ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ພົບປະແລກປ່ຽນບົດຮຽນ ພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ.

ໃນ​ລະ​ຫ່​ວາງວັນ​ທີ 23 – 25 ກໍ​ລະ​ກົດ 2019 ທີ່​ຜ່ານ​ມາ ​ໄດ້​ມີ​ກອງ​ປະ​ຊຸມພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ ລະ​ຫ່​ວາງ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ ແລະ  ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງບໍ່​ແກ້ວ, ໂດຍເປັນ​ກຽດ​ເຂົ້າ​ຮ່ວມກອງ​ປະ​ຊຸມ ທ່ານ ຄິ່ນ ທຸມ​ມາ​ລາ ຮັກ​ສາ​ການ ​ຫົວ​ໜ້າພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ໃຫ້​ກຽດ​ຕ້ອນ​ຮັບ ທ່ານ ປາ​ລະ​ມີ ສົນ​ບຸດ​ຕະ​ແສນ ​ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງບໍ່​ແກ້ວ, ມີ​ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ – ພະ​ນັກ​ງານ ແລະ ພະ​ນັກ​ງານ​ວິ​ຊາ​ການ ທັງ 2 ຝ່າຍ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

  ຈຸດ​ປະ​ສົງ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ກໍ່​ເພື່ອ ພົບ​ປະ​ສອງ​ຝ່າຍ ແລະ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ໃນ​ການ​ຈັດ​ຕັ້ງ​ວຽກ​ງານ ຂອງ​​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ – ພະ​ນັກ​ງານ ທີ່​ຂື້ນ​ກັບພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້, ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ ຮອງ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງບໍ່​ແກ້ວ ໄດ້​ລາຍ​ງານ​ສະ​ພາບ​ພົ້ນ​ເດັ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ​ເປັນ​ຕົ້ນ​ແມ່ນ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ປູກ​ເຂົ້າ, ສາ​ລີ​ຫວານ, ເຟືອກ, ມັນ, ພືດ​ຜັກ​ຕ່າງໆ ແລະ ລ້ຽງ​ສັດ​ເປັນ​ສິນ​ຄ້າ​ເພື່ອ​ບໍ​ລິ​ໂພກ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ປະ​ເທດ. ມາ​ຮອດ​ປະ​ຈຸ​ບັນ​ມີ​ຄວາຍ 19 ພັນ​ກ່​ວາ​ໂຕ, ງົວ 64 ພັນ​ກ່​ວາ​ໂຕ, ໝູ 59 ພັນ​ກ່​ວາ​ໂຕ, ແບ້ 17 ພັນ​ກ່​ວາ​ໂຕ ແລະ ສັດ​ປີກ 5 ແສນ 3 ພັນ​ກ່​ວາ​ໂຕ. ທິດ​ທາງ​ແຜນ​ການ​ໃນ​ຕໍ່​ໜ້າ, ເພື່ອ​ເຮັດ​ໃຫ້​ວຽກ​ງານ​ກະ​ສິ​ກຳ ແລະ ປ່າ​ໄມ້​ໄດ້​ຮັບ​ຜົນ​ດີ​ແມ່ນ​ສຸມ​ໃສ່​ແຜນ​ງານ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ 3 ເສົາ​ຄ້ຳ ແລະ 4 ແຜນ​ງານ 10 ແຜນ​ດຳ​ເນີນ​ງານ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕິດ​ພັນ​ກັບ​ຄຳ​ສັ່ງ​ເລກ​ທີ 12/ນຍ ວ່າ​ດ້ວຍ​ມາດ​ຕະ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ແຂວງ ແລະ ຊຸກ​ຍູ້ 13 ນະ​ໂຍ​ບາຍ​ປູກ, ນະ​ໂຍ​ບາຍ​ລ້ຽງ. ຂອງ​ກະ​ຊວງວາງ​ອອກ​ເປັນ​ຕົ້ນ​ແມ່ນ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ນອກນີ້ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ເປັນ​ຕົ້ນ​ແມ່ນ: ໜ້າ​ທີ່​ຂອງ​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ – ພະ​ນັກ​ງານ, ວຽກ​ງານ​ຄຸ້ມ​ຄອງ​ເອ​ກະ​ສານ​ລະ​ບົບ​ຂາ​ເຂົ້າ – ຂາ​ອອກ, ການ​ຄຸ້ມ​ຄອງ​ພາ​ຫ​ະ​ນະ, ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ບົດ​ບາດ​ຍິງ – ຊາຍ, ວຽກ​ງານ​ແຜນ​ການ ແລະ ການ​ເງິນ ແລະ ວຽກ​ງານ​ຈັດ​ຕັ້ງ​ພະ​ນັກ​ງານ.

 ຕອນທ້າຍກອງປະຊຸມທ່ານ ຄິ່ນ ທຸມມາລາ ຮັກສາການຫົວ​ໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວ​ພັນ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ການ​ຕ້ອນ​ຮັບ​ແບບ​ສະ​ໜິດ, ສະ​ໜົມ, ຊົມ​ເຊີຍ​ຜົນ​ງານ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄາດ​ໝາຍ​ ​ຂອງ​​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງບໍ່​ແກ້ວ ​ໃນ​ໄລ​ຍະ​ຜ່ານ​ມາ ນອກ​ຈາກນີ້​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ – ພະ​ນັກງານຍັງ​ໄດ້​ພາ​ທີມ​ງານ​ຢ້ຽມ​ຢາມ​ກິດ​ຈະ​ກຳ​ການ​ປູກ – ການ​ລ້ຽງສັດ​ເຊັ່ນ: ​ຢ້ຽມ​ຢາມ​ສວນ​ໝາກ​ມ່ວງ​​ພັນ ແລະ ການ​ລ້ຽງ​ງົວ​ເປັນ​ສິນ​ຄ້າ ຂອງ​ປະ​ຊາ​ຊົນ​ນຳ​ອີກ.

 

ບັນ​ນາ​ທິ​ການ

ແອ​ຊຳ ວິ​ໄລ​ຈິດ                                                                     

  ຜູ້​ຂຽນ​ຂ່າວ
​ຄຳ​ພະ​ແກ້ວ ອິນ​ທະ​ວົງ