ 119 ໂຕ, ຄິດເປັນມູນຄ່າ ຄວາມເສຍຫາຍທັງໝົດ 1,30 ຕື້ກີບ.

ຈາກຜົນການສຳຫລວດ​ໃຫ້ຮູ້ວ່າ ເຂດທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ແມ່ນເມືອງຊຳເໜືອ ແລະ ເມືອງຊຽງຄໍ້, ເຊິ່ງເມືອງຊຳເໜືອ ກວມເອົາ 82 ບ້ານ, 7 ກຸ່ມບ້ານ, 2 ເຂດ ແລະ ເມືອງຊຽງຄໍ້ອີກ 7 ບ້ານ ແລະ ອັດຕາການລະບາດ ຂອງພະຍາດປາກເປື່ອຍລົງເລັບງົວ -ຄວາຍຢູ່ສອງເມືອງນີ້, ຍັງມີທ່າອ່ຽງເພີ່ມຂຶ້ນ. ສ່ວນອີກ 4 ເມືອງ ຄື: ເມືອງວຽງໄຊ, ສົບເບົາ, ຊຳໃຕ້ ແລະ ເມືອງແອດ ມາຮອດປັດຈຸບັນແມ່ນ ສາມາດຄວບຄຸມໄດ້ແລ້ວ. ສ່ວນສາເຫດທີ່ພາໃຫ້ ພະຍາດດັ່ງກ່າວ​, ແມ່ນເລີ່ມຈາກສັດ ທີ່ບໍ່ໄດ້ຮັບການສັກຢາກັນພະຍາດ, ຮ້າຍແຮງກວ່ານັ້ນ ຈຳນວນສັດ ທີ່ສັກຢາແລ້ວນັ້ນ ກໍປະກົດຕິດພະຍາດນີ້ ຢ່າງຫລວງຫລາຍ, ອີກຢ່າງໜຶ່ງ ຍ້ອນການລ້ຽງສັດ ຂອງປະຊາຊົນພາຍໃນບ້ານ ຍັງລ້ຽງແບບຊະຊາຍ, ບໍ່ມີການແຍກບ່ອນຢູ່ ລະຫວ່າງ ສັດທີ່ເປັນພະຍາດ ກັບສັດທີ່ຍັງບໍ່ທັນເປັນຕິດ​ເຊື້ອ. ສະນັ້ນ, ຈຶ່ງເຮັດໃຫ້ພະຍາດນີ້ ຂະຫຍາຍອອກເປັນວົງກວ້າງ.

ທ່ານ ພວງສະຫວັດ ພົມມະສີ ຍັງ​ໃຫ້​ຮູ້​ຕື່ມວ່າ: ພາຍຫລັງທີ່ເກີດພະຍາດດັ່ງກ່າວ ແລ້ວ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງເກັບກຳຂໍ້ມູນ, ຈັດສົ່ງ ພະນັກງານວິຊາການລົງໄປປະຈຳ ຢູ່ແຕ່ລະກຸ່ມບ້ານ ເພື່ອແນະນຳ ວິທີການປິ່ນປົ່ວພະຍາດ ປາກເປື່ອຍລົງເລັບງົວ-ຄວາຍ ໃຫ້ປະຊາຊົນ ແຕ່ລະບ້ານຢ່າງຖືກຕ້ອງ ຕາມຫລັກວິຊາການ, ມອບ​ຢາໃຫ້ປະຊາຊົນນຳໄປປິ່ນປົ່ວ ແລະ ສັກໃຫ້ສັດດ້ວຍຕົນເອງ, ຕັ້ງດ່ານກັກສັດ ແລະ ສີດພົ່ນຢາຂ້າເຊື້ອຊົ່ວຄາວ 2 ຈຸດ ຢູ່ເຂດຄຸ້ມຄອງ ລະຫວ່າງ ເມືອງສົບເບົາ-ເມືອງຊຽງຄໍ້, ເມືອງວຽງໄຊ ແລະ ເມືອງຊຳເໜືອ. ພ້ອມນີ້, ແຕ່ລະເມືອງຍັງໄດ້ອອກແຈ້ງການ ຫ້າມຂາຍສັດ, ຂ້າສັດເພື່ອບໍລິໂພກ, ຫ້າມເຄື່ອນຍ້າຍສັດ ໃນເຂດ ທີ່ມີພະຍາດລະບາດ, ອອກແຈ້ງການໃຫ້ແຕ່ລະບ້ານ ຕິດຕາມເຝົ້າລະວັງ ໃນຂອບເຂດຕົນຮັບຜິດຊອບ ທີ່ເຫັນວ່າມີຄວາມສ່ຽງສູງ ແລະ ເປີດການສີດພົ່ນຢາຂ້າເຊື້ອ ພະຍາດຕາມດ່ານ ສາຍແດນເປັນປົກກະຕິ ຈຳກັດບໍ່ໃຫ້ພະຍາດນີ້ ຂະຫຍາຍວົງກວ້າງອອກສູ່ເຂດອື່ນ.

ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນເປີດຂະບວນການສີດພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງ

ພິທີເປີດຂະບວນການສີດພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງໄດ້ຈັດຂື້ນ ໃນວັນທີ່ 6 ມີຖຸນາ 2017 ຜ່ານມານີ້ ຢູ່ຫ້ວຍໄຊ, ເຂດທຳການຜະລິດຂອງປະຊາຊົນ ບ້ານນາປຸງ ເມືອງວຽງໄຊ, ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ສໍສະຫວັນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງວຽງໄຊ, ພະນັກງານວິຊາການ ແລະ ຄະນະພັກອຳນາດການປົກຄອງກຸ່ມບ້ານເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ທ່ານ ບົວວັນ ບຸນມີໄຊ ຮອງເຈົ້າເມືອງໆວຽງໄຊ ໄດ້ໃຫ້ຮູ້ວ່າ: ການລະບາດ ຕັກແຕນຝຸງໄມ້ປ່ອງ ຖືວ່າເປັນຜົນກະທົບທີ່ຮ້າຍແຮງ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງພົນລະເມືອງລາວ, ຕໍ່ພືນທີ່ກະສິກຳຂອງປະຊາຊົນລາວບັນດາເຜົ່າ. ຈຸດປະສົງ ກໍ່ເພື່ອແນ່ໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 28 ແລະ ຄຳສັ່ງຂອງກະຊວງກະສິກຳ ແລະ ປ່າໄມ້ສະບັບເລກທີ 3349 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຕໍ່ການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງຢູ່ບັນດາແຂວງພາກເໜືອ ຢ່າງເຂັ້ມງວດ, ອີກອັນໜື່ງກໍ່ເພື່ອບໍ່ໃຫ້ຕັກແຕນຝູງໄມ້ປ່ອງ ສືບຕໍ່ຂະຫຍາຍພັນໄປໃນພື້ນທີ່ບ້ານ, ເມືອງອື່ນໆ ທີ່ໃກ້ຄຽງ; ເນື່ອງຈາກລະບົບນິເວດແຂວງພາກເໜືອມີຄວາມເໝາະສົມເຊັ່ນ: ພື້ນທີ່ປ່າໄມ້ປ່ອງ, ເຂົ້າໄຮ່-ນາ, ສາລີ ແລະ ພືດອື່ນໆຂອງປະຊາຊົນ ທີ່ເປັນແຫຼ່ງອາຫານ ແລະ ເປັນເງື່ອນໄຂເອື້ອອຳນວຍແກ່ການຂະຫຍາຍ ຕົວຂອງຕັກແຕນ. ສະນັ້ນ, ຈື່ງມີຄວາມຈຳເປັນຕ້ອງປຸກລະດົມກຳລັງແຮງງານທ້ອງຖີ່ນ, ດ້ານງົບປະມານຈາກພາກລັດ, ກຳລັງພົນ, ເຄື່ອງມືອຸປະກອນຮັບໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມຕັກແຕນຝູງໄມ້ປ່ອງໃຫ້ເກີດປະໂຫຍດສູງສຸດ, ແນໃສ່ເຮັດໃຫ້ຈຳນວນຕັກແຕນຝຸງໄມ້ປ່ອງນັບມື້ຫຼຸດລົງ ແລະ ກ້າວໄປເຖິງດັບສູນຢ່າງສີ້ນເຊີງ. ໂອກາດນີ້ ທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຮັບຜິດຊອບການປ້ອງກັນ ແລະ ຄວບຄຸມການລະບາດຕັກແຕນຝູງໄມ້ປ່ອງຍັງໃຫ້ສຳພາດວ່າ: ການລະບາດຕັກແຕນຝຸງໄມ້ປ່ອງຢູ່ແຂວງຫົວພັນໄດ້ສືບເນື່ອງມາແຕ່ປີ 2014, ປະຈຸບັນທົ່ວແຂວງຫົວພັນຕັກແຕນຝູງໄມ້ປ່ອງໄດ້ລະບາດແລ້ວຈຳນວນ 8 ເມືອງ, ມີ 73 ໝູ່ບ້ານ ແລະ ສຳຫຼວດພົບເຫັນ 178 ຈຸດ ໃນນີ້ສາມາດຄວບຄຸມໄດ້ແລ້ວ 80 ຈຸດ ກວມພື້ນທີ່ 200 ກວ່າເຮັກຕາ, ທ່ານ ສີວຽງຊຳ ແພງພົມມາ ຍັງໃຫ້ຮູ້ຕື່ມອີກວ່າພາຍຫຼັງເປີດພິທີເປັນທາງການແລ້ວ ຂະແໜງປູກຝັງຈະສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອຳນາດການປົກຄອງບັນດາບ້ານທີ່ຖືກຜົນກະທົບສືບຕໍ່ລົງສີດພົ່ນຢາປ້ອງກັນ ແລະ ຄວບຄຸມຢູ່ພື້ນທີ່ຕ່າງໆໃນທົ່ວແຂວງຕາມແຜນທີ່ໄດ້ຄາດກະໄວ້

ສະຫຼອງແກ້ວຫຼັກເມືອງ ທີ່ຊໍາເໜືອ ຄົບຮອບ 8 ປີ 17/5/2008~17/5/2016

ແກ້ວຫຼັກເມືອງ ຕັ້ງຢູ່ໃຈກາງເທດສະບານ ເມືອງຊຳເໜືອ ແຂວງຫົວພັນ ອົງຄະນະພັກ-ອຳນາດການປົກຄອງແຂວງຫົວພັນ ໄດ້ຕົກລົງກໍ່ສ້າງ ສວນແກ້ວຫຼັກເມືອງຂຶ້ນ ໃນວັນທີ່ 24/9/2007 ແລະ ໄດ້ສຳເລັດວັນທີ 17/5/2008. ປັດຈຸບັນສວນແກ້ວຫຼັກເມືອງ ໄດ້ກາຍເປັນສະຖານທີ່ ທີ່ສັກສິດ ດ້ວຍ 4 ສັດຈະທໍາ ຢູ່ເສົາໜ່ວຍແກ້ວຫຼັກເມືອງ ແລະ ກາຍເປັນສະຖານທີ່ແຫຼ່ງທ່ອງທ່ຽວ ທີ່ສຳຄັນຂອງແຂວງຫົວພັນ. ໃນວັນທີ່ 16/5/2016 ການນໍາ ແລະ ປະຊາຊົນຊາວເມືອງຊໍາເໜືອ ແລະ ໃກ້ຄຽງ ໄດ້ພ້ອມກັນເຮັດພິທີ ທໍາບຸນໃສ່ບາດ ແລະ ມ່ວນຊື່ນຄົບງັນ.

ຫົວພັນຖິ່ນກຳ ເນີດປະຕິວັດ ສຸມພັດທະນາ 5 ທ່າແຮງຂອງແຂວງ

ແຂວງ​ຫົວ­ພັນ ນັບ​ວ່າ​ເປັນ​ແຂວງໜຶ່ງ​ທີ່​ຍັງ​ມີ​ອັດ­ຕາ​ຄວາມ­ທຸກ​ຍາກ​ຂອງປະ­ຊາ­ຊົນ​ຫຼາຍ​ສົມ­ຄວນສະ­ນັ້ນເພື່ອ​ແກ້ບັນ­ຫາ​ດັ່ງ­ກ່າວກໍ​ຄື​
ປະ­ຕິ­ບັດ​ຕາມ​ແນວທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທາງ​ແຂວງ ຈິ່ງ​ສຸມ​ໃສ່​ການ​ພັດ­ທະ­ນາ 5 ທ່າ­ແຮງ​ຫຼັກ​ຂອງ​ແຂວງ​ເປັນ­ຕົ້ນ​ຕໍໂດຍ​ສະ­ເພາະການ​ປູກ­ຝັງ, ການ​ລ້ຽງ­ສັດ, ການ­ທ່ອງ­ທ່ຽວ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ ແລະ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ເພື່ອ​ຂັບເຄື່ອນ​ເສດ­ຖະ­ກິດ​ໃຫ້​ຂະ­ຫຍາຍ​ຢ່າງ​ຕໍ່ເນື່ອງ​ ທີ່​ຈະ​ຊ່ວຍ​ຍູ້​ໜູນ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ມີ​ລະ­ດັບ​ທີ່​ດີ​ຂຶ້ນເທື່ອ​ລະ​ກ້າວ.
ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຮອງເຈົ້າ­ແຂວງໆ​ຫົວ­ພັນໃຫ້​ຮູ້­ເມື່ອ​ບໍ່​ດົນ​ມານີ້​ວ່າ:
ເນື່ອງ​ວ່າ​ແຂວງ​ຫົວ­ພັນ​ເປັນ​ແຂວງ ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ປະ­ເທດປະ­ຈຸ​ບັນ​ມີອັດ­ຕາ​ຄວາມ­ທຸກ​ຍາກ 18% ຂອງ​ຈຳນວນ​ຄອບ­ຄົວ ເທົ່າ​ກັບ 8 ພັນ​ກວ່າ​ຄອບ­ຄົວ ຊຶ່ງ​ຜ່ານ​ມາ​ແຂວງ​ໄດ້​ສຸມ​ທຶນ­ຮອນເຂົ້າ​ໃສ່​ໃນ​ການ​ສ້າງ​ກິດ­ຈະ­ກຳ​ເພີ່ມ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ແລະ ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ແນວ­ໃດ​ກໍ​ດີ​ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນພາຍໃນ​ແຂວງ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ​ແຂວງ​ໄດ້​ວາງ​ວິ​ໃສ​ທັດ​ການ​ພັດ­ທະ­ນາ​ຕາມ 5 ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ແຂວງເປັນ­ຕົ້ນ​ ແມ່ນ​ການ​ປູກ­ຝັງ​ປູກ​ພືດ​ປອດສານ­ພິດ​ເພື່ອ​ຈຳ­ໜ່າຍ​ຕະ­ຫຼາດ​ພາຍ​ໃນ ແລະ​ສົ່ງ​ອອກ, ການ​ລ້ຽງ­ສັດໂດຍ​ສະ­ເພາະງົວ, ຄວາຍ, ໝູ ແລະ​ອື່ນໆ, ການ­ທ່ອງ­ທ່ຽວ​ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ທາງ ຜ່ານ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ​ເປັນ­ຕົ້ນຕ່ຳ­ຫູກ​ທໍ​ໄໝ, ການ​ຈັກ­ສານ ແລະ​ການ​ປັ້ນ​ຫຼໍ່​ຕ່າງໆ ແລະ​ການ​ກໍ່­ສ້າງ​ເຂື່ອນ​ໄຟ ຟ້າ​ນ້ຳ­ຕົກຊຶ່ງ​ປະ­ຈຸ​ບັນ​ມີ​ຫຼາຍ​ໂຄງ­ການທີ່​ກໍ່­ສ້າງ ແລະ​ກຳ­ລັງ​ກໍ່­ສ້າງ.
ແນວ­ໃດ​ກໍ​ດີອີງ​ຕາມ​ບົດ​ສະ­ຫຼຸບ​ຂອງ ສົກ​ປີ 2014-2015 ທົ່ວ​ແຂວງ​ຫົວ­ພັນມີ​ເນື້ອ­ທີ່​ປູກ­ຝັງ​ທັງ​ໝົດ 61.162 ເຮັກ­ຕາເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 332.612 ໂຕນ ໃນ​ນັ້ນ ເນື້ອ­ທີ່​ປູກ​ເຂົ້າ​ມີ​ທັງ​ໝົດ 27.478 ເຮັກ­ຕາ ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 1,10 ແສນ​ໂຕນ ສຳ­ລັບ​ເນື້ອ­ທີ່​ປູກ​ພືດ​ມີ 33.684 ເຮັກ­ຕາ ໃນ​ນີ້ ປູກ​ພືດ​ຕົ້ນ­ຕໍ 26.784 ເຮັກ ຕາ ຜົນ​ຜະ­ລິດ​ໄດ້ 1,78 ແສນ​ກວ່າ​ໂຕນ ແລະ​ເນື້ອ­ທີ່​ປູກ​ພືດ​ສິນ­ຄ້າ​ທົ່ວ​ໄປ 5.598 ເຮັກ­ຕາ ຜົນ​ຜະ­ລິດ​ໄດ້ 36,62 ພັນ​ໂຕນ, ສ່ວນ​ສັດ­ລ້ຽງ​ມີ​ທັງ​ໝົດ 2,79 ແສນ​ກວ່າ ໂຕ ມີ​ສັດ​ໃຫຍ່ (ງົວ ແລະ​ຄວາຍ) 1,28 ແສນ​ກວ່າ​ໂຕ ແລະ​ສັດ​ປີກ 910.101 ໂຕ.
