ພະແນກກະສິກຳ ແລະ ປ່າໄມ້, ໂຄງການຮ່ວມມືລາວ-ຫວຽດ ລົງກວດກາຄວາມຄືບໜ້າ ແລະ ຊຸກຍູ້ການຜະລິດ, ໃນການຈັດຕັ້ງປະຕິບັດໂຄງການບັນດາກິດຈະກຳຍ່ອຍຢູ່ 6 ບ້ານເປົ້າໝາຍ, ເມືອງວຽງໄຊ ແຂວງຫົວພັນ.

ໃນ​ວັນ​ທີ 22 ຕຸ​ລາ 2019 ທີ່​ຜ່ານ​ມາ ໂຄງ​ການ​ຮ່ວມ​ມື​ລາວ-ຫວຽດ ນຳ​ໂດຍ ທ່ານ ແອ​ຊຳ ວິ​ໄລ​ຈິດ ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ-ພະ​ນັກ​ງານ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ທັງ​ເປັນ​ຄະ​ນະ​ປະ​ສານ​ງານ​ໂຄງ​ການ​ແ​ບ່ງ​ເຂດ​ການ​ຜະ​ລິດ​ກະ​ສິ​ກຳ ແຂວງ​ຫົວ​ພັນ, ​ພ້ອມ​ດ້ວຍ​ທີມ​ງານ​ຈາກ​ຂະ​ແໜງ, ປູກ​ຝັງ, ລ້ຽງ​ສັດ ແລະ ຄຸ້ມ​ຄອງພັດ​ທະ​ນາ​ທີ່​ດິນ​, ຜູ້​ຊ່ຽວ​ຊານ​ຈາກ​ສະ​ຖາ​ບັນ​ວາງ​ແຜນ ແລະ ອອກ​ແບບ​ກະ​ສິ​ກຳ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ການ​ປູກ, ລ້ຽງ ຈາກ ສ​ສ ຫວຽດ​ນາມ ທີມ​ງານ​ວິ​ຊາ​ການ, ຫ້ອງ​ການ​ກະ​ສິ​ກຳແລະປ່າ​ໄມ້​ເມືອງວຽງ​ໄຊແລະຄອບ​ຄົວ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ເຂົ້າ​ຮ່ວມ​ນຳ

ຈຸດປະສົງ ເພື່ອຊຸກຍູ້ ແລະ ຕິດຕາມ ການປະຕິບັດ ກິດຈະກຳສາ​ທິດ​ການ​ປູກ,ການ​ລ້ຽງຂອງໂຄງການຮ່ວມ​ມື​ລາວ-ຫວຽດ 6 ບ້ານເປົ້າໝາຍຂອງໂຄງການ ໃນໄລຍະທີ່​ຜ່ານ​ມາ ຊຶ່ງເປົ້າໝາຍຂອງໂຄງການແມ່ນ ເພື່ອເຮັດໃຫ້ປະຊາຊົນ ໄດ້ມີການຜະລິດແບບຍືນຍົງ ປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ທີດີຂື້ນໂດຍການຜະລິດກະສິກຳທີ່ຫຼາກຫຼາຍຊະນິດ

