ພະແນກກະສິກຳ ແລະ ປ່າໄມ້ ໜ່ວຍພັກ ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ສຳເລັດພິທີມອບບັດສະມາຊິກພັກສົມບຸນ.

ຕອນ​ເຊົ້າ ​ເວລາ 8 ​ໂມງ ​ ຂອງວັນ​ທີ ​​​26 ມີ​ຖຸ​ນາ 2019 ໜ່ວຍ​ພັກຂະ​ແໜງ​ພັດທະນາ​ຊົນນະບົດ ​ແລະ ສະຫະກອນ ​ທີ່​ຂຶ້ນ​ກັບ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຫົວພັນ, ໄດ້​ຈັດ​ກອງ​ປະຊຸມ​ມອບ​ບັດ​ສະ​ມາ​ຊິກ​ພັກ​ສົມ​ບຸນ ຂອງ​ຕົນ​​ຂື້ນທີ່​ຫ້ອງ​ປະຊຸມ​ຂະ​ແໜງ, ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ​ຕອນ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ​ສະຫາຍ ​ສໍ​ສະ​ຫັວນ ບານ​ຄຳ​ມີ ​​ຄະນະ​ພັກຮາກ​ຖານ​ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​, ສະຫາຍ ​ໄມ​ພຽງ ມາດາ​ຈິດ ​ເລຂາ​ໜ່ວຍ​ພັກຂະ​ແໜງ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ,  ສະມາຊິກ​ພັກ​ສົມ​ບຸນ, ​ ​ເຂົ້າ​ຮ່ວມ​ທັງ​ໝົດ 11 ສະຫາຍ, ຍິງ 4 ສະຫາຍ.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຜ່ານ​ມະ​ຕິ​ຕົກ​ລົງ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 020/ກມ​ສ​ພ, ລົງ​ວັນ​ທີ 22 ທັນ​ວາ 2016 ວ່າ​ດ້ວຍ​ການ​ອອກ​ບັດ – ມອບ​ບັດ​ສະ​ມາ​ຊິກ​ພັກ​ສົມ​ບຸນ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ອິງ​ຕາມ​ແຈ້ງ​ການ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ສະ​ບັບ​ເລກ​ທີ 06/ຈ​ຄ​ສ​ພ, ລົງ​ວັນ​ທີ 14 ມັງ​ກອນ 2019 ກ່ຽວ​ກັບ​ການ​ມາ​ຮັບ​ເອົາ​ບັດ​ສະ​ມາ​ຊິກ​ພັກ​ສົມ​ບຸນ, ອິງ​ຕາມ​ໜັງ​ສື​ສະ​ເໜີ​ຂອງ​ຄະ​ນະ​ຈັດ​ຕັ້ງ​ແຂວງ, ສະ​ບັບ​ເລກ​ທີ 316/ຄ​ຈ​ຂ.ຫ​ພ, ລົງ​ວັນ​ທີ 22 ພຶດ​ສະ​ພາ 2019 ຄະ​ນະ​ປະ​ຈຳ​ພັກ​ແຂວງ​ຕົກ​ລົງ​ມອບ​ບັດ​ໃຫ້​ສະ​ມາ​ຊິກ​ພັກ​ສົມ​ບຸນ, ໜ່ວຍ​ພັກຂະ​ແໜງພັດ​ທະ​ນາ​ຊົນ​ນະ​ບົດ ແລະ ​ສະ​ຫະ​ກອນ, ທີ່​ຂື້ນ​ກັບຮາກ​ຖານພັກ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຈຳ​ນວນ 11 ສະ​ຫາຍ, ຍິງ 4 ສະ​ຫາຍ

ຕອນ​ທ້າຍ​ຂອງກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ສະຫາຍ ສໍ​ສະ​ຫັວນ ບານ​ຄຳ​ມີ ​ຄະ​ນະ​ພັກ​ຮາກ​ຖານ​ຂອງ​ພະ​ແນ​ກ ຊືງສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳ – ​ນຳພາ ຂອງ​ຄະນະ​ໜ່ວຍ​ພັກ, ​ເຫັນ​ໄດ້​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ແບບ​ລວມສູນປະຊາທິປະ​ໄຕ, ​ແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບຈິ່ງ​ເຮັດ​ໃຫ້​ວຽກ​ງານ​ທີ່​ໄດ້​ຮັບ​ການມອບໝາຍ ​ໃຫ້​ມີ​ຜົນ​ສຳ​ເລັດ, ຊຶ່ງ​ມັນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງຂອງ​ບັນດາ​ສະຫາຍ,​ໃນ​ຄະນະ​ໜ່ວຍ​ພັກ​ຈະ​ຍົກ​ສູງ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ດີ​ກ່ວາ​ເກົ່າ, ​ເປັນ​ຫົວ​ຈັກ​ຫຼັກ​ແຫຼ່ງ​ໃນ​ການ​ຊີ້​ນຳ – ນຳພາໜ່ວຍ​ພັກ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ປອດ​ໃສ, ໜັກ​ແໜ້ນ ​ແລະ ​ເຮັດ​ໃຫ້​ບົດບາດ​ການ​ນຳພາ​ຂອງ​ພັກ​ໄດ້​ຮັບ​ການ​ເຊີດ​ຊູ​ຍົກ​ສູງ​ຂື້ນ​ເລື້ອຍ.

 

ບັນ​ນາ​ທິ​ການ  ຄຳ​ປານ ສຸ​ວັນ​ພອນ  

ຜູ້​ຂຽນ​ຂ່າວ ຄຳ​ພະ​ແກ້ວ ອິນ​ທະ​ວົງ