ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ ສປປ ລາວ ກອບນະໂຍບາຍ ວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ

ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ

ສປປ ລາວ

ກອບນະໂຍບາຍ ວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ

ເດືອນ ກຸມພາ 2020 ພະແນກຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ວຽງຈັນ ສປປ ລາວ
2

ບົດສັງລວມ
ພາກສະເໜີ ແລະ ລາຍລະອຽດຫຍໍ້ ລັດຖະບານ ສປປ ລາວ ຖືເອົາວຽກງານ ເຣດ+ ເປັນໂອກາດສໍາລັບຂ້າມຜ່ານ ຈາກການນໍາໃຊ້ທີ່ດິນຊົນນະບົດ ເປັນ ແຫລ່ງສ້າງລາຍຮັບ ແບບຖືເອົາມູນຄ່າຊັບພະຍາກອນທໍາມະຊາດ, ໄປສູ່ການນໍາໃຊ້ທີ່ດິນແບບຍຸດທະສາດ ແລະ ມີປະສິດທິພາບ ໂດຍຜ່ານຂະບວນການວາງແຜນແບບມີສ່ວນຮ່ວມ ແລະ ລວມສູນ. ສປປ ລາວ ໄດ້ເຂົ້າຮ່ວມໃນຂະບວນການກະກຽມຄວາມພ້ອມສໍາລັບ ເຣດ+ ນັບແຕ່ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນ 47 ປະເທດ ທີ່ເຂົ້້າຮ່ວມກັບ ໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF) ໃນປີ 2007. ລັດຖະບານລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ 200,000 ໂດລາ ຈາກ FCPF ໃນປີ 2009 ຜ່ານທະນາຄານໂລກ ເພຶ່ອພັດທະນາບົດ ສະເໜີ ແຜນກະກຽມຄວາມພ້ອມສໍາລັບ ເຣດ+ (R-PP), ເຊິ່ງ ບົດສະເໜີດັ່ງກ່າວໄດ້ຖືກຮັບຮອງຈາກ ກອງ ທຶນກາກບອນປ່າໄມ້ ໃນປີ 2010. ສປປ ລາວ ຍັງໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນ 8 ປະເທດ ທີ່ເຮັດການທົດລອງ ແຜນງານການລົງທຶນດ້ານປ່າໄມ້ (FIP) ເຊີ່ງຢູ່ພາຍໃຕ້ກອງທຶນລົງທຶນດ້ານດິນຟ້າອາກາດ (CIF). ໃນປີ 2014 ລັດຖະບານ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ 3,6 ລ້ານ ໂດລາສະຫະລັດ ຈາກໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF) ເພື່ອຈັດຕັ້ງປະຕິບັດແຜນກຽມຄວາມພ້ອມ ເຣດ+(R-PP) ເຊີ່ງລວມທັງການກະກຽມຍຸດທະສາດ ເຣດ+ ແຫ່ງຊາດ, ກະກຽມ ລະດັບທຽບຖານ ກາກບອກ, ລະບົບການຄຸ້ມຄອງປ່າໄມ້ແຫ່ງຊາດ ແລະ ກອບ ນະໂຍບາຍວ່າດ້ວຍການປົກປ້ອງຜົນກະທົບ. ໃນປີ 2015 ລັດຖະບານລາວ ໄດ້ສົ່ງບົດສະເໜີ ແນວຄວາມຄິດ ແລະ ເອກະສານລະບຸໂຄງການຫລຸດຜ່ອນທາດອາຍເຮືອນແກ້ວ (ER-PIN) ໃຫ້ແກ່ກອງທຶນກາກບອນ, ເຊິ່ງ ໄດ້ຮັບ ຮັບການເຫັນດີໃນປີ 2016. ໃນປີດຽວກັນນັ້ນ ລັດຖະບານລາວ ໄດ້ຮັບທຶນຊ່ວຍເຫຼືອລ້າຄັ້ງທີສອງ 4,5 ລ້ານ ໂດລາສະຫະລັດ ເພື່ອດໍາເນີນງານ ການກະກຽມວຽກງານ ເຣດ ໃຫ້ສໍາເລັດ.
ໂຄງການ GFLL – ແຜນງານຫລຸດທາດອາຍເຮືອນແກ້ວ ລັດຖະບານລາວ ໄດ້ກະກຽມເອກະສານໂຄງການຫລຸດຜ່ອນທາດອາຍເຮືອນແກ້ວ (ERPD) ແລະ ພັດທະນາໂຄງ ການທີ່ມີຊື່ວ່າ: ປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ ໃນພາກເໜືອຂອງລາວ (GFLL) ເຊີ່ງກອງທຶນກາກບອນໄດ້ໃຫ້ການຮັບຮອງໃນປີ 2018. ໂຄງການ GFLL ໄດ້ເລີ່ມບາດກ້າວຈັດຕັ້ງປະຕິບັດ ແຜນງານ ເຣດ+ ຂອງ ສປປ ລາວ ແລະ ສປປ ລາວ ສະແດງຄໍາໝັ້ນ ສັນຍາ ທີ່ຈະປັບປຸງການນໍາໃຊ້ທີ່ດິນ, ສ້າງຄວາມເຂັ້ມແຂງໃນການຟື້ນຟູ ແລະ ປົກປັກຮັກສາປ່າໄມ້. ພະແນກຫດຼຸຜ່ອນທາດອາຍເຮືອນແກ້ວຂອງ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະເປັນຜູ້ຈັດຕັ້ງປະຕິບັດໂຄງການ GFLL. ໂຄງການ GFLL ຖືກອອກແບບໃຫ້ເປັນໂຄງການທໍາອິດໃນລະດັບແຂວງຢູ່ພາກເໜືອຂອງລາວ ດ້ວຍການວາງ ພື້ນຖານ ທີ່ສາມາດຂະຫຍາຍໄດ້ ແລະ ຢ່າງມີຍຸດທະສາດ ເພື່ອແກ້ໄຂບັນດາສາເຫດຫລັກທີ່ເຮັດໃຫ້ມີການທໍາລາຍ ປ່າໄມ້, ເຮັດໃຫ້ປ່າໄມ້ເສື່ອມໂຊມ ແລະ ຫລຸດຜ່ອນທາດອາຍເຮືອນແກ້ວ. ບັນດາສາເຫດທາງກົງຕົ້ນຕໍມີການ ກະທົບຢ່າງສະລັບຊັບຊ້ອນຕໍ່ກັນ ແລະ ກັນ ໃນຂອບເຂດໂຄງການ. ສາຍເຫດທາງກົງລວມມີ ການຂະຫຍາຍ ເນື້ອທີ່ກະສິກໍາ ແບບຖາວອນ, ການເຮັດໄຮ່ເລື່ອຍລອຍ, ການລັກຂຸດຄົ້ນໄມ້ – ການຂຸດຄົ້ນໄມ້ແບບບໍ່ຍືນຍົງ ແລະ ການພັດທະນາພື້ນຖານໂຄງລ່າງ. ໂຄງການ GFLL ສອດຄ່ອງກັບ ພັນທະສັນຍາປະກອບສ່ວນ (NDC) ຂອງ ລັດຖະບານ ສປປ ລາວ ທີ່ຈະດໍາເນີນວຽກງານ ຂະແໜງການປ່າໄມ້, ເຊິ່ງຂະແໜງການປ່າໄມ້ ປະເມີນການ ຫຼຸດຜ່ອນ ທາດອາຍກາກບອນ 60-69 ລ້ານໂຕນ ອອກຈາກປ່າໄມ້ຂອງຕົນ ພາຍໃນປີ 2020 ໂດຍທຽບກັບ ປີ 2000.
3

ພື້ນທີ່ໂຄງການ ພື້ນທີ່ດໍາເນີນໂຄງການ GFLL ມີຢູ່ 6 ແຂວງພາກເໜືອຂອງ ສປປ ລາວ ເຊີ່ງກວມເອົາເນື້ອທີ່ ປະມານໜຶ່ງ ສ່ວນ ສາມ (1/3) ຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ປ່າໄມ້ ທົ່ວປະເທດ. ເນື້ອທີ່ໂຄງການແມ່ນລັກສະນະ ພູມີທັດ ປ່າໄມ້ ເຊື່ອມຕໍ່ກັນ, ກວມເອົາເຂດປົກຄອງຂອງ ແຂວງ ບໍ່ແກ້ວ, ຫົວພັນ, ຫລວງນໍ້າທາ, ຫລວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ. ແຕ່ລະແຂວງມີຊາຍແດນຕິດຈອດກັບປະເທດອ້ອມຂ້າງເຊັ່ນ: ໄທ, ມຽນມ້າ, ຈີນ ແລະ ຫວຽດນາມ. ພື້ນທີ່ໂຄງການເປັນພູດອຍ, ຫ່າງໄກສອກຫລີກ, ມີຂໍ້ຈໍາກັດດ້ານໂຄງລ່າງອຸດສາຫະກໍາ ແລະ ສິ່ງອໍາ ນວຍຄວາມສະດວກ, ມີ ເອກະລັກຊຸມຊົນບັນດາຊົນເຜົ່າ ແລະ ຄວາມທຸກຍາກຍັງຊໍ້າເຮື້ອ ໃນພາກທາງເໜືອ ຂອງ ສປປ ລາວ. ການເລືອກພື້ນທີ່ໂຄງການ ແມ່ນເນື່ອງຈາກຫຼາຍເຫດຜົນທີ່. ພື້ນທີ່ຂອງປ່າໄມ້ຖືກທໍາລາຍປ່າໄມ້ ແລະ ປ່າໄມ້ເສື່ອມໂຊມ ລວມກັນ ແມ່ນປະມານ 72,000 ເຮັກຕາ ຕໍ່ປີ ໃນຊ່ວງແຕ່ປີ 2005-2015. ປ່າໄມ້ຖືກທໍາລາຍ ແລະ ປ່າໄມ້ເສື່ອມໂຊມ ຢູ່ 6 ແຂວງ ແມ່ນ ປະມານ 40 ສ່ວນຮ້ອຍຂອງ ຂອງປ່າໄມ້ທົ່ວປະເທດ. ແຕ່ລະແຂວງ (ໃນຈໍານວນ 6 ແຂວງ) ໄດ້ ພັດທະນາແຜນດໍາເນີນງານ ເຣດ+ (PRAPs) ຂອງຕົນເອງ, ເຊິ່ງວິເຄາະ ສາເຫດຫລັກຂອງການທໍາລາຍປ່າໄມ້, ສິ່ງກີດຂວາງ, ສະເໜີແຜນດໍາເນີນງານ ແລະ ມາດຕະການ ເພື່ອຫລຸດຜ່ອນ ທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ ແລະ ປ່າໄມ້ເສື່ອມໂຊມ. ນອກຈາກນີ້, ພື້ນທີ່ໂຄງການ ຍັງເປັນເຂດທີ່ ມີການເຮັດໄຮ ່ເລື່ອນລອຍ ແລະ ເປັນເຂດທີ່ ທຸກຍາກ ທີ່ສຸດຂອງ ປະເທດ. ດ້ວຍເຫດຜົນດັ່ງກ່າວ, ໃນບາດກ້າວເລີ່ມຕົ້ນຂອງການກຽມຄວາມພ້ອມ ເຣດ+, ຫຼາຍ ໂຄງການ ທີ່ສະໜັບສະໜູນໂດຍ ຄູ່ຮ່ວມພັດທະນາ ຈຶ່ງໄດ້ສູມໃສ່ດໍາເນີນການທົດລອງວຽກງານ ເຣດ+ ໃນບັນດາ ແຂວງ ພາກເໜືອ ເຊີ່ງນໍາໄປສູ່ການເສີມສ້າງຄວາມສາມາດ ແລະ ກຽມຄວາມພ້ອມ ຂອງບັນດາແຂວງ ທີ່ມີກິດຈະກໍາ ເຣດ+ ແລະ ຄັດເລືອກ 6 ແຂວງໃຫ້ເປັນພື້ນທີ່ໂຄງການ ສໍາລັບແຜນງານ ຫລຸດຜ່ອນທາຍອາຍ ເຮືອນແກ້ວ ຄັ້ງທໍາ ອິດ ຂອງ ສປປ ລາວ.
ຍຸດທະສາດ ແລະ ອົງປະກອບຂອງແຜນງານ ໂຄງການ GFLL ຈະເປັນບາດກ້າວທໍາອິດຂອງ ສປປ ລາວ ໃນການຂ້າມຜ່ານ ຈາກການກະກຽມຄວາມພ້ອມ ໂຄງການ ເຣດ+ ໄປສູ່ການຈັດຕັ້ງປະຕິບັດ ແລະ ກ້າວໄປເຖິງການເບີກຈ່າຍເງິນຕາມຜົນງານ. ການອອກແບບ ຂອງແຜນງານ ໄດ້ວາງໂຄງສ້າງ ສໍາລັບການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບວຽກງານເຣດ+ ໃນຮູບ ແບບການກະຈາຍອໍານາດສູ່ຂັ້ນທ້ອງຖິ່ນ, ໂດຍກໍານົດແຂວງເປັນໃຈກາງຍຸດທະສາດ, ເມືອງ ແລະ ແລະ ບ້ານ ເປັນ ຜູ້ຈັດຕັ້ງປະຕິບັດ; ໂຄງການປະກອບສ່ວນປັບປຸງລະບົບອົງການຈັດຕັ້ງ ແລະ ກົດລະບຽບຕ່າງໆ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ການທົດລອງນໍາໃຊ້ ແລະ ຂະຫຍາຍໃຫ້ກວ້າງຂວາງ. ຜົນກະທົບຂອງໂຄງການ ຈະນໍາໄປ ສູ່ການ ຫລຸດຜ່ອນທາດອາຍເຮືອນແກ້ວຈາກການນໍາໃຊ້ທີ່ດິນ, ການທໍາລາຍປ່າໄມ້ ແລະ ການເສື່ອມໂຊມ ຂອງປ່າໄມ້ ແລະ ເພີ່ມພູນການຄືນສູນສະພາບເດີມຂອງລະບົບນ ິເວດ ແລະ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນທີ່ອາໃສປ່າໄມ້ ລ້ຽງຊີບ. ເພື່ອຈະບັນລຸຜົນກະທົບດ້ານດີ, ໂຄງການ ຖືກອອກແບບກວມເອົາ 4 ອົງປະກອບ ເພີ່ມຕື່ມ ແລະ ຄໍ້າຊູເຊີ່ງກັນ ແລະ ກັນ.

4

ອົງປະກອບທີ 1: ເສີມສ້າງຄວາມເຂັ້ມແຂງ ເຊິ່ງສາມາດສ້າງເງື່ອນໄຂ ໃຫ້ແກ່ການດໍາເນີນວຽກງານ ເຣດ+ ອົງປະກອບທີ (1) ກວມເອົາບັນດາການຊ່ວຍເຫຼືອ ເຊິ່ງປູພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດການນໍາໃຊ້ທີ່ດິນ ແບບຍືນຍົງ ແລະ ພັດທະນາເງື່ອນໄຂ ເຊິ່ງສາມາດແກ້ໄຂບັນດາສາເຫດຂອງການທໍາລາຍປ່າໄມ້ ແລະ ການ ເສື່ອມໂຊມ ຂອງປ່າໄມ້ ໃນຂະແໜງການຫລັກ, ເຊັ່ນ ຂະແໜງການກະສິກໍາ ແລະ ປ່າໄມ້; ນອກຈາກນີ້ ຍັງມີຂະແໜງການ ອື່ນໆທີ່ມີການນໍາໃຊ້ທີ່ດິນ ເຊັ່ນ ການພັດທະນາໂຄງລ່າງ. ຍຸດທະສາດສໍາຄັນແມ່ນ ສະໜອງ ເຄື່ອງມື ທີ່ຈໍາເປັນ ແລະ ຄວາມສາມາດ ໃຫ້ແກ່ອົງການຈັດຕັ້ງ ແລະ ການວາງແຜນຮ່ວມກັບຂະແໜງການ ອື່ນໆທີ່ກ່ຽວຂ້ອງ, ການປະສານງານ, ການສ້າງນະໂຍບາຍ ແລະ ການຈັດຕັ້ງປະຕິບັດກົດລະບຽບຕ່າງໆ.