ໂອກາດທີມງານລົງມາຊຸກຍູ້ຄັ້ງນີ້ໄດ້ເຂົ້າຢ້ຽມຢາມ 6 ບ້ານເປົ້າໝາຍຂອງໂຄງການ ເພື່ອເບິ່ງກິດຈະກຳການ​ປູກຜັກ​ເຮືອນ​ຮົ່ມ ຢູ່ ບ້ານ ລ້ອງ​ກູ້, ມີ​ຄອບ​ຄົວ​ຕົວ​ແບບ​ທົດ​ລອງ​ປູກ 1 ຄອບ​ຄົວ, ຜັກ​ທີ່​ປູກ​ໄລ​ຍະ​ນີ້ງອກ​ງາມ​ດີ, ຜັກ​ຈຳ​ນວນ​ໜື່ງ​ໄດ້​ຂາຍ​ອອກ​ຕະຫຼາດ​ແລ້ວ, ການ​ປູກ​ໄມ້​ໃຫ້​ໝາກ ຢູ່ ບ້ານ​ພູ​ໄຊ, ປະ​ຈຸ​ບັນເບ້ຍ​ໄມ້​ແມ່ນ​ຂຽວ ແລະ ງອກ​ງາມດີ​ເປັນ​ຕົ້ນ​ແມ່ນ​ເບ້ຍ​ໝາກ​ນາວ, ໝາກ​ແປ້ນ, ການ​ລ້ຽງ​ໄກ່​ຢູ່ ບ້ານ ​ນາ​ເມືອງ, ມີ​ຈຳ​ນວນ 11 ຄອບ​ຄົວ ທີ່​ໄດ້​ຮັບ​ທຶນ​ສົ່ງ​ເສີມ​ສ້າງ​ຄອກ​ ແລະ ຮົ້ວ​ອ້ອມ​ຄອກ​ໄກ່, ແຕ່​ລະ​ຄອບ​ຄົວ​ໄດ້​ຮັບ​ແນວ​ພັນ​ໄກ່ 50 ໂຕ, ການ​ລ້ຽງົວ ຢູ່ ບ້ານ ນາ​ລວງ ມີ​ຈຳ​ນວນ 11 ຄອບ​ຄົວ​ທີ່​ໄດ້​ຮັບ​ທຶນ​ສົ່ງ​ເສີມ​ສ້າງ​ຄອກ ແລະ ແນວ​ພັນ, ສົ່ງ​ເສີມ​ການ​ລ້ຽງ​ປາ ແລະ ຍົກ​ສະ​ມັດ​ຕະ​ພາບ​ເຂົ້າ ຢູ່ ບ້ານ ນາ​ວິດ ມີ​ຈຳ​ນວນ 11 ຄອບ​ຄົວ​ລ້ຽງ​ປາ ແລະ 8 ຄອບ​ຄົວ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ເຂົ້າ, ການ​ປູກ​ເຂົ້າ​ໄກ່​ນ້ອຍ ຢູ່ ບ້ານ, ຊຽງ​ລວງ, ໄດ້​ຮັບ​ທືນ​ສົ່ງ​ເສີມ​ຈຳ​ນວນ 20 ຄອບ​ຄົວ, ໄດ້​ແນະ​ນຳ​ເຕັກ​ນິກ​ການ​ໃສ່​ຝຸ່ນ, ຕົ້ນ​ເຂົ້າ​ງອກ​ງາມ​ດີ, ບໍ່​ມີ​ສັດ​ຕູ​ພືດ​ທຳ​ລາຍ ປະ​ຈຸ​ບັນ​ກຳ​ລັງ​ເກັບ​ກ່ຽວ ແລະ ຄັດ​ເລືອກ​ເມັດ​ພັນ​ເຂົ້າເພື່ອ​ປູກ​ໃນ​ປີ​ຕໍ່​ໄປ. ຕອນ​ທ້າຍ​ການ​ລົງ​ຢ້ຽມ​ຢາມ ແລະ ສົ່ງ​ເສີມ​​, ທາງ​ໂຄງ​ການ​ຍັງ​ໄດ້​ສະ​ໜອງແນວ​ພັນ​ພືດ, ແນວ​ພັນ​ສັດ, ​ຝຸ່ນ​ປຸຍ, ອາ​ຫານ​ສັດ, ຢາ​ປາບ​ສັດ​ຕູ​ພືດ ແລະ ແນະ​ນຳເຕັກ​ນິກ​ວິ​ທີ​ນຳ​ໃຊ້​ໃຫ້​ຄອບ​ຄົວ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ນຳ​ອີກ, ນອກ​ຈາກນີ້​ຍັງ​ໄດ້​ແນະ​ນຳ​ໃຫ້​ວິ​ຊາ​ການ​ຂັ້ນ​ເມືອງ​ສືບ​ຕໍ່​ລົງ​ຊຸກ​ຍູ້​ຢ່າງ​ໃກ້​ສິດ ບັນ​ດາ​ກິດ​ຈະ​ກຳ, ​ຄອບ​ຄົວ​ເປົ້າ​ໝາຍ​ຂອງ​ໂຄງ​ການໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ.

 

ບັນ​ນາ​ທິ​ການ   ​ແອ​ຊຳ ວິ​ໄລ​ຈິດ                                                                            

ຜູ້​ຂຽນ​ຂ່າວ ຄຳ​ພະ​ແກ້ວ ອິນ​ທະ​ວົງ