ທົ່ວ​ແຂວງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 124 ແຫ່ງ ໃນ​ນັ້ນ ແຫຼ່ງ​ທ່ອງ​ທ່ຽວ​ທາງ ດ້ານ​ທຳ​ມະ​ຊາດ 37 ແຫ່ງ, ທາງ​ດ້ານ ວັດ­ທະ­ນະ­ທຳ 30 ແຫ່ງ ແລະ​ແຫຼ່ງ​ທ່ອງ ທ່ຽວ​ປະ­ຫວັດ­ສາດ 57 ແຫ່ງ ສາ­ມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ທັງ​ໝົດ 39.341 ຄົນ ໃນ​ນັ້ນ ແຂກ​ພາຍ​ໃນ 16.400 ຄົນ ແລະ​ແຂກ​ຕ່າງ­ປະ­ເທດ 22.941 ຄົນ ໂດຍ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ໄດ້ 16,85 ຕື້​ກີບ.
ໂດຍ​ປະ­ຈຸ​ບັນ​ຈຳ­ນວນ ບ້ານ​ທີ​ໄດ້ ຊົມ­ໃຊ້​ໄຟ­ຟ້າ​ແລ້ວ​ມີ 429 ບ້ານ ເທົ່າ​ກັບ 59,75% ຂອງ​ບ້ານທັງ​ໝົດ, ມີ 32.470 ຄົວ​ເຮືອນ ເທົ່າ​ກັບ 67,52% ຂອງ​ຄົວ​ເຮືອນ​ທັງ​ໝົດ ແລະ​ສາ­ມາດ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ສາ­ຂາ​ແຂວງ​ຫົວ­ພັນ ໄດ້ 24,89 ລ້ານ​ກວ່າ​ກິ​ໂລ​ວັດ (Kw) ສາ­ມາດ​ເກັບ​ລາຍ​ໄດ້​ຈາກ​ພະ­ລັງ­ງານ ມູນ​ຄ່າ 16,25 ຕື້​ກີບ ໃນ​ນັ້ນ ການ​ຜະ­ລິດ​ຈຳ­ໜ່າຍ​ໄຟ­ຟ້າ​ນ້ຳ­ຕົກ​ປະ­ຕິ­ບັດ​ໄດ້ 775.750 ກິ​ໂລ​ວັດ ນອກ​ນັ້ນກຳ­ລັງ​ກໍ່ ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ 6 ແຫ່ງ​ມີ​ກຳ ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ລວມ 234 ເມ​ກາ​ວັດ ມູນ​ຄ່າ 510 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ການຜະລິດເປັນສິນຄ້າ ຢູ່ແຂວງຫົວພັນ ເລີ່ມຂະຫຍາຍຕົວເຮັດໃຫ້ຄວາມທຸກ ຍາກຫລຸດລົງ

ຂປລ. ໃນປະຈຸບັນ ການຜະລິດເປັນສິນຄ້າຂອງປະຊາຊົນແຂວງຫົວພັນ ເລີ່ມມີໜໍ່ແໜງຂະຫຍາຍຕົວ ແລະ ມີຄອບຄົວຕົວແບບເກີດຂຶ້ນ ໂດຍເລີ່ມຈາກ ການລ້ຽງສັດປະເພດຕ່າງໆ, ການຕ່ຳຫູກທໍໄໝ, ການຈັກສານ, ການປູກສາລີ, ໝາກແຕງໂມ, ພືດຜັກ ອັນໄດ້ສ້າງລາຍຮັບໃຫ້ປະຊາຊົນຈຳນວນ 166 ຄອບຄົວມີລາຍຮັບເຖິງ 5.430 ລ້ານກວ່າກີບ ແລະ ສິ່ງດັ່ງກ່າວໄດ້ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຈາກ 44,83% ໃນປີ 2010 ຍັງເຫລືອ 37,62% ໃນປີ 2012. ຕາມການເປີດເຜີຍຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງໆຫົວພັນ ຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານປະຈຳປີ 2012- 2013 ວ່າ: ຂະບວນການຜະລິດເປັນສິນຄ້າຂອງປະຊາຊົນແຂວງຫົວພັນ ໃນປະຈຸບັນອັນພົ້ນເດັ່ນກວ່າໝູ່ແມ່ນ ຂະບວນການຕ່ຳຫູກທໍໄໝ ສະເພາະສົກປີຜ່ານມາ ສາມາດຂາຍສົ່ງອອກໄດ້ 46 ພັນກວ່າຜືນ ຄິດເປັນມູນຄ່າຫລາຍສິບຕື້ກີບ, ນອກນັ້ນຍັງມີ ກຸ່ມຕ່ຳຫູກທໍໄໝ ແລະ ຍ້ອມສີທຳມະຊາດ 12 ກຸ່ມ, ມີຮ້ານຂາຍຜະລິດຕະພັນ 57 ຮ້ານ ແລະ ມີຄອບຄົວຕົວແບບຈຳນວນໜຶ່ງ ແລະ ຕາມຂໍ້ມູນຂອງພະແນກອຸດສາຫະກຳການຄ້າແຂວງໃຫ້ຮູ້ວ່າ ມີ 503 ບ້ານ ກວມ 69,86% ແມ່ນຍຶດຖືອາຊີບຕ່ຳຫູກ, ສິ່ງດັ່ງກ່າວໄດ້ປະກອບສ່ວນໃຫ້ເສດຖະກິດຂອງແຂວງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ສະ ແດງອອກອັດຕາເຕີບໂຕດ້ານເສດຖະກິດປະມານ 14,62%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.517 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 653 ໂດ ລາຕໍ່ຄົນຕໍ່ປີ.
ພ້ອມນີ້ ທ່ານ ເຈົ້າແຂວງຍັງຍົກໃຫ້ເຫັນວ່າ: ໃນປະຈຸບັນແຂວງຫົວພັນ ພວມເລັ່ງສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການພັດທະນາ ເສດຖະກິດ- ສັງຄົມ ໂດຍການຫັນສູ່ທິດຕາເວັນອອກ ເພື່ອເຊື່ອມໂຍງກັບ ສສ.ຫວຽດນາມ ຕາມ 5 ທ່າແຮງບົ່ມຊ້ອນຄື: ດ້ານການປູກຝັງ, ລ້ຽງສັດ, ຫັດຖະກຳ, ການທ່ອງທ່ຽວ ແລະ ດ້ານພະລັງງານໄຟຟ້ານ້ຳຕົກ. ແຕ່ວ່າລະບົບເສັ້ນທາງທີ່ຈະອອກສູ່ດ່ານຊາຍແດນຍັງບໍ່ທັນມີຄວາມສະດວກ, ຫຍຸ້ງຍາກແກ່ການ ຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ. ດັ່ງນັ້ນ ທາງອຳນາດການປົກຄອງແຂວງພວມເລັ່ງກໍ່ສ້າງພື້ນຖານໂຄງລ່າງດ້ານ ເສັ້ນທາງຄົມມະນາຄົມ ອອກສູ່ດ່ານຊາຍແດນທີ່ມີເຖິງ 10 ດ່ານ, ໃນນັ້ນ ມີດ່ານສາກົນ 1 ແຫ່ງ, ດ່ານແຫ່ງຊາດ 3 ແຫ່ງ ແລະ ດ່ານປະເພນີ 6 ແຫ່ງ. ນອກນີ້ ເພື່ອຮອງຮັບການເຊື່ອມໂຍງກັບປະເທດໃກ້ຄຽງໃນພາກພື້ນ ແລະ ສາກົນ ອຳນາດການປົກຄອງແຂວງຫົວພັນ ໄດ້ເອົາໃຈໃສ່ໃນວຽກ ງານສຶກສາອົບຮົມການເມືອງແນວຄິດ, ຍົກລະດັບດ້ານຄວາມຮູ້ຄວາມສາມາດໃຫ້ຖັນແຖວພະນັກງານ, ສ້າງເງື່ອນໄຂດຶງດູດນັກລົງທຶນຕ່າງປະເທດໃຫ້ ເຂົ້າມາລົງທຶນ ໃນຂະແໜງຕ່າງໆນັບມື້ຫລາຍຂຶ້ນ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຂວງ