ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນເປີດຂະບວນການສີດພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງ

ພິທີເປີດຂະບວນການສີດພົ່ນຢາກຳຈັດຕັກແຕນຝູງໄມ້ປ່ອງໄດ້ຈັດຂື້ນ ໃນວັນທີ່ 6 ມີຖຸນາ 2017 ຜ່ານມານີ້ ຢູ່ຫ້ວຍໄຊ, ເຂດທຳການຜະລິດຂອງປະຊາຊົນ ບ້ານນາປຸງ ເມືອງວຽງໄຊ, ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ສໍສະຫວັນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງວຽງໄຊ, ພະນັກງານວິຊາການ ແລະ ຄະນະພັກອຳນາດການປົກຄອງກຸ່ມບ້ານເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ທ່ານ ບົວວັນ ບຸນມີໄຊ ຮອງເຈົ້າເມືອງໆວຽງໄຊ ໄດ້ໃຫ້ຮູ້ວ່າ: ການລະບາດ ຕັກແຕນຝຸງໄມ້ປ່ອງ ຖືວ່າເປັນຜົນກະທົບທີ່ຮ້າຍແຮງ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງພົນລະເມືອງລາວ, ຕໍ່ພືນທີ່ກະສິກຳຂອງປະຊາຊົນລາວບັນດາເຜົ່າ. ຈຸດປະສົງ ກໍ່ເພື່ອແນ່ໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 28 ແລະ ຄຳສັ່ງຂອງກະຊວງກະສິກຳ ແລະ ປ່າໄມ້ສະບັບເລກທີ 3349 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຕໍ່ການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງຢູ່ບັນດາແຂວງພາກເໜືອ ຢ່າງເຂັ້ມງວດ, ອີກອັນໜື່ງກໍ່ເພື່ອບໍ່ໃຫ້ຕັກແຕນຝູງໄມ້ປ່ອງ ສືບຕໍ່ຂະຫຍາຍພັນໄປໃນພື້ນທີ່ບ້ານ, ເມືອງອື່ນໆ ທີ່ໃກ້ຄຽງ; ເນື່ອງຈາກລະບົບນິເວດແຂວງພາກເໜືອມີຄວາມເໝາະສົມເຊັ່ນ: ພື້ນທີ່ປ່າໄມ້ປ່ອງ, ເຂົ້າໄຮ່-ນາ, ສາລີ ແລະ ພືດອື່ນໆຂອງປະຊາຊົນ ທີ່ເປັນແຫຼ່ງອາຫານ ແລະ ເປັນເງື່ອນໄຂເອື້ອອຳນວຍແກ່ການຂະຫຍາຍ ຕົວຂອງຕັກແຕນ. ສະນັ້ນ, ຈື່ງມີຄວາມຈຳເປັນຕ້ອງປຸກລະດົມກຳລັງແຮງງານທ້ອງຖີ່ນ, ດ້ານງົບປະມານຈາກພາກລັດ, ກຳລັງພົນ, ເຄື່ອງມືອຸປະກອນຮັບໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມຕັກແຕນຝູງໄມ້ປ່ອງໃຫ້ເກີດປະໂຫຍດສູງສຸດ, ແນໃສ່ເຮັດໃຫ້ຈຳນວນຕັກແຕນຝຸງໄມ້ປ່ອງນັບມື້ຫຼຸດລົງ ແລະ ກ້າວໄປເຖິງດັບສູນຢ່າງສີ້ນເຊີງ. ໂອກາດນີ້ ທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຮັບຜິດຊອບການປ້ອງກັນ ແລະ ຄວບຄຸມການລະບາດຕັກແຕນຝູງໄມ້ປ່ອງຍັງໃຫ້ສຳພາດວ່າ: ການລະບາດຕັກແຕນຝຸງໄມ້ປ່ອງຢູ່ແຂວງຫົວພັນໄດ້ສືບເນື່ອງມາແຕ່ປີ 2014, ປະຈຸບັນທົ່ວແຂວງຫົວພັນຕັກແຕນຝູງໄມ້ປ່ອງໄດ້ລະບາດແລ້ວຈຳນວນ 8 ເມືອງ, ມີ 73 ໝູ່ບ້ານ ແລະ ສຳຫຼວດພົບເຫັນ 178 ຈຸດ ໃນນີ້ສາມາດຄວບຄຸມໄດ້ແລ້ວ 80 ຈຸດ ກວມພື້ນທີ່ 200 ກວ່າເຮັກຕາ, ທ່ານ ສີວຽງຊຳ ແພງພົມມາ ຍັງໃຫ້ຮູ້ຕື່ມອີກວ່າພາຍຫຼັງເປີດພິທີເປັນທາງການແລ້ວ ຂະແໜງປູກຝັງຈະສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອຳນາດການປົກຄອງບັນດາບ້ານທີ່ຖືກຜົນກະທົບສືບຕໍ່ລົງສີດພົ່ນຢາປ້ອງກັນ ແລະ ຄວບຄຸມຢູ່ພື້ນທີ່ຕ່າງໆໃນທົ່ວແຂວງຕາມແຜນທີ່ໄດ້ຄາດກະໄວ້