ອົງປະກອບທີ 2: ການປູກຝັງ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ການພັດທະນາຊີວິດການເປັນຢູ່ແບບຍືນຍົງ ອົງປະກອບທີ (2) ມີຈຸດປະສົງ ເພື່ອແກ້ໄຂຜົນກະທົບທາງລົບ ທີ່ເພີ່ມຂຶ້ນເລື້ອຍຈາກການຜະລິດກະສິກໍາແບບ ບໍ່ຍືນຍົງ ແລະ ຫັນທິດທາງການປູກຝັງໄປສູ່ການຜະລິດທີ່ໃຫ້ໄດ້ຮັບຜົນສູງ ໂດຍໃຫ້ມີຜົນກະທົບຕໍ່ສິ່ງແວດ ລ້ອມຕໍ່າ. ໄດ້ມີການທົດລອງຢ່າງປະສົມຜົນສໍາເລັດ ໃນທາງເລືອກດ້ານເຕັກນິກ ຢູ່ເຂດພູດອຍພາກເໜືອຂອງ ສປປ ລາວ ໃນຊວ່ງສອງສາມທົດສະວັດທີ່ຜ່ານ ເພື່ອສະນັບສະໜູນການຂ້າມຜ່ານ ຈາກການຜະລິດພໍລ້ຽງຊີບ ໄປສູ່ການຜະ ລິດກະສິກໍາເປັນສິນຄ້າ. ເໜັ້ນໜັກກິດຈະກໍາຕ່າງໆໃສ່ການລົງທຶນຜະລິດກະສິກໍາ ທີ່ເປັນມິດຕໍ່ສິ່ງ ແວດລ້ອມ (CSA) ແລະ ປັບປຸງການອານຸລັກດິນ, ການປູກພືດຫຼາຍຊະນິດ, ເຕັກນິກກະສິກໍາ ແລະ ປ່າໄມ້ ແບບ ປະສົມປະສານ ເຊັ່ນ: ການເຮັດນາຂັ້ນໄດ, ການປູກພືດປະສົມປະສານ ແລະ ອື່ນໆ.

ອົງປະກອບທີ 3: ການຄຸ້ມຄອງປ່າໄມ້ແບບຍືນຍົງ ອົງປະກອບນີ້ ຈະສະໜອງການລົງທຶນໃສ່ການວາງແຜນຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ຈັດຕັ້ງປະຕິບັດການ ຄຸ້ມຄອງປ່າໄມ້ບ້ານ ແລະ ການຄຸ້ມຄອງປ່າຜະລິດແບບຍືນຍົງ. ໂຄງການ GFLL ມີເປົ້າໝາຍ ຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍການຄຸ້ມຄອງ ແລະ ຟື້ນຟູພູມີທັດປ່າໄມ້ ໃນເນື້ອທີ່ ຢ່າງໜ້ອຍ 70.000 ເຮັກຕາ ລວມທັງຊ່ວຍ ຟື້ນຟູປ່າທໍາມະຊາດ, ພັດທະນາການປູກໄມ້ ແລະ ລະບົບກະສິກໍາ ແລະ ປ່າໄມ້ປະສົມປະສານ ເພື່ອເພີ່ມພູນການ ເກັບກັກທາດອາຍກາກບອນ. ການພັດທະນາຄວາມສາມາດ, ຝຶກອົບຮົມພະນັກງານລັດ ແລະ ຊຸມຊົນ (ໂດຍສຸມໃສ່ ກຸ່ມຊົນເຜົ່າ, ແມ່ຍ ິ ງ ແລະ ກຸ່ມດ້ອຍໂອກາດ) ຈະຊ່ວຍສະນັບສະໜູນກິດຈະກໍາເຫລົ່ານີ້. ອົງປະກອບທີ 4: ການຄຸ້ມຄອງແຜນງານ ອົງປະກອບນີ້ ຈະຊ່ວຍເຫຼືອການຄຸ້ມຄອງແຜນງານ ເພື່ອບໍລິການຄຸ້ມຄອງ, ປະສານງານ, ກວດກາຕິດຕາມ ແລະ ປະເມີນຜົນໂຄງການ ເພື່ອຮັບປະກັນວ່າ ກິດຈະກໍາຕ່າງໆ ຖືກຈັດຕັ້ງປະຕິບັດຕາມແຜນ ແລະ ໃນກອບງົບປະມານ. ອົງປະກອບນີ້ ຍັງຮັບຜິດຊອບການຄຸ້ມຄອງປົກປ້ອງຜົນກະທົບ ແລະ ທຸກບັນຫາບົດບາດຍີງ-ຊາຍ; ສ້າງເອກະ ສານ, ເຜີຍແຜ່ບົດຮຽນ ແລະ ການດໍາເນີນງານທີ່ດີສຸດ ເພື່ອປັບປຸງການຈັດຕັ້ງປະຕິບັດ ແລະ ຜົນກະທົບ ຂອງໂຄງການ.

5

ຜົນປະໂຫຍດຂອງໂຄງການ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດ ຄາດການວ່າ ໂຄງການຈະນໍາຜົນປະໂຫຍດທາງກົງເຖິງປະຊາຊົນໃນເຂດຊົນນະບົດ ຈໍານວນ 254,800 ຄົນ ເຊີ່ງ ໃນນ ີ ້ ມີຜູ້ຊາຍ 127,400 ຄົນ ແລະ ແມ່ຍິງ 127,400 ຄົນ. ນອກຈາກນີ້ ໂຄງການຍັງຈະນໍາຜົນປະໂຫຍດທາງ ອ້ອມເຖິງປະຊາຊົນໃນເຂດຊົນນະບົດ ຈໍານວນ 412,650 ຄົນ. ຈໍານວນຜູ້ໄດ້ຜົນປະໂຫຍດສ່ວນໃຫຍ່ ແມ່ນກຸ່ມ ຊົນເຜົ່າ ທີ່ດໍາລົງ ຊີວິດຢູ່ໃກ້ຄຽງ, ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ. ໃນພື້ນທີ່ໂຄງການ, ເຫັນວ່າ ຊຸມຊົນເຫລົ່າ ນີ້ແມ່ນກຸ່ມຊົນເຜົ່າດ້ອຍໂອກາດ ຍ້ອນວ່າການດໍາລົງຊີວິດຂອງເຂົາເຈົ້າແມ່ນອີງໃສການເຮັດກະສິກໍາພໍ ລ້ຽງຊີບ, ເກັບເຄື່ອງປ່າຂອງດົງ, ການຫາປາ ແລະ ການລ່າສັດ. ໂຄງການ GFLL ຈະເພີ່ມພູນໂອກາດຂອງການດໍາ ລົງຊີວິດ ແລະ ຈະເຂົ້າເຖິງກຸ່ມຄົນເຫລົ່ານີ້ ເພື່ອຫລຸດຜ່ອນການອີງໃສ່ແຕ່ຜົນຜະລິດຈາກປ່າໄມ້, ເຊັ່ນ ເຄື່ອງ ປ່າຂອງດົງ, ການຫາປາ, ການລ່າສັດປ່າ, ຫລັກຮົ້ວ ແລະ ໄມ້. ໄດ້ດໍາເນີນການປະເມີນສະເພາະ ກ່ຽວກັບ ທຸກບັນຫາ ຂອງບົດບາດຍີງ-ຊາຍ ໃນເຂດໂຄງການ GFLL ເພື່ອຮັບປະກັນວ່າ ແມ່ຍ ິງເຂົ້າຮ່ວມກັບໂຄງການຢ່າງຫ້າວຫັນ, ບໍ່ ພຽງແຕ່ເຂົ້າຮ່ວມວາງແຜນການ, ແຕ່ຍັງເຂົ້າຮ່ວມການຕັດສິນໃຈອີກດ້ວຍ. ນອກຈາກນີ້ ໂຄງການຍັງຈະສະໜອງຜົນປະໂຫຍດ ດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ ແບບຍືນຍົງ ແລະ ຫຼາຍປະເພດ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ໂດຍປູກປ່າຄືນໃຫມ່ 14.500 ເຮັກຕາ, ຟື້ນຟູປ່າໄມ້ 57.000 ເຮັກຕາ, ຫລີກລ່ຽງການທໍາລາຍປ່າໄມ້ຫລາຍກວ່າ 34.800 ເຮັດຕາ ແລະ ຫລຸດຜ່ອນການເສື່ອມໂຊມຂອງ ປ່າໄມ້ ຫລາຍກວ່າ 20.000 ເຮັດຕາ. ໃນທຸກໆປີ ໂຄງການຈະຫລຸດຜ່ອນທາດອາຍກາກບອນ 7,2 ລ້ານ ໂຕນ ເຊີ່ງ ລວມແລ້ວ ໂຄງການຈະຫລຸດຜ່ອນທາດອາຍກາກບອນ 58 ລ້ານ ໂຕນກາກບອນ ຕະຫລອດໄລຍະເວລາກວ່າ 8 ປີຂອງການຈັດຕັ້ງປະຕິບັດໂຄງການ ແລະ 145 ລ້ານ ໂຕນກາກບອນ ໃນໄລຍະເວລາ 20 ປີຕາມໄລ ຍະເວລາຂອງໂຄງການ.

ການກະກຽມອົງການຈັດຕັ້ງ ເຣດ+ ຂອງ ສປປ ລາວ ຄະນະກໍາມະການ ເຣດ+ ແຫ່ງຊາດ (NRTF) ໄດ້ຮັບການແຕ່ງຕັ້ງຂຶ້ນໃນປີ 2008 ຕາມກົນໄກທີ່ມີຫລາຍ ຂະແໜງການ ແລະ ກະຊວງ ເພື່ອຮັບຜິດຊອບການພັດທະນາ ແລະ ຈັດຕັ້ງປະຕິບັດ ເຣດ+ ໃນ ສປປ ລາວ. ຄະນະກໍາມະການ ເຣດ+ ແຫ່ງຊາດ ແມ່ນ ກະຊວງ ກະສິກໍາ ແລະ ປ່າໄມ້ ເປັນເຈົ້າພາບ ເຊີ່ງມີ ທ່ານ ຮອງລັດຖະ ມົນຕີຂອງກະຊວງກະສິກໍາ ແລະ ປ່າໄມ້ ເປັນປະທານ ແລະ ຫົວໜ້າກົມປ່າໄມ້ ເປ ັນຮອງປະທານ. ສະມາຊິກ ຂອງຄະນະກໍາມະການ ເຣດ+ ມີຕົວແທນທີ່ມາຈາກຫລາຍຂະແໜງການເຊັ່ນ: ກະສິກໍາ, ປ່າໄມ້, ການວາງແຜນ ນໍາໃຊ້ທີ່ດິນ, ການເງິນ, ການລົງທຶນ, ກົດໝາຍ ແລະ ຍຸດຕິທໍາ, ພະລັງານ ແລະ ບໍ່ແຮ່. ນອກນັ້ນຍັງມີສະມາຊິກຂອງ ຄະນະກໍາມະການ ເຣດ+ ແຫ່ງຊາດ ເຊິ່ງເປັນຕົວແທນຈາກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (MoNRE), ກະຊວງການເງິນ (MoF), ກະຊວງແຜນການ ແລະ ການລົງທຶນ (MPI), ກະຊວງຍຸຕິທໍາ (MoJ), ກະຊວງພະລັງງານ ແລະ ບໍ່ແຮ່ (MEM), ສູນກາງແນວລາວສ້າງຊາດ (LFND), ສູນກາງສະຫະ ພັນແມ່ຍີງລາວ (LWU), ມະຫາວິທະຍາໄລແຫ່ງຊາດ (NUoL) ແລະ ສະພາອຸດສາຫະກໍາ ແລະ ການຄ້າ (LNCCI).
6

ຫ້ອງການ ເຣດ+ ຂັ້ນແຂວງ (PRO) ແລະ ຄະນະກໍາມະການ ເຣດ+ (PRTF) ຂັ້ນແຂວງ ມີໜ້າທີ່ຮັບຜິດຊອບ ໃນການປະສານງານກິດຈະກໍາ ເຣດ+ ຂັ້ນແຂວງ. ຄະນະກໍາມະການ ເຣດ+ (PRTF) ຂັ້ນແຂວງ ມີຕົວແທນ ຈາກຫລາຍຂະແໜງການພາຍໃນແຂວງ ເຊີ່ງໃນນັ້ນລວມທັງທ່ານຮອງເຈົ້າເມືອງ ຈາກແຕ່ລະເມືອງພາຍໃນແຂວງ.

