ພະແນກກະສິກຳ ແລະ ປ່າໄມ້ແຂວງ ສຳເລັດພິທີປ່ອຍປາຄືນສູ່ທຳມະຊາດໃນວັນອະນຸລັກສັດນ້ຳ – ສັດປ່າ ວັນທີ 13 ກໍລະກົດ 2019.

ວັນທີ 13 ກໍລະກົດ 2019 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຳເໜືອ ຈັດພິທີປ່ອຍປາຄືນສູ່ທຳມະຊາດ, ໃນວັນອະນຸລັກສັດນ້ຳ – ສັດປ່າ, ທີ່ສວນສາທາລະນະລາວ – ກວາງໜິງ, ເປັນກຽດເຂົ້າຮ່ວມທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆ ຫົວພັນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ທະນາຄານ, ໂຮງຮຽນ, ໂຮງໝໍໍ, ການນຳເມືອງ​ຊຳເໜືອ ແລະ ອຳນາດການປົກຄອງບ້ານ 10 ໝູ່ບ້ານອ້ອມຂ້າງເທດສະບານຕົວເມືອງຊຳເໜືອເຂົ້າຮ່ວມ.

ເພື່ອປະຕິບັດຕາມກົດໝາຍວ່າດ້ວຍສັດນໍ້າ – ສັດປ່າສະບັບເລກທີ 07/​ສ​ພ​ຊ ລົງ​ວັນ​ທີ 27 ທັນ​ວາ 2007 ແລະ ລັດ​ທະ​ບານ​ລາວ​ໄດ້​ກຳ​ນົດ​ເອົາ ວັນ​ທີ 13 ກໍ​ລະ​ກົດ ຂອງ​ທຸກໆ​ປີ ເປັນ​ວັນ​ປ່ອຍ​ປາ​ແຫ່ງ​ຊາດ, ສະ​ນັ້ນ​ເມືອງ​ຊຳ​ເໜືອ​ຈິ່ງ​ໄດ້​ຈັດ​ພິ​ທີ​ປ່ອຍ​ປາ​ຂື້ນ​ທີ່​ສວນ​ສາ​ທາ​ລະ​ນະ​ລາວ – ກວາງ​ໜິງ, ລວມ​ມີ 10 ບ້ານ​ຄື: ບ້ານ ພັນ​ໄຊ, ທາດ​ເມືອງ, ນາ​ໜ​ອງ​ບົວ, ນາ​ທົ່ງ​ຈອງ, ມີ​ສຸກ, ນາ​ສະ​ກາງ, ນາ​ອ່າງ, ຊຳ​ເໜືອ, ໂພ​ໄຊ ແລະ ບ້ານ​ນາ​ລິວ. ຈຳ​ນວນ​ປາ​ທີ່​ປ່ອຍ​ຄັ້ງ​ນີ້​ມີ​ປາ​ທຳ​ມະ​ຊາດ​ຈຳ​ນວນ 4500 ໂຕ ມີ​ປາ​ຜົ້ງ, ປາຈາດ, ​ປາເຕັດ, ​ປາ​ຂ້າມ ແລະ ປາ​ອື່ນໆ ປາ​ລ້ຽງ​ 70 ກິ​ໂລ, ມີ​ປາ​ນິນ, ປາ​ໄນ,​ປາແຝກ ແລະ ປາ​ພຽງ​ຢາງ. ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ອະ​ນຸ​ລັກ​ສັດ​ນ້ຳ​ໃຫ້​ແພ່​ພັນ​ນັບ​ມື້​ນັບຫຼາຍ​ຂື້ນ​ເລື້ອຍໆ. ການ​ປ່ອຍ​ປາ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ແບ່ງ​ໃຫ້ການ​ນຳ​ແຂວງ, ການ​ນຳ​ເມືອງ, ​ທຸກ​ພາກ​ສ່ວນ ແລະ 10 ໝູ່​ບ້ານ​ຈົ່ງນຳ​ເອົາ​ປາ​ໄປ​ປ່ອຍ​ຢູ່​ວັງ​ສະ​ຫງວນ ແລະ ວັງ​ຫວງ​ຫ້າມ​ຂອງ​ຕົນ.

ຕອນ​ທ້າຍ​ພິ​ທີ ທ່ານ ພຸດ​ພັນ ແກ້ວ​ວົງ​ໄຊ ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງໆ ຊຳ​ເໜືອ, ມີ​ຄຳ​ເຫັນ​ວ່າ, ຈິ່ງ​ຮຽກ​ຮ້ອງ​ໃຫ້​​ບັນ​ດາ​ພໍ່ – ແມ່​ປະ​ຊາ​ຊົນ ແລະ ການ​ຈັດ​ຕັ້ງທຸກ​ພາກ​ສ່ວນ​ຕ້ອງ​ເປັນ​ເຈົ້າ​ການ ໃນ​ການ​ປົກ​ປັກ​ຮັກ​ສາ​ວັງ​ສະ​ຫງວນ ແລະ ວັງ​ຫວງ​ຫ້າມ​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບ້ານ, ເພື່ອ​ໃຫ້​ເປັນ​ບ່ອນ​ເພາະ​ພັນ ແລະ ແພ່​ພັນ​ປາ​ໃນ​ທຳ​ມະ​ຊາດ​ໃຫ້​ນັບ​ມື້​ນັບຫຼາຍ​ຂື້ນ​ເລື້ອຍໆ.

 

ບັນ​ນາ​ທິ​ການ    

ຄຳ​ປານ ສຸ​ວັນ​ທອນ                                                                                 

  ຜູ້​ຂຽ​ນ​ຂ່າວ.

ຄຳ​ພະ​ແກ້ວ ອິນ​ທະ​ວົງ