ບ້ານ ກ້ຽນ ແລະ ບ້ານ ໂສຍ ເມືອງວຽງໄຊ, ແຂວງຫົວພັນ, ກະກຽມພື້ນທີ່ປູກພືດລະດູແລ້ງ 2019

ຕາມ​ການ​ລາຍ​ງານ​ຂອງ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​, ໜ່ວຍ​ງານ​ປູກ​ຝັງ, ເມືອງວຽງ​ໄຊ​ໃຫ້​ຮູ້​ວ່າ: ການ​ກະ​ກຽມ​ພື້ນ​ທີ່​ປູກ​ພືດ​ລະ​ດູ​ແລ້ງ 2019 ເຂດ​ໂສຍ, ເມືອງວຽງ​ໄຊ, ບ້ານ ​ກ້ຽນ 30 ຫຼັງ​ຄາ​ເຮືອນ​ໄດ້​ກະ​ກຽມ​ເນື້ອ​ທີ່​ປູກ 3 ເຮັກ​ຕາ​ກ່​ວາ, ມີ​ໝາກ​ແຕງ​ຊັ້ງ, ແຕງ​ລາຍ, ໝາກ​ອຶ ແລະ ໝາກ​ຖົ່ວ. ບ້ານ​ໂສຍ 112 ຫຼັງ​ຄາ​ເຮືອນ​ໄດ້​ກະ​ກຽມ​ເນື້ອ​ທີ່​ປູກ​ຈຳ​ນວນ 35 ເຮັກ​ຕາ, ມີ​ໝາກ​ແຕງ​ຊັ້ງ, ແຕງ​ລາຍ, ໝາກ​ໂມ, ໝາກ​ຖົ່ວ​ຍາວ, ຜັກ​ບົ່ວ ແລະ ຜັກ​ທຽມ, ການ​ປູກ​ພືດ​ຄັ້ງ​ນີ້ ໂດຍ​ແມ່ນ​ທຶນ​ຂອງ​ປະ​ຊາ​ຊົນ​ເອງ, ສ່ວນ​ວິ​ຊາ​ການ​ໜ່ວຍ​ງານ​ປູກ​ຝັງ​ຂອງ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​, ແມ່ນ​ລົງ​ຊຸກ​ຍູ້, ຕິດ​ຕາມ​ແນະ​ນຳ ແລະ ປ້ອງ​ກັນ​ສັດ​ຕູ​ພືດ

ຂ່າວ, ພາບ ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງວຽງ​ໄຊ.