ຂະແໜງຊົນລະປະທານ – ກວດກາລັດ ສຳເລັດກອງປະຊຸມປະເມີນສະມາຊິກພັກ ແລະ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2019 ຄັ້ງທີ 2 ແລະ ທິດທາງແຜນການຄັ້ງທີ 3 ປະຈຳປີ 2020.

ຕອນ​ເຊົ້າ ​ເວລາ 8 ​ໂມງ ​ ຂອງວັນ​ທີ ​​​22 ​ມັງກອນ 2020 ໜ່ວຍ​ພັກຂະ​ແໜງຊົນລະປະທານ-ກວດກາລັດ ​ທີ່​ຂຶ້ນ​ກັບ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຫົວພັນ, ໄດ້​ຈັດ​ກອງ​ປະຊຸມ​ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂອງ​ຕົນ​​ຂື້ນທີ່​ຫ້ອງ​ປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ, ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ຕອນ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານຮ່ວມ ​ຂອງ​ສະຫາຍ ​ກອນໄທ ແກ້ວນະຄອນ ​ຄະນະ​ພັກພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​,ປະທານກວດກາພັກ ສະຫາຍ ​ໄຈເພັດ ເຮືອງຖາວອນ ​ ຄະນະພັກຮາກຖານພະແນກ, ເລຂາ​ໜ່ວຍ​ພັກຂະ​ແໜງຊົນລະປະທານ, ຍັງ​ມີເລຂາຄະນະ​ໜ່ວຍ​ພັກ​ອ້ອມ​ຂ້າງ​ທີ່​ຂື້ນ​ກັບ​ພະ​ແນ​ກ, ສະມາຊິກ​ພັກ​ສົມ​ບຸນ, ສຳຮອງ ​ແລະ ຜູ້ຕາງໜ້າ​ຈາກ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ເຂົ້າ​ຮ່ວມ​ທັງ​ໝົດ 25 ສະຫາຍ, ຍິງ 5 ສະຫາຍ.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຜ່ານ​ມະຕິຕົກລົງຂອງຄະນະພັກຮາກຖານວ່າດ້ວຍການອະນຸມັດໃຫ້ໜ່ວຍພັກເປີດກອງປະຊຸມມະເມີນສະມາຊິກພັກ ແລະ ໜ່ວຍພັກປະຈຳປີ 2019, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມ, ຜ່ານບົດສະຫຼຸບສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ

ແໜ້ນ ປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020, ຜ່ານຮ່າງບົດສຳຫຼວດການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ. ນອກຈາກນີ້ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດ-ຄຳເຫັນໃສ່ບົດສະຫຼຸບ ແລະ ບົດສຳຫຼວດຂອງໜ່ວຍພັກ.

ຕອນ​ທ້າຍ​ຂອງກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ຄຳເຫັນ​ໂອ້​ລົມ​ຈາກ​ສະຫາຍ ກອນໄທ ແກ້ວນະຄອນ  ຄະນະຮາກຖານ​ພັກ​ຂອງ​ພະ​ແນ​ກ, ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳ-​ນຳພາ ຂອງ​ຄະນະ​ໜ່ວຍ​ພັກ, ​ເຫັນ​ໄດ້​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ແບບ​ລວມສູນປະຊາທິປະ​ໄຕ, ​ແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບຈິ່ງ​ເຮັດ​ໃຫ້​ວຽກ​ງານທີ່​ໄດ້ຈັດ​ຕັ້ງ​ປະຕິບັດ​ສຳ​ເລັດ, ພ້ອມ​ກັນ​ນັ້ນ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ແຂງ – ຮູ້​ນຳພາ​ຮອບດ້ານ​ໄດ້ 4 ສະ​ໄໝ​ຕິດ​ຕໍ່​ກັນ, ຊຶ່ງ​ມັນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງຂອງ​ບັນດາ​ສະຫາຍ, ບັນດາ​ສະຫາຍ​ໃນ​ຄະນະ​ໜ່ວຍ​ພັກ​ຈະ​ຍົກ​ສູງ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ດີ​ກ່ວາ​ເກົ່າ, ຈາກນັ້ນສະຫາຍ ເລຂາໜ່ວຍພັກກໍ່ໄດ້ຮັບຄຳໂອວາດຈາກຄະນະພັກຂັ້ນເທິງ, ​ໃນ​ການ​ຊີ້​ນຳ – ນຳພາໜ່ວຍ​ພັກ​ໃຫ້​ໜ່ວຍພັກເປັນໜ່ວຍພັກ, ປອດ​ໃສ,ເຂັ້ມແຂງ, ໜັກ​ແໜ້ນ.

ພາບ-ຂ່າວ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ.