ພະແນກກະສິກຳ ແລະ ປ່າໄມ້ ລົງກວດກາການລະບາດຂອງພະຍາດອາຫິວາໝູ, ຢູ່ບ້ານ ປ່າຄາໃຕ້, ເມືອງຫົວເມືອງ ແລະ ປະກາດເຝົ້າລະວັງທົ່ວແຂວງ.

 

  ວັນ​ທີ 6 – 7 ຕົ້ນ​ເດືອນກໍ​ລະ​ກົດ 2019 ທີ່​ຜ່ານ​ມາ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ ລົງ​ກວດ​ກາ​ການ​ລະ​ບາດ​ຂອງ​ພະ​ຍາດ​ອາ​ຫິ​ວາ​ໝູ​, ​ຢູ່ບ້ານ ປ່າ​ຄາ​ໃຕ້, ເມືອງ​ຫົວ​ເມືອງ, ແຂວງ​ຫົວ​ພັນ. ເຊິ່ງ​ນຳ​ໂດຍ ​ທ່ານ​ ສໍ​ສະ​ຫັວນ ບານ​ຄຳ​ມີ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້, ​​ພ້ອມ​ດ້ວຍ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ, ເມືອງ, ເຂົ້າ​ຮ່ວມ​ນຳ.

 ຕາມ​ການ​ລາຍ​ງານ​ຂອງ​ປະ​ຊາ​ຊົນ​ຜູ້​ລ້ຽງ​ໝູ​ວ່າ: ບ້ານ ​ປ່າ​ຄາ​ໃຕ້, ໃຫ້​ຮູ້​ວ່າ: ພາຍ​ໃນ​ບ້ານມີ​ໝູ​ 400 ກ່​ວາ​ໂຕ ແລະ ຕາຍ​ຍ້ອນ​ພະ​ຍາດ 100 ກ່​ວາ​ໂຕ, ສະ​ນັ້ນ​ທິມ​ງານ​ວິ​ຊາ​ການ​ຂັ້ນ​ແຂວງ, ຂັ້ນ​ເມືອງ, ໄດ້​ລົງ​ກວດ​ກາ​ຕົວ​ຈິງ ແລະ ເກັບ​ຕົວ​ຢ່າງ​, ສົ່ງ​ໃຫ້​ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງເພື່ອ​ວິ​ໄຈ​ຫາສາ​ເຫດ​ພະ​ຍາດ ​ຈົນ​ຮອດ​ວັນ​ທີ 8 ກໍ​ລະ​ກົດ 2019 ຜົນກວດ ແມ່ນ​ພົບ​ເຊື້ອ​ພະ​ຍາດ​ອາ​ຫິ​ວາ​ໝູ​ອາ​ຟ​ຣິ​ກາ, ສະ​ນັ້ນ ເຈົ້າ​ແຂວງໆ ຫົວ​ພັນ. ຈິ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະ​ນຳ​ເຖິງ ທ່ານ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ທ່ານ ເຈົ້າ​ເມືອງ 10 ເມືອງ​ທົ່ວ​ແຂວງ, ທ່ານ ຫົວ​ໜ້າ​ດ່ານກວດ​ກາ​ສັດ​ຕະ​ວະ​ແພດ​ສາ​ກົນ ແລະ ດ່ານ​ທ້ອງ​ຖິ່ນ, ທ່ານ​ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ 10 ເມືອງ​ທົ່ວ​ແຂວງ, ເລື່ອງ: ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ກັບ​ການ​ເຝົ້າ​ລະ​ວັງ, ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຄວບ​ຄຸມ ພະ​ຍາດ​ໝູ​ອາ​ຟ​ຣິ​ກາ, ຕາມກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແຫ່ງ ສ​ປ​ປ​ລາວ ສະ​ບັບ​ເລກ​ທີ 