ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກຳ ແລະ ປ່າໄມ້ ປະຈຳປີ 2019 ແລະ ທິດທາງແຜນການ 2020

ວັນ​ທີ 17 ກຸມ​ພາ 2020 ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ຈັດ​ກອງ​ປະ​ຊຸມ​ສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ວຽກ​ງານ​ກະ​ສິ​ກຳ, ປ່າ​ໄມ້ ​ປະ​ຈຳ​ປີ 2019 ແລະ ວາງ​ທິດ​ທາງ​ແຜນ​ການ ປີ 2020 ​ທີ່​ຫ້ອງ​ປະ​ຊຸມ​ພະ​ແນກ ໃຫ້​ກຽດ​ເປັນ​ປະ​ທານ​ຮ່ວມ​ຂອງ ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຄະ​ນະ​ປະ​ຈຳ​ພັກ​ແຂວງ ຮອງ​ເຈົ້າ​ແຂວງຫົວ​ພັນ ແລະ ທ່ານ ພູ​ວົງ ສີ​ສົມ​ຮັກ ກຳ​ມະ​ການ​ພັກ​ແຂວງ ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລ​ະ ປ່າ​ໄມ້​ແຂວງ, ​ມີບັນ​ດາ​ພະ​ແນກກ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ, ຫົວ​ໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ 10 ເມືອງ ແລະ ພະ​ນັກ​ງານ​ລັດ​ຖະ​ກອນ​ພາຍ​ໃນ​ພະ​ແນກ​ເຂົ້າ​ຮ່ວມ 100 ກ່​ວາ​​ທ່ານ.

ກອງ​ປະ​ຊຸມ​ທ່ານ ພູ​ວົງ ສີ​ສົມ​ຮັກ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ໄດ້​ຜ່ານ​ບົດ​ສະຫຼູບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ປ່າ​ໄມ້ປະ​ຈຳ​ປີ 2019 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ 2020, ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຈຸດ​ສຸມ​ຜະ​ລິດ​ເປັນ​ສິນ​ຄ້າ, ການ​ນຳ​ເຂົ້າ-ສົ່ງ​ອອກ ຜົນ​ຜະ​ລິດ​ກະ​ສິ​ກຳ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ງົບ​ປະ​ມານ​ການ​ລົງ​ທຶນ​ຂອງ​ພາກ​ລັດ ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ປ່າ​ໄມ້, ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ລົງ​ທຶນ, ສັງ​ເກດ​ຕີ​ລາ​ຄາ​ຄືນ ການ​ປະ​ຕິ​ບັດ​ນະ​ໂຍ​ບາຍທາງ​ດ້ານ​ກະ​ສິ​ກຳ ຕໍ່ປະ​ກອບ​ການທາງ​ດ້ານ​ກະ​ສິ​ກຳ,  ​ຈາກນັ້ນຜູ້​ແທນກອງ​ປະ​ຊຸມ​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ສະ​ເໜີ​ແຕ່​ລະ​ພາກ​ສ່ວນ​ໂດຍ​ໄດ້​ເນັ້ນ​ໜັກ​ຕໍ່​ຄຳ​ຖາມ​ເຈາະ​ຈີ້ມ.

ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ກໍ່ໄດ້ໂອ້ລົມຍ້ອງຍໍຊົມເຊີຍຕໍ່​ການ​ຊີ້​ນຳ-ນຳ​ພາ​ຂອງ​ຄະ​ນະ​ພະ​ແນກ​ເຂົ້າ​ໃນ​ຂົງ​ເຂດ​ວຽກ​ງານ​ກະ​ສິ​ກຳ, ພ້ອມນີ້​ຍັງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ວິ​ຊາ​ການ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ແຜນ​ງານ​ຄ້ຳ​ປະ​ກັນ​ທາງ​ດ້ານ​ສະ​ບຽງ​ອາ​ຫານ, ຄຸ້ມ​ຄອງ​ປ່າ​ໄມ້ ແລະ ຊັບ​ພະ​ຍາ​ກອນ​ປ່າ​ໄມ້, ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ, ເພື່ອ​ເປັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ 2020 ໃຫ້​ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້, ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ໃນ​ທ່າ​ແຮງ​ກະ​ສິ​ກຳ​ທີ່​ສະ​ອາດ, ຫັດ​ຖະ​ກຳ​ມູນ​ເຊື້ອ, ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການ​ບໍ​ລິ​ການ​ຜ່ານ, ການ​ຜະ​ລິດ​ເປັນ​ສິນ​ຄ້າ, ປູກ, ລ້ຽງ, ປ່າ​ໄມ້, ການ​ປ້ອງ​ກັນແລະແກ້​ໄຂ​ໄພ​ພິ​ບັດ.

ຂ່າວ-ພາບ ຄຳ​ພະ​ແກ້ວ ອິນ​ທະ​ວົງ