ຫົວພັນຖິ່ນກຳ ເນີດປະຕິວັດ ສຸມພັດທະນາ 5 ທ່າແຮງຂອງແຂວງ

ແຂວງ​ຫົວ­ພັນ ນັບ​ວ່າ​ເປັນ​ແຂວງໜຶ່ງ​ທີ່​ຍັງ​ມີ​ອັດ­ຕາ​ຄວາມ­ທຸກ​ຍາກ​ຂອງປະ­ຊາ­ຊົນ​ຫຼາຍ​ສົມ­ຄວນສະ­ນັ້ນເພື່ອ​ແກ້ບັນ­ຫາ​ດັ່ງ­ກ່າວກໍ​ຄື​
ປະ­ຕິ­ບັດ​ຕາມ​ແນວທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທາງ​ແຂວງ ຈິ່ງ​ສຸມ​ໃສ່​ການ​ພັດ­ທະ­ນາ 5 ທ່າ­ແຮງ​ຫຼັກ​ຂອງ​ແຂວງ​ເປັນ­ຕົ້ນ​ຕໍໂດຍ​ສະ­ເພາະການ​ປູກ­ຝັງ, ການ​ລ້ຽງ­ສັດ, ການ­ທ່ອງ­ທ່ຽວ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ ແລະ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ເພື່ອ​ຂັບເຄື່ອນ​ເສດ­ຖະ­ກິດ​ໃຫ້​ຂະ­ຫຍາຍ​ຢ່າງ​ຕໍ່ເນື່ອງ​ ທີ່​ຈະ​ຊ່ວຍ​ຍູ້​ໜູນ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ມີ​ລະ­ດັບ​ທີ່​ດີ​ຂຶ້ນເທື່ອ​ລະ​ກ້າວ.
ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຮອງເຈົ້າ­ແຂວງໆ​ຫົວ­ພັນໃຫ້​ຮູ້­ເມື່ອ​ບໍ່​ດົນ​ມານີ້​ວ່າ:
ເນື່ອງ​ວ່າ​ແຂວງ​ຫົວ­ພັນ​ເປັນ​ແຂວງ ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ປະ­ເທດປະ­ຈຸ​ບັນ​ມີອັດ­ຕາ​ຄວາມ­ທຸກ​ຍາກ 18% ຂອງ​ຈຳນວນ​ຄອບ­ຄົວ ເທົ່າ​ກັບ 8 ພັນ​ກວ່າ​ຄອບ­ຄົວ ຊຶ່ງ​ຜ່ານ​ມາ​ແຂວງ​ໄດ້​ສຸມ​ທຶນ­ຮອນເຂົ້າ​ໃສ່​ໃນ​ການ​ສ້າງ​ກິດ­ຈະ­ກຳ​ເພີ່ມ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ແລະ ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ແນວ­ໃດ​ກໍ​ດີ​ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນພາຍໃນ​ແຂວງ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ​ແຂວງ​ໄດ້​ວາງ​ວິ​ໃສ​ທັດ​ການ​ພັດ­ທະ­ນາ​ຕາມ 5 ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ແຂວງເປັນ­ຕົ້ນ​ ແມ່ນ​ການ​ປູກ­ຝັງ​ປູກ​ພືດ​ປອດສານ­ພິດ​ເພື່ອ​ຈຳ­ໜ່າຍ​ຕະ­ຫຼາດ​ພາຍ​ໃນ ແລະ​ສົ່ງ​ອອກ, ການ​ລ້ຽງ­ສັດໂດຍ​ສະ­ເພາະງົວ, ຄວາຍ, ໝູ ແລະ​ອື່ນໆ, ການ­ທ່ອງ­ທ່ຽວ​ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ທາງ ຜ່ານ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ​ເປັນ­ຕົ້ນຕ່ຳ­ຫູກ​ທໍ​ໄໝ, ການ​ຈັກ­ສານ ແລະ​ການ​ປັ້ນ​ຫຼໍ່​ຕ່າງໆ ແລະ​ການ​ກໍ່­ສ້າງ​ເຂື່ອນ​ໄຟ ຟ້າ​ນ້ຳ­ຕົກຊຶ່ງ​ປະ­ຈຸ​ບັນ​ມີ​ຫຼາຍ​ໂຄງ­ການທີ່​ກໍ່­ສ້າງ ແລະ​ກຳ­ລັງ​ກໍ່­ສ້າງ.