68/ສ​ພ​ຊ, ລົງ​ວັນ​ທີ 14 ທັນ​ວາ 2015 ໝວດ​ທີ IV ມາດ​ຕາ 20 ວ່າ​ດ້ວຍ​ສິດ ແລະ ໜ້າ​ທີ່​ຂອງ​ເຈົ້າ​ແຂວງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລ້ຽງ​ສັດ ແລະ ການ​ສັດ​ຕະ​ວະ​ແພດ (ສະ​ບັບ​ປັບ​ປຸງ) ສະ​ບັບ​ເລກ​ທີ 8/ສພຊ, ລົງວັນທີ 11 ພະຈິກ 2016, ພະຍາດອາຮິວາໝູອາຟຣິກາທີ່ເກີດຂື້ນໃນຄັ້ງນີ້ ມີລັກສະນະແຜ່ລາມໄວ ແລະ ຂະຫຍາຍອອກເປັນວົງກ້ວາງຢ່າງຕໍ່ເນື່ອງ ສ້າງຄວາມສູນເສຍທາງດ້ານຊັບສິນ, ເງິນ​ຄຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຢ່າງ​ໜັກ​ໜ່ວງ​ສົມ​ຄວນ, ພະ​ຍາດ​ອາ​ຮິ​ວາ​ໝູ​ອາ​ຟ​ຣິ​ກາ ແມ່ນ​ພະ​ຍາດ​ຊືມ​ເຊື້ອ​ທາງ​ເລືອດ​ຕິດ​ຕໍ່​ຮ້າຍ​ແຮງ ແຜ່​ລາມ​ໄວ, ສາ​ມາດ​ຕິດ​ຕໍ່​ໃສ່​ໝູ​ທຸກ​ຊະ​ນິດ ແລະ ທຸກ​ເພດ​ໄວເ​ຊີ່ງ​ມີ​ຄວາມ​ທົນ​ທານ​ສູງ​ຕໍ່​ສະ​ພາບ​ແວດ​ລ້ອມ; ມີ​ຊີ​ວິດ​ທົນ​ຢູ່​ໄດ້​ໃນ​ເງື່ອນ​ໄຂ​ທີ່​ມີ​ຄວາມ​ເປັນ​ກົດ, ເປັນ​ດ່າງ, ຢູ່​ໃນ​ຊາກ​ສັດ​ແຊ່​ແຂງ​ໄດ້​ດົນ​ເຖີງ 15 ປີ ແລະ ສາ​ມາດ​ຖື​ເຊື້ອ​ຢູ່​ໄດ້​ເຖີງ 4 ປີ, ສາ​ມາດ​ຕິດ​ຕໍ່​ກັບ​ໝູ​ດ້ວຍ​ກັນ ການ​ສຳ​ພັດ​ລະ​ຫ່​ວາງ​ໝູ​ຕິດ​ເຊື້ອ ກັບ​ໝູ ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ເຊື້ອ​ພະ​ຍາດ​ຕິດ​ມາ​ນຳ ໂດຍ​ຜ່ານ​ຄົນ, ພາ​ຫະ​ນະ, ອຸ​ປະ​ກອນ ແລະ ອາ​ຫານ, ຜ່ານ​ພາ​ຫະ​ນະ​ນຳ​ເຊື້ອ​ຈຳ​ພວກ​ເຫັບ, ເຫົາ, ໂດຍ​ມີ​ການ​ຕາຍ​ແບບ​ກະ​ທັນ​ຫັນ ແລະ ໝູທີ່​ເປັນ​ພະ​ຍາດນີ້​ຈະ​ມີ​ອາ​ການ​ໄຂ້, ໄຂ້​ຂື້ນ​ສູງ 42 ອົງ​ສາ​ເຊ, ໃບ​ຫູ ແລະ ຜີວ​ໜັງ ອາດ​ພົບ​ປ່າມ​ແດງ​ຊ້ຳ, ມີ​ຈຸດ​ເນື້ອ​ຕາຍ​ເປັນ​ຈຸດ​ຢູ່​ຕາມ​ຜີວ​ໜັງ​ພື້ນ​ທ້ອງ, ອັດ​ຕາ​ການ​ຕາຍ​ສູງ 90 – 100 ເປີ​ເຊັນ, ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຢາ​ປ້ອງ​ກັນ ແລະ ປີ່ນ​ປົວ​ເທື່ອ, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງ, ສົ່ງ​ຜົນ​ກະ​ທົບ​ດ້ານ​ລົບ​ຕໍ່​ການ​ຜະ​ລິດ​ໝູ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ພ້ອມ​ກັນ​ຕ້ານ ແລະ ສະ​ກັດ​ກັ້ນ​ຕອບ​ໂຕ້​ພະ​ຍາດ​ໃຫ້​ສະ​ຫົງ​ບ​ລົງ​ໂດຍ​ໄວ. ມອບໃຫ້​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້, ທ່ານ​ເຈົ້າ​ເມືອງ​ທຸກ​ເມືອງ​ທົ່ວ​ແຂວງ ແລະ ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ທຸກ​ເມືອງ ຊີ້​ນຳ​ນຳ​ພາ​ໃນ​ການກວດ​ກາ, ຊຸກ​ຍູ້​ແນະ​ນຳ ບັນ​ດາ​ໜ່ວຍ​ງານ​ລ້ຽງ​ສັດ​ທີ່​ຂື້ນ​ກັບ​ຕົນ​ເອງ ໃຫ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ, ໃນ​ການ​ເຄື່ອນ​ຍ້າຍ​ໝູ – ນຳ​ເຂົ້າ​ຊີ້ນ​ໝູ, ໝູ​ພໍ່​ແມ່​ພັນ, ໝູ​ນ້ອຍ ແລະ ຜະ​ລິດ​ຕະ​ພັນ​ຊີ້ນ​ໝູ​ທຸກ​ຊະ​ນິດບໍ່​ວ່າ​ຈະ​ຈາກ​ຕ່າງ​ປະ​ເທດ, ຫຼື​ພາຍ​ໃນ​ປະ​ເທດ​ຊ່ວງ​ໄລ​ຍະ​ພະ​ຍາດ​ກຳ​ລັງ​ລະ​ບາດ, ແຕ່ງ​ຕັ້ງ​ຄະ​ນະ​ສະ​ເພາະ​ກິດ​ຕ້ານ ແລະ ຕອບ​ໂຕ້​ພະ​ຍາດ​ອາ​ຮິ​ວາ​ໝູ​ອາ​ຟ​ຣິ​ກາ​ທີ່​ເກີດ​ຂື້ນ​ໂດຍ​ໄວ ພ້ອມ​ທັງ​ວາງ​ແຜນ​ກຽມ​ຄວາມ​ພ້ອມ​ເປັນ​ຕົ້ນ​ກຳ​ລັງ​ຄົນ, ວັດ​ຖຸ​ອຸ​ປະ​ກອນ, ພາ​ຫະ​ນະ ແລະ ງົບ​ປະ​ມານ ເພື່ອ​ລົງ​ເຄື່ອນ​ໄຫວ​ຕ້ານ ແລະ ຕອບ​ໂຕ້​ສະ​ກັດ​ກັ້ນ​ພະ​ຍາດ​ໃຫ້​ທັນ​ການ ແລະ ໃຫ້​ທ່ານ​ເຈົ້າ​ເມືອງ​ປະ​ກາດ​ເປັນ​ເຂດ​ລະ​ບາດ​ພະ​ຍາດ​ໂດຍ​ດ່ວນ ເມືອງ​ທີ່​ກຳ​ລັງ​​ເກີດພະ​ຍາດ, ໃຫ້​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕິ​ຕາມກວດ​ກາ​ການ​ເຄື່ອນ​ຍ້າຍ​ໝູ ແລະ ຜະ​ລິດ​ຕະ​ພັນ​ໝູ, ຕັ້ງ​ຈຸດ​ດ່ານກວດ​ກາ​ສັດ​ຕະ​ວະ​ແພດ​ຊົ່ວ​ຄາວ ກວດ​ຍຶດ​ໝູ ແລະ ຜະ​ລິດ​ຕະ​ພັນ​ໝູ ທີ່​ເຄື່ອນ​ຍ້າຍ​ຈາກ​ເຂດ​ລະ​ບາດ​ພ້ອມ​ທັງ​ຈັດ​ຕັ້ງ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ​ພາ​ຫະ​ນະ​ທີ່​ອອກ​ຈາກ​ເຂດ​ດັ່ງ​ກ່າວ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລາມ​ໄປ​ສູ່​ບ້ານ​ອື່ນ ຫຼື​ສະ​ຖານ​ທີ່​ອື່ນ, ຖ້າ​ຫາກ​ພົບ​ເຫັນ​ຜູ້​ລະ​ເມີດ​ຜ່າ​​ຝືນ ການ​ນຳ​ເຂົ້າ ຫຼື ລັກ​ລອບ​ການ​ນຳ​ເຂົ້າ​ຊີ້ນ​ໝູ ແລະ ຜະ​ລິດ​ຕະ​ພັນ​ຊີ້ນ​ໝູ​ທຸກ​ຊະ​ນິດ ຈາກ ສ​ສ ຫວຽດ​ນາມ ເຂດ​ທີ່​ລະ​ບາດ​ເຂົ້າ​ສູ່​ແຂວງ​ຫົວ​ພັນ ທີ່ບໍ່​ຖືກ​ຕ້ອງ​ໃຫ້​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ​​ຢ່າງ​ເຂັ້ມ​ງວດ, ຊຸກ​ຍູ້​ລະ​ດົມ​ປະ​ຊາ​ຊົນ​ທຳ​ລາຍ​ໝູ​ທີ່​ຕິດ​ເຊື້ອ ຫຼື ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໃນ​ວົງ​ແຄບ, ເພື່ອ​ຕັດ​ວົງ​ຈອນ​ຂອງ​ເຊື້ອ​ພະ​ຍາດ, ບໍ່​ໃຫ້​ນຳ​ໝູ​ທີ່​ເຈັບ ຫຼື ​ຕາຍ​ຍ້ອນ​ພະ​ຍາດ​ນຳ​ມາ​ບໍ​ລິ​ໂພກ ຫຼື ຖີ້ມ​ຕາມ​ຫ້ວຍນ້ຳ​ລຳ​ເຊ, ຕາມ​ທຳ​ມະ​ຊາດ​ຢ່າງ​ເດັດ​ຂາດ, ນຳ​ພາ​ປະ​ຊາ​ຊົນ​ເຮັດ​ອະ​ນາ​ໄມ ແລະ ຂ້າ​ເຊື້ອ​ຄອກ​ສັດ ສີດ​ພົ່ນ​ດ້ວຍ​ຢາ​ຂ້າ​ເຊື້ອ, ໂຮຍ​ດ້ວຍ​ປູນ​ຂາວ​ໃຫ້​ທົ່ວ​ເຖີງ​ໃນ​ບໍ​ລິ​ເວນຄອກ​ສັດ ​ແລະ ບ່ອນ​ທີ່​ໝູ​ຍ່າງ​ໄປ​ມາ​ແຕ່​ລະ​ມື້, ໃຫ້​ລາຍ​ງານ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ປະ​ຕິ​ບັດ​ມາດ​ຕາ​ການ​ຕອບ​ໂຕ້​ພະ​ຍາດ​ໃຫ້​ຂັ້ນ​ເທີງ​ແຕ່​ລະ​ວັນ, ປະ​ຕິ​ບັດ​ມາດ​ຕາ​ການ​ອື່ນ ຕາມ​ກົດ​ໝາຍ ແລະ ຕາມຫຼັກ​ວິ​ຊາ​ການທີ່​ເໝາະ​ສົມ, ຊີ້ນ​ໝູ​ທີ່​ນຳ​ເຂົ້າ​ມາ​ຈຳ​ໜ່າຍ​ຢູ່​ທ້ອງ​ຕະຫຼາດ, ຕ້ອງ​ໄດ້​ຮັບ​ການກວດ​ກາຢັ້ງ​ຢືນ ຈາກ​ເຈົ້າ​ໜ້າ​ທີ່​ສັດ​ຕະ​ວະ​ແພດ​ປະ​ຈຳ​ແຂວງ ແລະ ເມືອງ​ກ່ອນ ແລະ ຫຼັງ​ຂ້າ ຕ້ອງ​ແມ່ນ​ຊີ້ນ​ທີ່​ຜ່ານ​ໂຮງ​ຂ້າ​ສັດ ຈິ່ງ​ສາ​ມາດ​ຈຳ​ໜ່າຍ​ໄດ້ ພາຍຫຼັງ​ໄດ້​ຮັບ​ຄຳ​ແນະ​ນຳ​ສະ​ບັບ​ນີ້​ແລ້ວ, ​ຮຽກ​ຮ້ອ​ງ​ໃຫ້​ທຸກ​ພາກ​ສ່ວນ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ຜູ້​ປະ​ກອບ​ການ​ຕະຫຼອດ​ຮອດ​ພໍ່​ແມ່​ປະ​ຊາ​ຊົນ​ທົ່ວ​ແຂວງ​ຫົວ​ພັນ, ​ພ້ອມ​ກັນ​ເປັນ​ເຈົ້າ​ການໃນ​ການ​ຕິດ​ຕາມ – ລາຍ​ງານ, ປະ​ກອບ​ສ່ວນ​ໃນ​ການ​ເຝົ້າ​ລະ​ວັງ​, ສະ​ກັດ​ກັ້ນ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ​ອາ​ຮິ​ວາ​ໝູ​ອາ​ຟ​ຣິ​ກາ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ, ຮັບ​ປະ​ກັນ​ບໍ່​ໃຫ້​ລະ​ບາດ​ໃນ​ວົງ​ກ້​ວາງ.

 

 ບັນ​ນາ​ທິ​ການ

ສຸ​ນີ​ຄຳ ພົມ​ມາ​ສີ                                                                                    

  ຜູ້​ຂຽນ​ຂ່າວ

ຄຳ​ພະ​ແກ້ວ ອິນ​ທະ​ວົງ