ການນຳພະແນກກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດແຜນ 5 ປີ ແລະ ວາງທິດທາງແຜນການ 5 ປີ ຢູ່ເມືອງຊຳໃຕ້ ແລະ ເມືອງກວັນ.

  

ວັນ​ທີ 8-12 ກັນ​ຍາ 2019 ທ່ານ​ພູ​ວົງ ສີ​ສົມ​ຮັກ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ພ້ອມ​ດ້ວຍ​ທີມ​ງານ ​ໄດ້ລົງ​ຊຸກ​ຍູ້ ແລະ ຕິດ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ 5 ປີ​ ແລະ ວາງ​ທິດ​ທາງ​ແຜນ​ການ​ໃນ 5 ປີ​ ( 2020-2025) ​ຢູ່ 2 ເມືອງຄື: ເມືອງ​ກັວນ ແລະ ຊຳ​ໃຕ້, ໃນ​ການ​ລົງ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ມີການ​ນຳ​ເມືອງ, ​ມີຫົວ​ໜ້າ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ, ມີ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ເມືອງ ແລະ ພ້ອມ​ດ້ວຍພະ​ນັກ​ງານ​ວິ​ຊາ​ການ​ເຂົ້າ​ຮ່ວມ​.

   ​ຈຸດ​ປະ​ສົງ​ຂອງ​ການ​ເຄື່ອນ​ໄຫວ​ວຽກ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ຊຸກ​ຍູ້​ຕິດ​ຕາມ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ ຂົງ​ເຂດກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ກະ​ກຽມ​ໃນ​ການ​ວາງ​ແຜນ ພັດ​ທະ​ນາກະ​ສິ​ກຳ ແລະ ປ່າ​ໄມ້ ແຕ່​ປີ 2020-2025, ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ ຜູ່​ເຂົ້າ​ຮ່ວມ​ໄດ້ສະ​ແດງ​ແນວ​ຄວາມ​ຄິດ ໃນ​ການ​ພັດ​ທະ​ນາ ກະ​ສິກຳ ແລະ ປ່າ​ໄມ້, ຕາມ 3 ທັດ​ສະ​ນະ​ຊີ້​ນຳ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ເຊັ່ນ: ລຸດ​ຜ່ອນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ທີ່ບໍ່​ຈຳ​ເປັນ, ເລັ່ງ​ໃສ່​ສົ່ງ​ເສີມ​ຊາວ​ກະ​ສິ​ກຳ ເພີ່ມ​ທະ​ວີ​ການ​ປຸກ – ກາ​ນ​ລ້ຽງ ແລະ ຊຸກ​ຍຸ້​ປັບ​ປຸງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສະ​ຖາ​ນີບໍ​ລິ​ການເຕັກ​ນິກ ກະ​ສິ​ກຳ ແລະ ປ່າ​ໄມ້ ທີ່​ມີ​ຢູ່​ແລ້ວ ໃຫ້​ມີ​ການ​ເຄື່ອນ​ໄຫວ ບໍ​ລິ​ການ​ປະ​ຊາ​ຊົນ ກາ​ຍ​ເປັນ​ບ່ອນ​ເຝິກ​ອົບ​ຮົມ ໃຫ້​ຊາວ​ກະ​ສິ​ກອນ ຢ່າງ​ກ້​ວາງ​ຂວາງ ແລະ ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ໃນ​ການ​ພັດ​ທະ​ນາກະ​ສິກຳ ແລະ ປ່າ​ໄມ້ ຕາມ 3 ເສົາ​ຄ້ຳ 4 ແຜນ​ງານ ແລະ 10 ແຜນ​ດຳ​ເນີນ​ງານ ຂອງ​ກະ​ຊວງ ກະ​ສິ​ກຳ ແລະ ປ່າ​ໄມ້.

  ໃນ​ວາ​ລະ​ການ​ປະ​ຊຸມ  ທ່ານ ທ່ານ​ພູ​ວົງ ສີ​ສົມ​ຮັກ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ,   ​ໄດ້ຄຳ​ເຫັນ​ຕໍ່​ກອງ​ປະ​ຊຸມ ​ໂດຍ​ປຸກ​ລະ​ດົມ​ແນວ​ຄວາມ​ຄິດ​ຊີ້​ນຳ-ນຳ​ພາໃນ 5 ປີ​ຕໍ່​ໜ້າ ທີ່​ຈະ​ມີ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ ແລະ  ສິ່ງ​ທ້າ​ທາຍ​ເຊັ່ນ: ເນື້ອ​ທີ່​ທຳ​ການ​ຜະລິດກໍ່​ເປັນ​ຮ່ອງ​ຫ້ວຍ, ທ່າ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່າ​ແຮງ​ດ້ານ​ການ​ທ່ອງ​ທ່ຽວຜູ້​ປະ​ກອບ​ການ​ເພື່ອ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ຕະຫຼາດ​ຮອງ​ຮັບ​ທາງ​ດ້ານ​ແຮງ​ງານ. ຊຶ່ງ​ໄລ​ຍະ​ຜ່ານ​ມາແຂວງ​​ຫົວ​ພັນ ໄດ້​ຮັບຜົນ​ກະ​ທົບ​ຈາກ​ໄພ​ທຳ​ມະ​ຊາດ ​ເຮັດ​ໃຫ້​ເນື້ອ​ທີ່​ການ​ຜະ​ລິດ, ພື້ນ​ຖານ​ໂຄງ​ລ່າງ​ ​ຖືກ​ເສຍ​ຫາຍ​ເປ່​ເພ ແລະ ​ມີ​ການ​ລະ​ບາດຂອງ​ຕັກ​ແຕນ​ຝູງໄມ້​ປ່ອງ, ບົ້ງ​ແມ​ງ, ສັດ​ຕູ​ພືດ ແລະ ພະ​ຍາດ​ສັດ, ​ຕາມ​ທິດ​ຊີ້​ນຳ​ຂອງ​ການ​ນຳ​ແຂວງ ​ໃຫ້​ເລ່ງ​ໃສ່ 3 ທິດ​ຊີ້​ນຳ​ຄື: ພະ​ຍາ​ຍາມຫຼຸດ​ຜ່ອນ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ກະ​ສິ​ກຳທີ່ບໍ່​ຈຳ​ເປັນ​ລຸດ​ລົງ, ​ເລ່ງ​ໃສ່​ກິດ​ຈະ​ກຳ​ສ້າງ​ລາຍ​ຮັບ​ແກ່​ປະ​ຊາ​ຊົນ, ຕາມ​​ເງືອນ​ໄຂທ່າ​ແຮງທີ່​ມີ, ສືບ​ຕໍ່​ຊຸກ​ຍູ້​ຊີ້​ນຳ​ແຕ່​ລະ​ເມືອງ​ເຮັດ​ທຸກວິ​ທີ​ການ​ໃຫ້​ຂະ​ບວນ​ການ​ປູກ, ການລ້ຽງ, ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເພີ່ມ​ຂຶ້ນກາຍ​ເປັນ​ສິນ​ຄ້າສະ​ໜອງ​ພາຍ​ໃນ ແລະ ສົ່ງ​ອອກ, ໃຫ້​ສືບ​ຕໍ່​ເລ່ງ​ໃສ່​​ປັບ​ປຸງບັນ​ດາ​​ສູນ​​​ສົ່ງ​ເສີມເຕັກ​ນິກ ແລະ ສະ​ຖາ​ນີ​​ບໍ​ລິ​ການ​ເຕັກ​ນິກກະ​ສິ​ກຳ ​ທີ່​ມີ​ແຕ່​ລະ​ເມືອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ ແລະ ຝຶກ​ອົບ​ຮົມ​ດ້ານ​ກະ​ສິ​ກຳ​ໃຫ້​ແກ່​ຊາວ​ກະ​ສິ​ກອນກ້າວ​ໄປ​ສູ່​ຜະ​ລິດ​ສະ​ໜອງ​ແນວ​ພັນ ​ໃຫ້​ແກ່​ຜູ້​ປະ​ກອບ​ການ, ກໍ່​ຄື​ພໍ່​ແມ່​ປະ​ຊາ​ຊົນ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ຕໍ່​ການ​ພັດ​ທະ​ນາ​ຂົງ​ເຂດ​ກະ​ສິ​ກຳ ແລະ ປ່າ​ໄມ້, ເສົາ​ຄ້ຳ​ທາງ​ດ້ານ​ກະ​ສິ​ກຳ​ແນ​ໃສ່​ເຮັດ​ໃຫ້​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ສະ​ບຽງ​ອາ​ຫານ, ປ່າ​ໄມ້ ແລະ ຊັບ​ພະ​ຍາ​ກອນ​ປ່າ​ໄມ້ ​ຕ້ອງ​ໃຫ້​ມີ​ເນື້ອ​ທີ່​ປ່າ​ໄມ້​ປົກ​ຄຸມ 70% ທົ່ວ​ປະ​ເທດ, ເລັ່ງ​ໃສ່​ວາງ​ແຜນເພື່ອ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ. ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ວຽກ​ດັ່ງ​ກ່າວ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ປະ​ສານ​ສົມ​ທົບ​ກັບ​ຂະ​ແໜງ​ການ​ ແລະ ພາກ​ສ່ວນ​ຂອງ​ເມືອງ ເພື່ອ​ວາງ​ແຜນ-ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ ແລະ ທ່ານ​ຍັງ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍຕໍ່​​ຜົນ​ງານການ​ຊີ້​ນຳ​ນຳ​ພາຂອງ​ການ​ນຳ​ເມືອງ, ​ຄວາມ​ຮັບ​ຜິດ​ຊອບຂອງ​ຄະ​ນະ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ພະ​ນັກ​ງານ​ວິ​ຊາ​ການ​ເມືອງ, ທີ່​ມີ​ຜົນສຳ​ເລັດ​​ຕະຫຼອດ​ມາ ໃນ​ຂົງ​ເຂດ​ວຽກ​ງານ​ກະ​ສິ​ກຳ ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

 

ບັນ​ນາ​ທິ​ການ

ສຸ​ນີ​ຄຳ ພົມ​ມາ​ສີ                                                                       

  ຜູ້​ຂຽນ​ຂ່າວ

ຄຳ​ພະ​ແກ້ວ ອິນ​ທະ​ວົງ