ແນວ­ໃດ​ກໍ​ດີອີງ​ຕາມ​ບົດ​ສະ­ຫຼຸບ​ຂອງ ສົກ​ປີ 2014-2015 ທົ່ວ​ແຂວງ​ຫົວ­ພັນມີ​ເນື້ອ­ທີ່​ປູກ­ຝັງ​ທັງ​ໝົດ 61.162 ເຮັກ­ຕາເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 332.612 ໂຕນ ໃນ​ນັ້ນ ເນື້ອ­ທີ່​ປູກ​ເຂົ້າ​ມີ​ທັງ​ໝົດ 27.478 ເຮັກ­ຕາ ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 1,10 ແສນ​ໂຕນ ສຳ­ລັບ​ເນື້ອ­ທີ່​ປູກ​ພືດ​ມີ 33.684 ເຮັກ­ຕາ ໃນ​ນີ້ ປູກ​ພືດ​ຕົ້ນ­ຕໍ 26.784 ເຮັກ ຕາ ຜົນ​ຜະ­ລິດ​ໄດ້ 1,78 ແສນ​ກວ່າ​ໂຕນ ແລະ​ເນື້ອ­ທີ່​ປູກ​ພືດ​ສິນ­ຄ້າ​ທົ່ວ​ໄປ 5.598 ເຮັກ­ຕາ ຜົນ​ຜະ­ລິດ​ໄດ້ 36,62 ພັນ​ໂຕນ, ສ່ວນ​ສັດ­ລ້ຽງ​ມີ​ທັງ​ໝົດ 2,79 ແສນ​ກວ່າ ໂຕ ມີ​ສັດ​ໃຫຍ່ (ງົວ ແລະ​ຄວາຍ) 1,28 ແສນ​ກວ່າ​ໂຕ ແລະ​ສັດ​ປີກ 910.101 ໂຕ.
ທົ່ວ​ແຂວງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 124 ແຫ່ງ ໃນ​ນັ້ນ ແຫຼ່ງ​ທ່ອງ​ທ່ຽວ​ທາງ ດ້ານ​ທຳ​ມະ​ຊາດ 37 ແຫ່ງ, ທາງ​ດ້ານ ວັດ­ທະ­ນະ­ທຳ 30 ແຫ່ງ ແລະ​ແຫຼ່ງ​ທ່ອງ ທ່ຽວ​ປະ­ຫວັດ­ສາດ 57 ແຫ່ງ ສາ­ມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ທັງ​ໝົດ 39.341 ຄົນ ໃນ​ນັ້ນ ແຂກ​ພາຍ​ໃນ 16.400 ຄົນ ແລະ​ແຂກ​ຕ່າງ­ປະ­ເທດ 22.941 ຄົນ ໂດຍ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ໄດ້ 16,85 ຕື້​ກີບ.
ໂດຍ​ປະ­ຈຸ​ບັນ​ຈຳ­ນວນ ບ້ານ​ທີ​ໄດ້ ຊົມ­ໃຊ້​ໄຟ­ຟ້າ​ແລ້ວ​ມີ 429 ບ້ານ ເທົ່າ​ກັບ 59,75% ຂອງ​ບ້ານທັງ​ໝົດ, ມີ 32.470 ຄົວ​ເຮືອນ ເທົ່າ​ກັບ 67,52% ຂອງ​ຄົວ​ເຮືອນ​ທັງ​ໝົດ ແລະ​ສາ­ມາດ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ສາ­ຂາ​ແຂວງ​ຫົວ­ພັນ ໄດ້ 24,89 ລ້ານ​ກວ່າ​ກິ​ໂລ​ວັດ (Kw) ສາ­ມາດ​ເກັບ​ລາຍ​ໄດ້​ຈາກ​ພະ­ລັງ­ງານ ມູນ​ຄ່າ 16,25 ຕື້​ກີບ ໃນ​ນັ້ນ ການ​ຜະ­ລິດ​ຈຳ­ໜ່າຍ​ໄຟ­ຟ້າ​ນ້ຳ­ຕົກ​ປະ­ຕິ­ບັດ​ໄດ້ 775.750 ກິ​ໂລ​ວັດ ນອກ​ນັ້ນກຳ­ລັງ​ກໍ່ ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ 6 ແຫ່ງ​ມີ​ກຳ ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ລວມ 234 ເມ​ກາ​ວັດ ມູນ​ຄ່າ 510 ລ້ານ​ໂດ​ລາ​ສະ­ຫະ­ລັດ.