ປື້ມ: ກອບນະໂຍບາຍວ່າດ້ວຍກຸ່ມຊົນເຜົ່າ. ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ ສປປລາວ.
ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ
ສປປ ລາວ
ກອບນະໂຍບາຍ ວ່າດ້ວຍ ກຸ່ມຊົນເຜົ ່ າ
ເດືອນ ຕຸລາ 2019
ພະແນກຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ວຽງຈັນ ສປປ ລາວ
ບົດສະຫລຸບຫຍໍ້ ພາກສະເໜີ ໂຄງການ (ເຊິ່ງມີຊື່ວ່າ ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ ໃນແຂວງ ພາກເໜືຶອ ຂອງ ສປປ ລາວ – GFLL) ມີເປົ້າໝາຍບັນລຸການຫລຸດຜ່ອນທາດອາຍເຮືອນແກ້ວໃນ 6 ແຂວງ ພາກເໜືອຂອງ ສປປ ລາວ ແລະ ຈະໄດ້ຮັບການເບີກຈ່າຍເງ ິນຕາມຜົນງານ ຈາກໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF). ໂຄງການ GFLL ເປັນໂຄງການທໍາອິດໃນອານຸພາກພື້ນ ຂອງ ສ ປປ ລາວ ເຊິ່ງມີເປົ້າໝາຍບັນລຸການຫລຸດຜ່ອນ ທາດອາຍເຮືອນແກ້ວ ໃນພື້ນທີ່ພູມີທັດປ່າໄມ້ຕິດຈອດກັນ, ກວມເອົາເນື້ອທີ່ປະມານ 1/3 ຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ປ່າໄມ້, ເທົ່າກັບ 40% ຂອງເນື້ອທີ່ປ່າໄມ້ແຫ່ງຊາດ ທີ່ຖືກທໍາລາຍ ແລະ ເຊື່ອມໂຊມ. ການກະກຽມ ແລະ ການອອກແບບ ໂຄງການ GFLL ແມ່ນດໍາເນີນຄ່ຽງຄູ່ກັນໄປ ຄື: ສະເໜີຂໍທຶນຊ່ວຍເຫຼືອລ້າ ຈາກກອງທຶນ ອາກາດສີຂຽວ (GCF) ສໍາລັບຈັດຕັ້ງປະຕິບັດວຽກງານ ແລະ ສະເໜີຂໍທຶນ ຈາກໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF) ສໍາລັບເບີກຈ່າຍເງິນຕາມຜົນງານຫຼຸດຜ່ອນທາດອາຍເຮືອນແກ້ວ. ການອອກແບບ ແລະ ການຈັດຕັ້ງ ປະຕິບັດ ໂຄງການ GFLL ແມ່ນ ຄວາມຕ້ອງການຂອງລັດຖະບານ ສປປ ລາວ ທີ່ຈະປັບປຸງຂະແໜງປ່າໄມ້ ຂອງ ຕົນ ແລະ ດໍາເນີນບາດກ້າວຕ່າງໆ ເພື່ອຫຼຸດຜ່ອນການ ອີງໃສ່ເງິນບໍລິຈາກ ເຊິ່ງໄດ້ມາຈາກຊັບພະຍາກອນທໍາມະຊາດ ໃຫ້ແກ່ການຂະຫຍາຍຕົວດ້ານເສດຖະກິດ. ສິ່ງທີ່ສະທ້ອນໃຫ້ເຫັນຢ່າງຈະແຈ້ງ ໃນໄລຍະຜ່ານມາຄື ລັດຖະບານ ໄດ້ ຮັບຮອງເອົາ ແຜນຍຸດທະສາດການຂະຫຍາຍຕົວສີຂຽວ (ເຖິງປີ 2030) ເຊິ່ງຮັບປະກັນການຂະຫຍາຍຕົວໃນທຸກ ດ້ານ, ຂະຫຍາຍຕົວແບບຍືນຍົງ ແລະ ເປັນມິດກັບທໍາມະຊາດ. ການເຂົ້າໄປຊ່ວຍເຫຼືອ ຂອງແຜນງານຫລຸດຜ່ອນທາດອາຍເຮືອນແກ້ວ (ER) ແມ່ນສອດຄ່ອງກັບ 4 ປັດໃຈຕົ້ນຕໍ ແລະ ຖືກຈັດເຂົ້າໃນ 4 ອົງປະກອບຫຼັກ ເຊິ່ງລວມມີ: i) ສ້າງທຸກເງື່ອນໄຂໃຫ້ແກ່ການດໍາເນີນວຽກງານ ເຣດ+, ii) ຊ່ວຍເຫຼືອຂະແໜງການກະສິກໍາ, iii) ຊ່ວຍເຫຼືອຂະແໜງການປ່າໄມ້, iv) ແຜນງານການຄຸ້ມຄອງ ແລະ ຕິດຕາມ ກວດກາອົງປະກອບຕ່າງໆ. ຈຸດປະສົງຂອງ ກອບນະໂຍບາຍ ວ່າດ້ວຍການມີສ່ວນຮ່ວມຂອງກຸ່ມຊົນເຜົ່າ (EGPF) ກອບນະໂຍບາຍ ວ່າດ້ວຍການມີສ່ວນຮ່ວມຂອງກຸ່ມຊົນເຜົ່າ (EGPF) ຖືກສ້າງຂຶ້ນ ຢ່າງຖືກຕ້ອງສອດຄ່ອງກັບ ນະໂຍບາຍຂອງທະນາຄານໂລກ 4.10 (OP 4.10) ແລະ ຈຸດປະສົງຕົ້ນຕໍຂອງ EGPF ແມ່ນຮັບປະກັນວ່າ ຂະບວນ ການພັດທະນາ ໃຫ້ການເຄົາລົບກຽດສັກສີ, ສິດທິມະນຸດ, ເອກະລັກທາງວັດທະນະທໍາຂອງ ກຸ່ມຊົນເຜົ່າຕ່າງໆໃນ ສປປ ລາວ ແລະ ບໍ່ໃຫ້ມີຜົນກະທົບດ້ານບໍ່ດີຕໍ່ເຂົາເຈົ້າ ໃນຊ່ວງເວລາການພັດທະນາ ແລະ ໃຫ້ເຂົາເຈົ້າໄດ້ຮັບຜົນ ປະໂຫຍດດ້ານເສດຖະກິດ ແລະ ສັງຄົມ ຢ່າງຖືກຕ້ອງເໝາະສົມກັບວັດທະນະທໍາ. ກຸ່ມຊົນເຜົ່າໃນພື້ນທີ່ໂຄງການ ຊົນເຜົ່າລາວ ມີອັດຕາສ່ວນຫລາຍກວ່າເຄິ່ງໜຶ່ງຂອງປະຊາກອນທັງໝົດຂອງປະເທດ (53%). ເມື່ອລວມກັບເຜົ່າ ອື່ນໆ ໃນໝວດໃຊ້ພາສາ ລາວ-ໄຕ, ຊົນເຜົ່າລາວ ກວມເອົາສອງສ່ວນສາມຂອງ ປະຊາກອນ. ປະຊາກອນ ທີ່ບໍ່ຢູ່ໃນ ໝວດໃຊ້ພາສາ ລາວ-ໄຕ ມີຈໍານວນຫຼາຍກວ່າ ໃນບັນດາແຂວງທາງພາກເໜືອ. ກຸ່ມຊົນເຜົ່າລາວ-ໄຕ ມີບົດບາດທາງ ດ້ານເສດຖະກິດ ແລະ ວັດທະນາທໍາ ເໜືອກວ່າຊົນເຜົ່າອື່ນໆ. ແຕ່ ໃນບາງພື້ນທີ່ຂອງປະເທດ ກຸ່ມຊົນເຜົ່າ ທີ່ບໍ່ແມ່ນ ກຸ່ມ ລາວ-ໄຕ ມີຈໍານວນຫຼາຍກວ່າກຸ່ມຊົນເຜົ່າລາວ. ຊົນເຜົ່າຂະມຸ ແລະ ມົ້ງ ແມ່ນຢູ່ໃນອັນດັບສອງ ແລະ ສາມ ຕາມ ລໍາດັບ. ແຕ່ລະກຸ່ມຊົນເຜົ່າຂອງສອງກຸ່ມນີ້ ມີປະຊາກອນຫລາຍກວ່າເຄິ່ງລ້ານຄົນ.
ກອບນະໂຍບາຍ ແລະ ນິຕິກໍາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ, ແຕ່ປີ 2016-2020 ໄດ້ວາງເປົ້າໝາຍລົບລ້າງ ຄວາມທຸກຍາກ ແລະ ປົດປ່ອຍປະເທດອອກຈາກປະເທດດ້ອຍພັດທະນາ (LDC) ພາຍໃນປີ 2025. ເພື່ອບັນລຸເປົ້າໝາຍດັ່ງກ່າວ ຈຶ່ງໄດ້ມີການຈັດຕັ້ງປະຕິບັດນະໂຍບາຍ, ແຜນການພັດທະນາ ແລະ ແຜນງານຕ່າງໆ; ບັນດານະໂຍບາຍ, ແຜນການ ພັດທະນາເຫຼົ່ານັ້ນ ຕິດພັນກັບຊຸມຊົນ-ຊົນເຜົ່າ ເຊິ່ງລວມມີ: ການຊ່ວຍເຫຼືອຄໍ້າປະກັນສະບຽງອາຫານ, ການຜະລິດ ກະສິກໍາເປັນສິນຄ້າ, ການພັດທະນາຊົນນະບົດ, ການພັດທະນາໂຄງລ່າງ, ການພົວພັນເສດຖະກິດກັບຕ່າງປະເທດ ແລະ ປັບປຸງການເຂົ້າເຖິງບໍລິການຕ່າງໆ. ລັດຖະທໍາມະນູນຂອງ ສປປ ລາວ (ເລກທີ 63/ສຊ, 2015) ໄດ້ກໍານົດໄວ້ວ່າ “ປະຊາຊົນທຸກຊົນເຜົ່າ” ມີສິດ ໄດ້ຮັບ ການສຶກສາ, ການຮັກສາສຸຂະພາບ, ການນໍາໃຊ້-ກໍາມະສິດຕໍ່ທີ່ດິນ, ສິດທິໃນການເລືອກທີ່ຢູ່ອາໄສ, ການພັດທະນາ ເສດຖະກິດ ໂດຍບໍ່ຈໍາແນກ ເພດ, ສາດສະໜາ, ສະຖານະພາບທາງສັງຄົມ, ການສຶກສາ, ຫຼື ຊົນເຜົ່າ, ມີເສລີພາບໃນ ການນັບຖືສາດສະໜາ, ການສະແດງຄວາມຄິດເຫັນ, ການໂຮມຊຸມນຸມ ແລະ ປະທ້ວງ ໂດຍສັນຕິ. ພາຍໃຕ້ອົງປະກອບທີ 2 ແລະ 3, ບາງກິດຈະກໍາຂອງໂຄງການອາດ ກ່ຽວຂ້ອງກັບ ການຄອບຄອງທີ່ດິນ ຫຼື ການຈັດ ສັນຍົກຍ້າຍ ເຊີ່ງກ່ຽວຂ້ອງກັບກຸ່ມຊົນເຜົ່າ (ເຊັ່ນ: ເຜົ່າມົ້ງ, ຂະມຸ, ມ້ຽນ, ມາກອງ, ບລູ ແລະ ອື່ນໆ) ເຊີ່ງເປັນທີ່ຮູ້ຈັກ ກັນໃນ ສປປ ລາວ ວ່າເປັນກຸ່ມຊົນເຜົ່າ ແລະ ຖືກຕ້ອງຕາມມາດຖານຂອງທະນາຄານໂລກ ພາຍໃຕ້ ນະໂຍບາຍ 4.10 (OP/BP 4.10). ຜົນກະທົບທີ່ເປັນໄປໄດ້ ຂອງ ແຜນງານຫຼຸດຜ່ອນທາດອາຍເຮືອນແກ້ວ ER-P ກິດຈະກໍາພາຍໃຕ້ 4 ອົງປະກອບຕົ້ນຕໍ ຂອງໂຄງການຈະຖືກຈັດຕັ້ງປະຕິບັດຢູ່ໃນແຜນດໍາເນີນງານຫຼຸດຜ່ອນທາດ ອາຍເຮືອນແກ້ວ ຂອງ 6 ແຂວງ ເຊີ່ງມີເປົ້າໝາຍນໍາໃຊ້ເນື້ອທີ່ດິນ 70,000 ເຮັດຕາ ສົ່ງເສີມພັດທະນາກະສິກໍາ ແລະ ເນື້ອທີ່ດິນ 320,000 ເຮັກຕາ ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ຟື້ນຟູພູມີທັດປ່າໄມ້. ພາຍ ໃຕ້ອົງປະກອບທີ 1, ບັນດາກິດຈະກໍາທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ອາດຈະກໍ່ໃຫ້ເກີດຜົນກະທົບແຜ່ກວ້າງອອກ ກາຍເຂດຂອງແຜນງານຫຼຸດຜ່ອນທາດອາຍເຮືອນແກ້ວ (ER). ໄດ້ວາງແຜນການວ່າ ປະມານ 42,000 ຄົວເຮືອນ ແລະ ກຸ່ມຊົນເຜົ່າ (ລວມທັງໝົດປະມານ 254,000 ຄົນ) ຈະໄດ້ຮັບຜົນປະໂຫຍດຈາກແຜນງານຫຼຸດຜ່ອນທາດອາຍ ເຮືອນແກ້ວ, ຢ່າງໜ້ອຍ 40% ຂອງຜູ້ໄດ້ຮັບຜົນປະໂຫຍດ ແມ່ນແມ່ຍີງ ແລະ ກຸ່ມຊົນເຜົ່າ. ການປະເມີນນີ້ແມ່ນ ອີງໃສ່ ການຄາດຄະເນຈາກ ແຜນດໍາເນີນວຽກງານ ເຣດ ຂອງແຂວງ. ບົນພື້ນຖານຂອງການປຶກສາຫາລື ແລະ ການປະເມີນຜົນກະທົບ ທີ່ອ້າງອີງໃສ່ເອກະສານ ປະເມີນສັງຄົມ ແລະ ສິ່ງແວດລ້ອມ (SESA), ຄາດຄະເນວ່າ ຜົນກະທົບດ້ານບໍ່ດີ ຈະມີຄືດັ່ງນີ້: – ຈໍາກັດການເຂົ້າເຖິງປ່າໄມ້ – ຄວາມບໍ່ຫມັ້ນຄົງຕໍ່ກໍາມະສິດທີ່ດິນ ແລະ ຊົນເຜົ່າໃນເຂດຫ່າງໄກສອກຫຼີກ ບໍ່ມີໃບຕາດິນ – ສູນເສຍການດໍາລົງຊີວິດ ແລະ ລາຍໄດ້ ຍ້ອນມີການປ່ຽນແປງ ໃນການວາງແຜນນໍາໃຊ້ທີ່ດິນ – ການແບ່ງປັນຜົນປະໂຫຍດບໍ່ເທົ່າທຽບກັນ – ຂາດການປຶກສາຫາລື ຢ່າງເຕັມຮູບແບບ ແລະ ການມີສ່ວນຮ່ວມໃນການຈັດຕັ້ປະຕິບັດແຜນງານ ER – ຄວາມບໍ່ສະເຫມີພາບຂອງບົດບາດ ຍິງ-ຊາຍ ໃນສິດນໍາໃຊ້ທີ່ດິນ, ລວມມີ ສິດທີ່ດິນປ່າໄມ້, ອາດມີຄວາມ ໝາຍໃນທາງລົບ ສໍາລັບຄວາມອາດສາມາດຂອງແມ່ຍີງທີ່ຈະໄດ້ຮັບຜົນປະໂຫຍດຈາກແຜນງານ ເຣດ+ ໃນລະດັບວຽກງານດຽວກັນກັບຜູ້ຊາຍ
– ອາດສູນເສຍຖິ່ນທີ່ຢູ່ອາໄສທາງທໍາມະຊາດຂອງພືດ-ສັດ – ການຫັນປ່ຽນປ່າໄມ້ທໍາມະຊາດໄປເປັນການປູກພືດ/ປູກໄມ້ ຢ່າງຖາວອນ – ການສູນເສຍປ່າໄມ້ ເພື່ອພັດທະນາ ໂຄງລ່າງ – ການບຸກລຸກຂອງຊະນິດພັນພືດ-ສັດຕ່າງຖິ່ນ, ໄຟປ່າ ແລະ ການເຊາະເຈື່ອນຂອງດິນ – ບັນຫາສຸຂະພາບ ແລະ ຄວາມປອດໄພ ຍ້ອນເພີ່ມການນໍາໃຊ້ຢາປາບສັດຕູພືດ ທີ່ອັນຕະລາຍ ແລະ ຢາຂ້າ ຫຍ້າ ທີ່ບໍ່ຖືກວິທີ/ບໍ່ເໝາະສົມ – ດິນ ແລະ ນໍ້າ ມີການປົນເປື້ອນ ຈາກສິ່ງເສດເຫຼືອທີ່ກ່ຽວຂ້ອງກັບການນໍາໃຊ້ຢາປາບສັດຕູພືດທີ່ ອັນຕະລາຍ. ຈະແກ້ໄຂ/ຄຸ້ມຄອງຄວາມສ່ຽງ ຜ່ານແຜນການປົກປ້ອງ, ກອບນະໂຍບາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF), ກອບນະໂຍບາຍວ່າດ້ວຍຊົນເຜົ່າ (EGPF), ກອບນະໂຍບາຍວ່າດ້ວຍ ການຈັດສັນ ຍົກຍ້າຍ (RPF) ແລະ ກອບນະໂຍບາຍວ່າດ້ວຍ ການປຶກສາຫາລື/ການດໍາເນີນງານ (PF). ການປຶກສາຫາລື ແລະ ການເປີດເຜີຍຂໍ້ມູນ ກອບນະໂຍບາຍວ່າດ້ວຍການປຶກສາຫາລື/ການດໍາເນີນງານ ມີຈຸດປະສົງ ເພື່ອຮັບປະກັນວ່າ ກຸ່ມຊົນເຜົ່າໄດ້ຮັບຊາບຂໍ້ ມູນ, ໄດ້ຮັບການປຶກສາຫາລື ແລະ ປຸກລະດົມໃຫ້ເຂົ້າຮ່ວມ ບັນດາໂຄງການຍ່ອຍ ເຊີ່ງສາມາດໃຫ້ຄວາມຈະແຈ້ງ ກ່ຽວກັບຜົນປະໂຫຍດທີ່ຈະເປັນໄປໄດ້ ແລະ ຜົນກະທົບດ້ານບໍ່ດີທີ່ອາດຈະເກີດຂຶ້ນ. ຈະມີການ ປຶກສາຫາລື ກັບ ບັນດາກຸ່ມຊົນເຜົ່າ ໃນຊ່ວງເວລາຂັ້ນຕອນການຄັດເລືອກເບື້ອງຕົ້ນ, ໃນຊ່ວງການພັດທະນາ ແລະ ຈັດຕັ້ງປະຕິບັດ ແຜນການພັດທະນາກຸ່ມຊົນເຜົ່າ (ຖ້າຫາກເຫັນວ່າມີ ຄວາມຈໍາເປັນ). ການປຶກສາຫາລື ແລະ ການມີສ່ວນຮ່ວມຂອງ ບັນດາກຸ່ມຊົນເຜົ່າ ລວມທັງຜູ້ນໍາຂອງເຂົາເຈົ້າ ແລະ ອົງການຈັດຕັ້ງລັດຂັ້ນທ້ອງຖິ່ນ ຈະປະກອບເປັນສ່ວນໜຶ່ງຂອງ EGDP. ຂອບເຂດຂອງ EGDP ຈະລວມມີການຄັດເລືອກໃນເບື້ອງຕົ້ນ, ການປະເມີນສັງຄົມ, ມາດຕະການບັນເທົາ ຜົນກະທົບ, ການຊ່ວຍເຫລືອດ້ານການພັດທະນາ ແລະ ການຕິດຕາມກວດກາ. ກົນໄກການຮັບຟັງຄໍາຮ້ອງທຸກ ແລະ ການແກ້ໄຂ ການຮ້ອງທຸກ ທີ່ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ສັງຄົມ ຈາກບັນດາກຸ່ມຊົນເຜົ່າ ອັນເນື່ອງມາຈາກກິດຈະກໍາຂອງ ໂຄງການ ຈະໄດ້ຮັບການແກ້ໄຂ ໂດຍຜ່ານ ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ (FGRCs). ແນວໃດກໍ່ຕາມ ຜູ້ ຮ້ອງທຸກ ມີສິດ ທີ່ຈະ ສະເໜີ ຫຼື ແກ້ໄຂບັນຫາຮ້ອງທຸກ ໂດຍກົງ ກັບ ກົມປ່າໄມ້/ກະຊວງກະສິກໍາ-ປ່າໄມ້ ຫລື ສະພາ ແຫ່ງຊາດ ເຊີ່ງກໍານົດໄວ້ໃນກົດໝາຍຂອງ ສ ປປ ລາວ. ໃນແຕ່ລະຂັ້ນຂອງການຮ້ອງທຸກ, ຈະມີການບັນທຶກລາຍ ລະອຽດ, ການປຶກສາຫາລື ແລະ ຜົນຮັບ ລົງໃນປຶ້ມບັນທຶກ. ຈະມີການລາຍງານເປັນລາຍເດືອນ ກ່ຽວກັບ ສະຖານະ ພາບຂອງການຮ້ອງທຸກ ແລະ ການແກ້ໄຂ ເຖິງຫ້ອງການກະສິກໍາ-ປ່າໄມ້ເມືອງ (DAFO). ການກວດກາ ແລະ ປະເມີນຜົນ ຄວາມຮັບຜິດຊອບ ກ່ຽວກັບການຕິດຕາມກວດກາໂຄງການ GFLL ແມ່ນອີງໃສ່ວິທີການວັດແທກ, ຕິດຕາມ ແລະ ລາຍງານ ເຊິ່ງໄດ້ສ້າງໄວ້ ພາຍໃຕ້ການກວດກາຂອງ ຂອງ ກົມປ່າໄມ້ / ກະຊວງກະສິກໍາ ແລະ ປ່າໄມ້. ການຈັດຕັ້ງ ປະຕິບັດ ແລະ ຜົນໄດ້ຮັບຂອງ EGPF ແລະ ກິດຈະກໍາຂອງວຽກງານຊົນເຜົ່າທັງໝົດ ຈະຖືກກວດກາພາຍໃນເປັນ ປະຈໍາ ໂດຍຄະນະກໍາມະການຂັ້ນແຂວງ ແລະ ເມືອງ. ນອກຈາກນີ້ ການລາຍງານປະຈໍາ ຈະຖືກສັງລວມເຂົ້າໃນບົດ ລາຍງານປະຈໍາໄຕມາດ (3 ເດືອນ), ສົ່ງໃຫ້ກົມປ່າໄມ້/ກະຊວງ ກະສິກໍາ ແລະ ປ່າໄມ້.
ການຈັດຕັ້ງປະຕິບັດ EGPF ຍັງຈະຖືກຕິດຕາມກວດກາຢ່າງອິດສະລະ ຈາກທີ່ປຶກສາທີ່ມີ ຄຸນວຸດທິ ຫລື ອົງ ການຈັດຕັ້ງທາງສັງຄົມ (CSO). ແຜນການພັດທະນາກຸ່ມຊົນເຜົ່າ (EGDP) ແຜນການພັດທະນາກຸ່ມຊົນເຜົ່າ ຈະປະກອບດ້ວຍບັນດາກິດຈະກໍາ ແລະ ລວມທັງມາດຕະການຫລຸດຜ່ອນຜົນ ກະທົບດ້ານລົບທີ່ອາດມີ, ການດັດປັບຮູບແບບໂຄງການຍ່ອຍ ແລະ ການຊ່ວຍເຫລືອດ້ານພັດທະນາ. ໃນກໍລະນີ ບ່ອນໃດທີ່ມີການຄອບຄອງທີ່ດິນໃນຊຸມຊົນຂອງກຸ່ມຊົນເຜົ່າ, ໂຄງການຕ້ອງຮັບປະກັນວ່າ ບໍ່ລ່ວງລະເມີດສິດທິຂອງ ເຂົາເຈົ້າ ແລະ ຕ້ອງຮັບປະກັນວ່າ ເຂົາເຈົ້າ ໄດ້ຮັບການທົດແທນຄືນ ສໍາລັບການນໍາໃຊ້ທີ່ດິນສ່ວນໃດໜຶ່ງຂອງເຂົາເຈົ້າ ໃນລັກສະນະຖືກຕ້ອງ ຕາມວັດທະນາທໍາຂອງເຂົາເຈົ້າ.