ການນຳພະແນກກະສິກຳ ແລະ ປ່າໄມ້ແຂວງ, ລົງຊຸກຍູ້, ສົ່ງເສີມການລ້ຽງງົວຂອງບໍລິສັດ ສຸກຈະເລີນ ກໍ່ສ້າງ. ບ້ານ ໜອງຄ້າງ, ເມືອງຊຳເໜືອ, ແຂວງຫົວພັນ.

ວັນ​ທີ 14 ທັນ​ວາ 2019 ທ່ານ ພົນຈັດຕະວາ ສຸ​ລິນ​ພອນ ຄຳ​ພະ​ຈັນ ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ, ທ່ານ ພູ​ວົງ​ ສີ​ສົມ​ຮັກ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ກາ​ນ​ນຳ​ເມືອງ​ຊຳ​ເໜືອ, ພ້ອມ​ດ້ວຍ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ນຳ.

ໃນ​ວາ​ລະ​ການ​ລົງ​ຊຸກ​ຍູ້, ສົ່ງ​ເສີມ ແລະ ຢ້ຽມ​ຢາມ, ກໍ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ ​ບໍ​ລິ​ສັດ, ສຸກ​ຈະ​ເລີນ ກໍ່​ສ້າງວ່າ: ສະ​ຖານ​ທີ່​ລ້ຽງ ບ້ານ ໜອງ​ຄ້າງ​ເຊື່ອມ​ຕໍ່​ເຂດ​ແດນ, ບ້ານ​ ນາ​ເອົ້າ ໃນ​ເບື້ອງ​ຕົ້ນ​ໄດ້​ຊື້​ງົວ​ນຳ​ປະ​ຊາ​ຊົນ​ມາ​ລ້ຽງ​ຈຳ​ນວນ 21 ໂຕ, ຄວາຍ 5 ໂຕ, ແຕ່​ປີ 2018. ສ້າງ​ຄອກ​ໄດ້ 2 ຫຼັງ, ມີ​ເນື້ອ​ທີ່​ປູກ​ຫ້​ຍາ ແລະ ບ່ອນ​ສັດ​ລ້ຽງ​ຢູ່ 78 ເຮັກ​ຕາ, ມີ​ກຳ​ມະ​ກອນ​ລ້ຽງ 2 ຄອບ​ຄົວ, ປະ​ຈຸ​ບັນ​ງົວ​ໄດ້​ເກີດ​ລູກ​ ຂະ​ຫຍາຍ​ອອກ​ເປັນ 63 ໂຕ, ພາຍ​ໃນ 1 ປີ ແລະ ຄວາຍ​ກຳ​ລັງ​ຖື​ພາ​ມານ 4 ໂຕ. ທຶນ​ທັງ​ໝົດ​ໃນ​ການ​ສ້າງ​ຮົ້ວ, ແຮງ​ງານ, ງົບປະມານຊື້ສັດ, ອາຫານສັດ, ແນວພັນຫ້ຍາ ແລະ ຢາປ້ອງກັນພະຍາດ, ການ​ບໍ​ລິ​ຫານ​ອື່ນໆ. 3 ຕື້​ 2 ຮ້ອຍກ່​ວາ​ລ້ານ​ກີບ.

ຈາກນັ້ນທ່ານການນຳພະແນກກໍ່ໄດ້ແນະນຳຮູບແບບວິທີການປູກຝັງຂະຫຍາຍເນື້ອທີ່ປູກໃຫ້ຫຼາຍຂື້ນເພື່ອຜະລິດເປັນສິນຄ້າ ແລະ ທອມສັດໃຫ້ເປັນພໍ່ພັນແມ່ພັນຕຸ້ຍດີມີສຸຂະ ພາບແຂງແຮງເພື່ອ ຂະຫຍາຍພັນສັດໄດ້ຫຼາຍຂື້ນ.

 

ພາບ-ຂ່າວ, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