ພະແນກກະສິກຳ ແລະ ປ່າໄມ້, ສຳເລັດພິທີອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອູດໜູນບຳນານ.

ໃນຕອນເຊົ້າວັນທີ 16 ມັງກອນ 2020 ນີ້, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ໄດ້ຈັດພິທີປະກາດໃຫ້ພະນັກງານ-ລັດຖະກອນຮັບອູດໜູນບຳນານ, ໂດຍ​ການ​ເປັນ​ປະ​ທານຂອງທ່ານ ພູ​ວົງ ສີ​ສົມ​ຮັກ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ,ມີບັນດາຂະແໜງການຂອງພະແນກ ແລະ ພະ​ນັກ​ງານ​ວິ​ຊາ​ການ​ເຂົ້າ​ຮ່ວມ 50 ກ່​ວາ​ທ່ານ.

ໃນພິທີ ​ຜູ້ຕາງ​ໜ້າ​ຫ້ອງ​ການ​ບໍ​ລິ​ຫານ, ຈັດ​ຕັ້ງ – ພະ​ນັກ​ງານໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອູດໜູນບຳນານ.ອິງຕາມກົດໝາຍວ່າດ້ວຍພະນັກງານ – ລັດຖະກອນສະບັບເລກທີ 74/ສພຊ ລົງວັນທີ 18ທັນວາ 2015. ຕາມແຈ້ງການຂອງກະຊວງພາຍໃນ ສະບັບເລກທີ 1807/ພນ ລົງວັນທີ 25 ພະຈິກ 2019 ອະນຸມັດໃຫ້ລັດຖະກອນອອກຮັບອູດໜູນບຳນານຈຳນວນ 4 ສະຫາຍ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ທ່ານ ​ພູ​ວົງ ສີ​ສົມ​ຮັກ ​ໃນ​ນາມ​ປະ​ທານກອງ​ປະ​ຊຸມກໍ່​ໄດ້​ຊົມ​ເຊີຍ​ຜົນ​ງານ​ທີ່​ຍາດ​ມາ​ໄດ້​​ຂອງ 3 ສະຫາຍໃນໄລຍະຜ່ານມາ, ຫຼັງຈາກທີ່ໄດ້ຮັບອູດໜູນບຳນານແລ້ວຂໍໃຫ້ເປັນແບບຢ່າງໃນການນຳພາ-ຊີ້ນຳພະນັກງານ

ລຸ້ນໃໝ່ຈັດຕັ້ງປະຕິບັດສືບທອດຜົນງານອັນດີຂອງວຽກງານກະສິກຳ ແລະ ປ່າໄມ້ຕໍ່ໄປ.

 

ຂ່າວ-ພາບ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