ພະຍາດປາກເປື່ອຍລົງເລັບສັດລະບາດ ຢູ່ 6 ເມືອງ ຂອງແຂວງຫົວພັັນ

ທ່ານ ພວງສະຫວັດ ພົມມະສີ ຫົວໜ້າ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ-ປ່າໄມ້ແຂວງຫົວພັນໄດ້ໃຫ້ຮູ້​​ເມື່ອບໍ່ດົນ​ມານີ້ວ່າ: ການລະບາດຂອງພະຍາດປາກເປື່ອຍລົງເລັບໃນງົວ, ຄວາຍ ແລະ ແບ້ ໄດ້ເລີມຕົ້ນລະບາດ ມາແຕ່ຕົ້ນເດືອນພະຈິກ 2017, ເຊິ່ງຈຸດເລີ່ມຕົ້ນ ແມ່ນເມືອງສົບເບົາ ແລະ ​ໄດ້ແຜ່ລາມຫາ​ເມືອງ​ອື່ນໆ.

ພະຍາດປາກເປື່ອຍລົງເລັບໃນງົວ, ຄວາຍ, ໝູ ແລະ ແບ້ ​ໄດ້​ລະບາດ​ຢູ່ 6 ເມືອງ ຂອງແຂວງຫົວພັນ ມີ ເມືອງສົບເບົາ, ວຽງໄຊ, ຊຳໃຕ້, ເມືອງແອດ, ຊຽງຄໍ້ ແລະ ເມືອງຊຳເໜືອ. ​ໃນ​ນັ້ນ, ໄດ້ຮັບຜົນກະທົບທັງໝົດ 151 ບ້ານ, ມີ ງົວ-ຄວາຍ ຕິດເຊື້ອພະຍາດ 10.413 ໂຕ, ມີ ງົວ-ຄວາຍນ້ອຍ ຕາຍຍ້ອນພະຍາດນີ້ແລ້ວ 349 ໂຕ, ໝູ 262 ໂຕ ແລະ ແບ້ 119 ໂຕ, ຄິດເປັນມູນຄ່າ ຄວາມເສຍຫາຍທັງໝົດ 1,30 ຕື້ກີບ.

ຈາກຜົນການສຳຫລວດ​ໃຫ້ຮູ້ວ່າ ເຂດທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ແມ່ນເມືອງຊຳເໜືອ ແລະ ເມືອງຊຽງຄໍ້, ເຊິ່ງເມືອງຊຳເໜືອ ກວມເອົາ 82 ບ້ານ, 7 ກຸ່ມບ້ານ, 2 ເຂດ ແລະ ເມືອງຊຽງຄໍ້ອີກ 7 ບ້ານ ແລະ ອັດຕາການລະບາດ ຂອງພະຍາດປາກເປື່ອຍລົງເລັບງົວ -ຄວາຍຢູ່ສອງເມືອງນີ້, ຍັງມີທ່າອ່ຽງເພີ່ມຂຶ້ນ. ສ່ວນອີກ 4 ເມືອງ ຄື: ເມືອງວຽງໄຊ, ສົບເບົາ, ຊຳໃຕ້ ແລະ ເມືອງແອດ ມາຮອດປັດຈຸບັນແມ່ນ ສາມາດຄວບຄຸມໄດ້ແລ້ວ. ສ່ວນສາເຫດທີ່ພາໃຫ້ ພະຍາດດັ່ງກ່າວ​, ແມ່ນເລີ່ມຈາກສັດ ທີ່ບໍ່ໄດ້ຮັບການສັກຢາກັນພະຍາດ, ຮ້າຍແຮງກວ່ານັ້ນ ຈຳນວນສັດ ທີ່ສັກຢາແລ້ວນັ້ນ ກໍປະກົດຕິດພະຍາດນີ້ ຢ່າງຫລວງຫລາຍ, ອີກຢ່າງໜຶ່ງ ຍ້ອນການລ້ຽງສັດ ຂອງປະຊາຊົນພາຍໃນບ້ານ ຍັງລ້ຽງແບບຊະຊາຍ, ບໍ່ມີການແຍກບ່ອນຢູ່ ລະຫວ່າງ ສັດທີ່ເປັນພະຍາດ ກັບສັດທີ່ຍັງບໍ່ທັນເປັນຕິດ​ເຊື້ອ. ສະນັ້ນ, ຈຶ່ງເຮັດໃຫ້ພະຍາດນີ້ ຂະຫຍາຍອອກເປັນວົງກວ້າງ.

ທ່ານ ພວງສະຫວັດ ພົມມະສີ ຍັງ​ໃຫ້​ຮູ້​ຕື່ມວ່າ: ພາຍຫລັງທີ່ເກີດພະຍາດດັ່ງກ່າວ ແລ້ວ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງເກັບກຳຂໍ້ມູນ, ຈັດສົ່ງ ພະນັກງານວິຊາການລົງໄປປະຈຳ ຢູ່ແຕ່ລະກຸ່ມບ້ານ ເພື່ອແນະນຳ ວິທີການປິ່ນປົ່ວພະຍາດ ປາກເປື່ອຍລົງເລັບງົວ-ຄວາຍ ໃຫ້ປະຊາຊົນ ແຕ່ລະບ້ານຢ່າງຖືກຕ້ອງ ຕາມຫລັກວິຊາການ, ມອບ​ຢາໃຫ້ປະຊາຊົນນຳໄປປິ່ນປົ່ວ ແລະ ສັກໃຫ້ສັດດ້ວຍຕົນເອງ, ຕັ້ງດ່ານກັກສັດ ແລະ ສີດພົ່ນຢາຂ້າເຊື້ອຊົ່ວຄາວ 2 ຈຸດ ຢູ່ເຂດຄຸ້ມຄອງ ລະຫວ່າງ ເມືອງສົບເບົາ-ເມືອງຊຽງຄໍ້, ເມືອງວຽງໄຊ ແລະ ເມືອງຊຳເໜືອ. ພ້ອມນີ້, ແຕ່ລະເມືອງຍັງໄດ້ອອກແຈ້ງການ ຫ້າມຂາຍສັດ, ຂ້າສັດເພື່ອບໍລິໂພກ, ຫ້າມເຄື່ອນຍ້າຍສັດ ໃນເຂດ ທີ່ມີພະຍາດລະບາດ, ອອກແຈ້ງການໃຫ້ແຕ່ລະບ້ານ ຕິດຕາມເຝົ້າລະວັງ ໃນຂອບເຂດຕົນຮັບຜິດຊອບ ທີ່ເຫັນວ່າມີຄວາມສ່ຽງສູງ ແລະ ເປີດການສີດພົ່ນຢາຂ້າເຊື້ອ ພະຍາດຕາມດ່ານ ສາຍແດນເປັນປົກກະຕິ ຈຳກັດບໍ່ໃຫ້ພະຍາດນີ້ ຂະຫຍາຍວົງກວ້າງອອກສູ່ເຂດອື່ນ.