ການຜະລິດເປັນສິນຄ້າ ຢູ່ແຂວງຫົວພັນ ເລີ່ມຂະຫຍາຍຕົວເຮັດໃຫ້ຄວາມທຸກ ຍາກຫລຸດລົງ

ຂປລ. ໃນປະຈຸບັນ ການຜະລິດເປັນສິນຄ້າຂອງປະຊາຊົນແຂວງຫົວພັນ ເລີ່ມມີໜໍ່ແໜງຂະຫຍາຍຕົວ ແລະ ມີຄອບຄົວຕົວແບບເກີດຂຶ້ນ ໂດຍເລີ່ມຈາກ ການລ້ຽງສັດປະເພດຕ່າງໆ, ການຕ່ຳຫູກທໍໄໝ, ການຈັກສານ, ການປູກສາລີ, ໝາກແຕງໂມ, ພືດຜັກ ອັນໄດ້ສ້າງລາຍຮັບໃຫ້ປະຊາຊົນຈຳນວນ 166 ຄອບຄົວມີລາຍຮັບເຖິງ 5.430 ລ້ານກວ່າກີບ ແລະ ສິ່ງດັ່ງກ່າວໄດ້ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຈາກ 44,83% ໃນປີ 2010 ຍັງເຫລືອ 37,62% ໃນປີ 2012. ຕາມການເປີດເຜີຍຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງໆຫົວພັນ ຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານປະຈຳປີ 2012- 2013 ວ່າ: ຂະບວນການຜະລິດເປັນສິນຄ້າຂອງປະຊາຊົນແຂວງຫົວພັນ ໃນປະຈຸບັນອັນພົ້ນເດັ່ນກວ່າໝູ່ແມ່ນ ຂະບວນການຕ່ຳຫູກທໍໄໝ ສະເພາະສົກປີຜ່ານມາ ສາມາດຂາຍສົ່ງອອກໄດ້ 46 ພັນກວ່າຜືນ ຄິດເປັນມູນຄ່າຫລາຍສິບຕື້ກີບ, ນອກນັ້ນຍັງມີ ກຸ່ມຕ່ຳຫູກທໍໄໝ ແລະ ຍ້ອມສີທຳມະຊາດ 12 ກຸ່ມ, ມີຮ້ານຂາຍຜະລິດຕະພັນ 57 ຮ້ານ ແລະ ມີຄອບຄົວຕົວແບບຈຳນວນໜຶ່ງ ແລະ ຕາມຂໍ້ມູນຂອງພະແນກອຸດສາຫະກຳການຄ້າແຂວງໃຫ້ຮູ້ວ່າ ມີ 503 ບ້ານ ກວມ 69,86% ແມ່ນຍຶດຖືອາຊີບຕ່ຳຫູກ, ສິ່ງດັ່ງກ່າວໄດ້ປະກອບສ່ວນໃຫ້ເສດຖະກິດຂອງແຂວງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ສະ ແດງອອກອັດຕາເຕີບໂຕດ້ານເສດຖະກິດປະມານ 14,62%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.517 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 653 ໂດ ລາຕໍ່ຄົນຕໍ່ປີ.
ພ້ອມນີ້ ທ່ານ ເຈົ້າແຂວງຍັງຍົກໃຫ້ເຫັນວ່າ: ໃນປະຈຸບັນແຂວງຫົວພັນ ພວມເລັ່ງສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການພັດທະນາ ເສດຖະກິດ- ສັງຄົມ ໂດຍການຫັນສູ່ທິດຕາເວັນອອກ ເພື່ອເຊື່ອມໂຍງກັບ ສສ.ຫວຽດນາມ ຕາມ 5 ທ່າແຮງບົ່ມຊ້ອນຄື: ດ້ານການປູກຝັງ, ລ້ຽງສັດ, ຫັດຖະກຳ, ການທ່ອງທ່ຽວ ແລະ ດ້ານພະລັງງານໄຟຟ້ານ້ຳຕົກ. ແຕ່ວ່າລະບົບເສັ້ນທາງທີ່ຈະອອກສູ່ດ່ານຊາຍແດນຍັງບໍ່ທັນມີຄວາມສະດວກ, ຫຍຸ້ງຍາກແກ່ການ ຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ. ດັ່ງນັ້ນ ທາງອຳນາດການປົກຄອງແຂວງພວມເລັ່ງກໍ່ສ້າງພື້ນຖານໂຄງລ່າງດ້ານ ເສັ້ນທາງຄົມມະນາຄົມ ອອກສູ່ດ່ານຊາຍແດນທີ່ມີເຖິງ 10 ດ່ານ, ໃນນັ້ນ ມີດ່ານສາກົນ 1 ແຫ່ງ, ດ່ານແຫ່ງຊາດ 3 ແຫ່ງ ແລະ ດ່ານປະເພນີ 6 ແຫ່ງ. ນອກນີ້ ເພື່ອຮອງຮັບການເຊື່ອມໂຍງກັບປະເທດໃກ້ຄຽງໃນພາກພື້ນ ແລະ ສາກົນ ອຳນາດການປົກຄອງແຂວງຫົວພັນ ໄດ້ເອົາໃຈໃສ່ໃນວຽກ ງານສຶກສາອົບຮົມການເມືອງແນວຄິດ, ຍົກລະດັບດ້ານຄວາມຮູ້ຄວາມສາມາດໃຫ້ຖັນແຖວພະນັກງານ, ສ້າງເງື່ອນໄຂດຶງດູດນັກລົງທຶນຕ່າງປະເທດໃຫ້ ເຂົ້າມາລົງທຶນ ໃນຂະແໜງຕ່າງໆນັບມື້ຫລາຍຂຶ້ນ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຂວງ