ກົມຊົນລະປະທານກະຊວງກະສິກຳ ແລະ ປ່າໄມ້, ລົງຊຸກຍູ້, ຕິດຕາມສະພາບການສ້ອມແປງ, ຟື້ນຟູລະບົບຊົນລະປະທານ ແລະ ມອບເຄື່ອງບັນເທົາທຸກຢູ່ບ້ານ ສົ້ນຂົວ, ເມືອງຫົວເມືອງ.

ໃນ​ລະ​ຫ່​ວາງວັນ​ທີ 31 ຕຸ​ລາ – 2 ພະ​ຈິກ 2019 ທ່ານ ບຸນ​ຄຳ ສີ​ດາ​ວົງ ຫົວ​ໜ້າ​ກົມ​ຊົນ​ລະ​ປະ​ທານ ພ້ອມ​ດ້ວຍ​ທີມ​ງານ, ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ການ​ນຳ​ ພະ​ແນກ ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ພ້ອມ​ດ້ວຍ​ຄະ​ນະ, ການ​ນຳ​ເມືອງວຽງ​ໄຊ, ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງວຽງ​ໄຊ, ພ້ອມ​ດ້ວຍ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງແຂວງ, ເມືອງ, ເຂົ້າ​ຮ່ວມ.

ໃນ​ວາ​ລະ​ການ​ລົງ​ຊຸກ​ຍູ້ ແລະ ຕິດ​ຕາມ ກໍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ຈາກ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ, ສະ​ພາບ​ການ​ຟື້ນ​ຟູ ແລະ ສ້ອມ​ແປງ​ຊົນ​ລະ​ປະ​ທານ ທີ່ນຳ​ໃຊ້​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ, ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ປີ​ຜ່ານ​ມາ​ຈຳ​ນວນ 12 ໂຄງ​ການ, ສ້ອມ​ແປງ​ຫົວ​ງານ ແລະ ລະ​ບົບ​ຄອງ​ເໝືອງ 8 ໂຄງ​ການ, ສ້ອມ​ແປງ​ຄອງ​ເໝືອງ 3 ໂຄງ​ການ ແລະ ການ​ຟື້ນ​ຟູ ​ເນື້ອ​ທີ່​ນາ​ມີ​ທັງ​ໝົດ 55 ບ້ານ​ຈຸດ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ດິນ​ທັບ​ຖົມ, ມີ​ມູນ​ຄ່າ​ທັງ​ໝົດ 29 ຕື້​ກ່​ວາ​ກີບ, ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານສູນບໍລິການເຕັກນິກກະສິກຳ ແລະ ປ່າ​ໄມ້ຮ່ວມມືລາວ – ຫວຽດ ບ້ານອົ້ງ, ເມືອງ​ຊຳ​ເໜືອ, ​​ສະ​ຖາ​ນີ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ ແລະ ປ່າ​ໄມ້​ຫ້ວຍ​ສາ, ເມືອງວຽງ​ໄຊ, ຈາກນັ້ນທີມ​ງານ​ກົມ​ຊົນ​ລະ​ປະ​ທານ, ​ໄດ້​ມອບ​ເງີນບ່ອນ​ລະ ​ຈຳ​ນວນ 3 ລ້ານ​ກີບ, ໃຫ້​ສູນ ແລະ​ສະ​ຖາ​ນີ, ເພື່ອ​ຊຸກ​ຍູ້​ການ​ປູກ, ລ້ຽງ, ເປີດ​ຝຶກ​ອົບ​ຮົມ​ໃຫ້​ຊາວ​ກະ​ສິ​ກອນ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ຢາກ​ຮຽນ, ມອບ​ເງີນ ຈຳ​ນວນ 5 ລ້ານ​ກີບ​ເພື່ອ​ຊຸກ​ຍູ້​ກອງ​ປະ​ຊຸມ​ໃຫ່​ຍ​ອົງ​ຄະ​ນະ​ພັກ​ເມືອງວຽງ​ໄຊ, ທີ່​ຈະ​ໄຂ​ຂື້ນ​ໃນ​ມໍ່ໆ​ນີ້.

ຈາກນັ້ນ ທ່ານ ຫົວ​ໜ້າ​ກົມ ຊົນ​ລະ​ປະ​ທານ ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ແລະ ເພີ່ງ​ພໍ​ໃຈ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ນຳ​ເມືອງ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຮັດ​ໃຫ້​ວຽກ​ງານ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມີ​ຜົນ​ສຳ​ເລັດ ແກ້​ໄຂ​ບັນ​ຫາ​ຂອງ​ປະ​ຊາ​ຊົນ​ໄດ້​ທຳ​ການ​ຜະ​ລິດ​ຢ່າງ​ທ່ວງ​ທັນ​ກັບ​ລະ​ດູ​ການ, ມອບ​ໝາຍໃຫ້​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​ສັງ​ລວມ​ລາຍ​ລະ​ອຽດ​ຕໍ່​ກັບ​ວຽກ​ງານ​ຊົນ​ລະ​ປະ​ທານ, ຜົນ​ການ​ລົງ​ທຶນ, ຜົນ​ຕອບ​ແທນ, ຄວາມ​ຕັ້ງ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ການ​ນຳ​ໃຊ້​ນ້ຳ​ຊົນ​ລະ​ປະ​ທານ, ຈະ​ໄດ້​ປະ​ເມີນ ແລະ ປະ​ຕິ​ຮູບ​ພື້ນ​ຖານ​ໂຄງ​ລ່າງ, ການ​ປະ​ຕິ​ບັດ​ຄາດ​ໝາຍ​ແກ້​ໄຂ​ຄວາມ​ທຸກ​ຍາກ, ຈາກ​ການ​ສ້າງ​ລາຍ​ຮັບ​ຜົນ​ຜະ​ລິດ​ກະ​ສິ​ກຳ, ​ການ​ພັດ​ທະ​ນາ​ໃຫ້​ສອດ​ຄອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ທ່າ​ແຮງ​ໃນ​ທ້ອງ​ຖິ່ນ, ໃນ​ໂອ​ກາດ​ດັ່ງ​ກ່າວ​ທີມ​ງານ​ກົມ​ຊົນ​ລະ​ປະ​ທານ, ກໍ່​ໄດ້​ນຳ​ເອົາ​ວັດ​ຖຸ​ປັດ​ໃຈ​ໄປ​ມອບ​ໃຫ້​ປະ​ຊາ​ຊົນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອັກ​ຄີ​ໄຟ​ໄໝ້, ​ຢູ່​ບ້ານ ສົ້ນ​ຂົວ, ເມືອງ​ຫົວ​ເມືອງ, ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ປະ​ກອບ​ມີ: ອາ​ຫານ​ແຫ້ງ ແລະ ເຄື່ອງ​ນຸ່ງ​ຫົ່ມ ມູນ​ຄ່າ 22 ລ້ານ​ກ່​ວາ​ກີບ, ເງີນ​ສົດ 13 ລ້ານ​ກ່​ວາ​ກີບ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ມອບອຸ​ປະ​ກອນ​ຮັບ​ໃຊ້​ຄົວ​ເຮືອນ ມູນຄ່າ​ 4 ລ້ານ 6 ແສນ​ກ່​ວາ​ກີບ, ມອບໂດຍ​ທ່ານ ບຸນ​ຄຳ ສີ​ດາ​ວົງ, ​ຫົວ​ໜ້າ​ກົມ​ຊົນ​ລະ​ປະ​ທານ ແລະ ທ່ານ​ ສໍສະ​ຫັວນ ບານ​ຄຳ​ມີ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ກ່າວ​ຮັບ​ໂດຍ ທ່ານ ຄຳ​ພອນ ພັນ​ວົງ​ໄຊ ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ, ເມືອງ​ຫົວ​ເມືອງ ແລະ ມອບ​ຕໍ່​ໃຫ້ອຳ​ນາດ​ການ​ປົກ​ຄອງ​ບ້ານ ແລະ ປະ​ຊາ​ຊົນ, ໂດຍ​ຊ້ອງ​ໜ້າ ທ່ານ ພັນ​ທອງ ​ເພັດ​ໄຊ​ສົມ​ພັນ, ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ, ແຂວງ​ຫົວ​ພັນ, ​ເຂົ້າຮ່ວມ​ເປັນ ສັກ​ຂີ​ພິ​ຍານນຳ.

 

ບັນ​ນາ​ທິ​ການ

ແອ​ຊຳ ວິ​ໄລ​ຈິດ

ຜູ້​ຂຽນ​ຂ່າວ

ຄຳ​ພະ​ແກ້ວ ອິນ​ທະ​ວົງ