ງານພົບປະແລກປ່ຽນບົດຮຽນ ລະຫ່ວາງ ສູນສົ່ງເສີມ ເຕັກນິກກະສິກຳ ແລະ ປ່າໄມ້ ຮ່ວມມື ລາວ-ຫວຽດນາມ ແຂວງຫົວພັນ ແລະ ແຂວງຊຽງຂວາງ

ວັນ​ທີ 3 ຕຸ​ລາ 2019 ທີ່​ຜ່ານ​ມາ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້, ຈັດ​ກອງ​ປະ​ຊຸມ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນຂື້ນ​ທີ່​ຫ້ອງ​ປະ​ຊຸມ ​ຂອງສູນ​ສົ່ງ​ເສີມ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້  ຮ່ວມ​ມື ລາວ-ຫວຽດ​ນາມ ​ຢູ່ສູນ​ບ້ານອົ້ງ ​​ໂດຍເປັນ​ປະ​ທານ​ຮ່ວມ ​ທ່ານ ກອນ​ໄທ ແກ້ວ​ນະ​ຄອນ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ທ່ານ ສອນ​ສະ​ຫັວດ ວັນ​ທະ​ລາ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄະ​ນະ ແລະ ວິ​ຊາ​ການ​ກ່ຽວ​ຂ້ອງ 2 ແຂວງ ເຂົ້າ​ຮ່ວມ 30 ກ່​ວາ​ທ່ານ.

ໃນ​ວາ​ລະ​ງານ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ ການ​ຈັດ​ຕັ້ງ​ວຽກ​ງານ​ຂອງ​ສູນ​ຄັ້ງ​ນີ້, ​ໜ້າ​ຫົວ​ໜ້າ​ສູນໄດ້​ລາຍ​ງານ​ ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ຂອງ​ສູນ, ​ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ຂະ​ແໜງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້, ທີ່​ກຳ​ນົດ​ອອກ​ຕາມ​ແຕ່​ລະ​ໄລ​ຍະ​ໂດຍ​ການ​​ຊຸກ​ຍູ້ສົ່ງ​ເສີມ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ​ຂອງ​ປະ​ຊາ​ຊົນ, ໃຫ້​ການ​ຜະ​ລິດ​ຕິດ​ພັນ​ກັບ​ການ​ຕະຫຼາດ ແລະ ການ​ປຸງ​ແຕ່ງ, ຊຸກ​ຍູ້​ການ​ຜະ​ລິດ​ກະ​ສິ​ກຳ ແບບ​ປະ​ຫັຍ​ດ, ສະ​ອາດ​ປອດ​ໄພ​ຕໍ່​ຜູ້​ຜະ​ລິດ ແລະ ຜູ້​ບໍ​ລິ​ໂພກ​ຜົນ​ຜະ​ລິດ​ຂອງ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ດ້ານ​ໂພ​ສະ​ນາ​ການ, ຫຼຸດ​ຜ່ອນ​ການ​ໃຊ້​ສານ​ເຄ​ມີ​ທີ່​ອັ່ນ​ຕະ​ລາຍ, ສູນ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ​​ແຫ່ງນີ້ຈະ​ກາຍ​ເປັນ​ຕົວ​ແບບ​ໜື່ງ​ຂອງ​ການ​ຮ່ວມ​ມື​ພິ​ເສດ ກໍ່​ຄື​ການ​ຮ່ວມ​ມື​ທີ່​ຍືນ​ຍົງ​ໃນ​ຂະ​ແໜງ​ການ​ກະ​ສິ​ກຳ​, ສ້າງ​ຕົວ​ແບບ​ສາ​ທິດປູກ​ຝັງ, ລ້ຽງ​ສັດ ແລະ ປ່າ​ໄມ້, ພາຍ​ໃນ​ສູນ​ຕາມ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ​ເພື່ອ​ໃຫ້​ປະ​ຊາ​ຊົນ, ພະ​ນັກ​ງານ​ເມືອງ, ແຂວງ, ສາ​ມາດ​ເຂົ້າ​ໄປ​ທັດ​ສະ​ນະ​ສຶກ​ສາ, ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ​ນຳ​ເອົາ​ບົດ​ຮຽນ​ໄປ​ໝູນ​ໃຊ້​ໃນ​ການ​ຜະ​ລິດ​ຕົວ​ຈິງ, ຍົກ​ສະ​ມັດ​ຕະ​ພາບ​ການ​ຜະ​ລິດ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ກົນ​ຈັກ​ອັ່ນ​​ໃໝ່​ເຂົ້າ​ໃນ​ການ​ຜະ​ລິດ, ເປັນ​ສູນ​ກາງ​ຜະ​ລິດ​ເປັນ​ແນວ​ພັນ​ພຶດ​ປູກ ແລະ ພັນ​ສັດ​ລ້ຽງ​ທີ່​ມີ​ຄຸນ​ນະ​ພາບ, ພາຍຫຼັງ​ມອບ-ຮັບ​ສູນ, ຝ່າຍ​ຫວຽດ​ນາມ​ໄດ້​ມອບ​ກິດ​ຈະ​ກຳ​ ​ເຊັ່ນ: ​ໄມ້​ໃຫ້​ໝາກ, ການ​ລ້ຽງົວ, ການ​ລ້ຽງ​ໄກ່​ພັນ​ໄຂ່, ນອກ​ຈາກນີ້​ທັງ 2 ແຂວງ​ຍັງ​ໄດ້​ຖອດ​ຖອນ​ບົດ​ຮຽນ​ທີ່​​ມີ​ຜົນ​ສຳ​ເລັດ ແລະ ປະຕິ​ບັດ​ໄດ້​ເຊັ່ນ: ສືບ​ຕໍ່​ຮ່ວມ​ມື​ພົວ​ພັນ​ສ້າງ​ຕົວ​ແບບ​ສົ່ງ​ເສີມ​ກະ​ສິ​ກຳ ຖ່າຍ​ຖອດ​ເຕັກ​ນິກດ້ວຍ​ການ​ປູກ, ການ​ລ້ຽງ​ເຊັ່ນ: ການ​ປູກ​ໄມ້​ໃຫ້​ໝາກ, ການ​ລ້ຽງ​ໄກ່ ແລະ ການ​ລ້ຽງ​ງົວ​ພັນ​ຊີ້ນ​ໃນ​ເຊີງ​ເສດ​ຖະ​ກິດ, ຫັນ​ໄປ​ສູ່​ສິນ​ຄ້າ​ຂາຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ​ແຂວງ.

ຕອນ​ທ້າຍ​ການ​ພົບ​ປະ ທັງ 2 ແຂວງ​ ຍັງ​ໄດ້​ຢ້ຽມ​ຢາມ​ ກິດ​ຈະ​ກຳ​ການ​ປູກ​ໄມ້​ໃຫ້​ໝາກ, ການ​ລ້ຽງ​ງົວ​ພັນ​ຊີ້ນ ແລະ ການ​ລ້ຽງ​ໄກ່​ພັນ​ໄຂ່​ນຳ​ອີກ.

 

ບັນ​ນາ​ທິ​ການ     

ແອ​ຊຳ ວິ​ໄລ​ຈິດ                                                                             

  ຜູ້​ຂຽນ​ຂ່າວ

    ຄຳ​ພະ​ແກ້ວ ອິນ​ທະ​ວົງ