ກອງທຶນລຸດຜ່ອນຄວາມທຸກຍາກ ໄດ້ລົງກວດກາ ຜົນສຳເລັດ ແລະ ມອບ – ຮັບ, ໂຄງການສ້ອມແປງ ຄອງເໝືອງ ແລະ ລະບົບນ້ຳລິນ, ບ້ານ ນາໜອງ, ບ້ານ ສົບຜ່ອງ, ເມືອງຊຽງຄໍ້.

ວັນ​ທີ 27 ມີ​ຖຸ​ນາ 2019 ທີ່​ຜ່ານ​ມາ, ກອງ​ທຶນ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ແລະ ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ໄດ້​ລົງ​ກວດ​ກາ​ຄວາມ​ຄືບ​ໜ້າ​ໂຄງ​ການກໍ່​ສ້າງ, ສ້ອມ​ແປງ​ຄອງ

​ເໝືອງ ແລະ ສ້ອມ​ແປງ​ລະ​ບົບ​ນ້ຳ​ລິນ, ເມືອງ​ຊຽງ​ຄໍ້, ແຂວງ​ຫົວ​ພັນ.ເຊີ່ງ​ນຳ​ໂດຍ​ທ່ານ ຄຳ​ພັດ ອ່ອນ​ບົວ​ຄຳ ຄະ​ນະ​ປະ​ຈຳ​ພັກ​ເມືອງ​, ປະ​ທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ທ່ານ ໄອ​ຍາ​ໂກ ກັນ​ດາ​ສັກ ຫົວ​ໜ້າ ກອງ​ທຶນ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ III ຜູ້​ຊີ້​ນຳ​ໂຄງ​ການຂັ້ນ​ແຂວງ, ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຂັ້ນ​ເມືອງ, ອຳ​ນາດ​ການ​ປົກ​ຄອງ​ບ້ານ​ເຂົ້າ​ຮ່ວມ​ນຳ.

​ໂຄງການກໍ່ສ້າງ​ສ້ອມ​ແປງ​ຄອງ​ເໝືອງ, ບ້ານ​ ​ນາ​ໜອງ, ​ໄດ້​ເລີ່​ມລົງມື​ກໍ່ສ້າງຕົ້ນ​ເດືອນ ​ພຶດ​ສະ​ພາ 2019 ສຳ​ເລັດ​ລົງ​ໃນ​ທ້າຍ​ເດືອນ ​​ມີ​ຖຸ​ນາ 2019 ລວມມູນ​ຄ່າ​ທັງ​ໝົດ 52 ລ້ານ​ກ່ວາ​ກີບ, ຊື່​ງ​ໄດ້​ຮັບທຶນ​ ​ຈາກ​ໂຄງການ ​ກອງ​ທຶນ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ 50 ລ້ານ​ກ່ວາ​ກີບ, ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 2 ລ້ານກ່ວາ​ກີບ. ຄອງ​ເໝືອງ​ຂະໜາດ​ກ້ວາງ 50 ຊັງ​ຕີ​ແມັດ, ຍາວ 100 ​ແມັດ, ລວງ​ສູງ 60 ຊັງ​ຕີ​ແມັດ, ສາມາດ​​ເອົາ​ນ້ຳ​ຫົດ​ເນື້ອ​ທີ່​ນາ 10 ເຮັກ​ຕາ ​ໂຄງການ​ກໍ່ສ້າງ​ສ້ອມ​ແປງ​ນ້ຳ​ລິນ, ບ້ານ​ ​ສົບ​ຜ່ອງ, ໄດ້​ເລີ່​ມລົງມື​ຈັດ​ຕັ້ງ​ປະຕິບັດ​ແຕ່​ຕົ້ນ​ເດືອນ ​ພຶດ​ສະ​ພາ 2019 ​ແລະ ສຳ​ເລັດ​ການ​ກໍ່ສ້າງສ້ອມ​ແປງ​ໃນ​ທ້າຍ​ເດືອນ ​ມີ​ຖຸ​ນາ 2019 ລວມມູນ​ຄ່າ​ທັງ​ໝົດ 45 ລ້ານ​ກ່ວາ​ກີບ, ທຶນ​ ​ຂອງ​ໂຄງການ ກອງ​ທຶນ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ 43 ລ້ານ​ກ່ວາ​ກີບ ​ແລະ ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 2 ລ້ານ​ກ່ວາ​ກີບ, ສາມາດ​ເອົາ​ນ້ຳຮັບ​ໃຊ້​ປະ​ຊາ​ຊົນ​ໄດ້ 30 ກ່​ວາ​ຄອບ​ຄົວ ​ເຊິ່ງ​ໂຄງການ​ດັ່ງກ່າວ​ແມ່ນ​ບໍລິສັດ ​​ສີ ອິນ​ທາ​ພອນ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ພາຍຫຼັງ​ກວດກາ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ທ່ານ ໄອ​ຍາ​ໂກ ກັນ​ດາ​ສັກ ​​ຫົວ​ໜ້າ​ກອງ​ທຶນ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ ​ໃຫ້​ຄຳ​ຄິດ​ເຫັນ​ວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະ

ຕິບັດ, ອຳນາດ​ການ​ປົກຄອງ​ບ້ານ, ​ຈະ​ຕ້ອງ​ເອົາ​ໃຈ​ໃສ່ນຳພາປະຊາຊົນ​ຊົມ​ໃຊ້​ຄອງ​ເໝືອງ ແລະ ນ້ຳ​ລິນ, ໃຫ້​ເກີດ​ປະ​ໂຫຍ​ດສຸງສຸດ, ປະກອບສ່ວນ​ເພີ່ມ​ຜົນ​ຜະລິດ​ກະສິກຳ ​ໃຫ້​ເພີ່ມ​ຂື້ນ, ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​​ໃນ​ເຂດ​ດັ່ງກ່າວ, ໃຫ້​ນັບ​ມື້​ຫຼຸດລົງ​ເທື່ອ​ລະ​ກ້າວ.

 ບັນ​ນາ​ທິ​ການ​

ຄຳ​ປານ ສຸ​ວັນ​ພອນ                                                                                  

 ຜູ້​ຂຽນ​ຂ່າວ

ຄຳ​ພະ​ແກ້ວ ອິນ​ທະ​ວົງ