ນະໂຍບາຍ, ກົດໝາຍແຫ່ງຊາດ ກ່ຽວກັບການປົກປ້ອງ ແລະ ນະໂຍບາຍປົກປ້ອງຂອງທະນາຄານໂລກ ທີ່ນໍາໃຊ້ ຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນງານ ຫລຸດຜ່ອນທາດອາຍເຮືອນແກ້ວ ແມ່ນກ່ຽວຂ້ອງກັບ ນະໂຍບາຍປົກ ປ້ອງຂອງທະນາຄານໂລກ, ລັດຖະບານຈະນໍາໃຊ້ ກອບນະໂຍບາຍ ວ່າດ້ວຍ ການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ເພື່ອຮັບ ປະກັນວ່າ ມີການນໍາໃຊ້ ລະບົບການຕິດຕາມກວດກາ ແລະ ລາຍງານການປົກປ້ອງຜົນ ກະທົບ. ລັດຖະບານຈະ ນໍາໃຊ້ບັນດາອົງການຈັດຕັ້ງທີ່ມີ, ເລັ່ງໃສ່ ແຜນງານຮັບມີກັບການປ່ຽນແປງດິນຟ້າອາກາດ, ສັນຍາ ແລະ ພັນທະສາກົນ ເພື່ອຮັບປະກັນວ່າ ໄດ້ບັນຈຸການຫຼັກການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ເຂົ້າໃນ ແຜນງານຫລຸດ ຜ່ອນທາດອາຍ ເຮືອນແກ້ວ. ນະໂຍບາຍປົກປ້ອງຂອງທະນາຄານໂລກ 7 ຂໍ້ແມ່ນກ່ຽວຂ້ອງ ກັບໂຄງການ. ບັນດານະໂຍບາຍເຫຼົ່ານັ້ນລວມມີ: ປະເມີນສິ່ງແວດລ້ອມ (OP/BP 4.01), ຖິ່ນທີ່ຢູ່ອາໃສທາງທໍາມະຊາດຂອງພືດ-ສັດ (OP/BP 4.04), ປ່າໄມ້ (OP/BP 4.36), ການຄຸ້ມຄອງສັດຕູພືດ (BP/OP 4.09), ນະໂຍບາຍດ້ານສັງຄົມຕໍ່ກັບຊົນເຜົ່າ ພື້ນເມືອງ (OP/BP 4.10), ຊັບພະຍາກອນດ້ານກາຍຍະພາກ ແລະ ວັດທະນະທໍາ (OP/BP 4.11) ແລະ ການຍົກຍ້າຍ ຖິ່ນແບບ ບໍ່ສະມັກໃຈ (OP/BP 4.12). ກ່ຽວກັບການປະເມີນສິ່ງແວດລ້ອມ, ໄດ້ມີການປະເມີນ ຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ທີ່ເປັນໄປໄດ້ ຂອງ ໂຄງການ GFLL ເຊິ່ງມີລາຍລະອຽດຢູ່ ໃນເອກະສານປະເມີນຜົນສິ່ງແວດລ້ອມ ແລະ ສັງຄົມ (SESA) ແລະ ຜົນ ກະທົບນັ້ນຈະຖືກ ຄຸ້ມຄອງໂດຍ ກອບນະໂຍບາຍ ວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງໄດ້ກະ ກຽມສໍາເລັດແລ້ວ. ກ່ຽວກັບຖິ່ນທີ່ຢູ່ທາງທໍາມະຊາດຂອງພືດ-ສັດ, ກອບນະໂຍບາຍວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ມີຂໍ້ກໍານົດ ເພື່ອປະເມີນຜົນກະທົບທີ່ອາດຈະເກີດຂຶ້ນ ກ່ອນການດໍາເນີນການກິດຈະ ກໍາຂອງໂຄງການ ໂດຍອີງໃສ່ ນະໂຍບາຍຂອງທະນາຄານໂລກ OP4.01 ແລະ ກົດໝາຍປະເມີນສິ່ງແວດລ້ອມ ຂອງ ສປປ ລາວ. ນະໂຍບາຍນີ້ຈະຮັບປະກັນ ການເຂົ້າໄປຊ່ວຍເຫຼືອໃນຂອບເຂດ ທີ່ວິກິດໃນການອານຸລັກຊີວະ ນາໆພັນ ແລະ ຖິ່ນທີ່ຢູ່ອາໃສທາງທໍາມະຊາດຂອງພືດ-ສັດ. ກ່ຽວກັບປ່າໄມ້, ໂຄງການ GFLL ໄດ້ບັນຈຸເອົາ ກິດຈະກໍາທີ່ສົ່ງຜົນກະທົບດ້ານດີຕໍ່ການຄຸ້ມຄອງ, ການປ້ອງກັນ ຫລື ການນໍາໃຊ້ປ່າໄມ້ທໍາມະຊາດ ຫລື ປ່າປູກ. ໄດ້ ບັນຈຸ ມາດຕະການຫລຸດຜ່ອນຜົນກະທົບ ແລະ ຜົນກະທົບທີ່ເປັນໄປໄດ້ ເຂົ້າໃນ ກອບນະໂຍບາຍວ່າດ້ວຍການຄຸ້ມ ຄອງສັງຄົມ ແລະ ສິ່ງແວດລ້ອມ. ໃນລະຫວ່າງການຈັດຕັ້ງປະຕິບັດໂຄງການ, ຈະມີການກະກຽມແຜນຄຸ້ມຄອງປ່າໄມ້ທີ່ອີງໃສ່ຊຸມຊົນ, ຕ້ອງກະກຽມ ແຜນໃຫ້ ສອດຄ່ອງກັບນະໂຍບາຍຂອງທະນາຄານໂລກ OP 4.36, ແລະ ບັນຈຸເອົາ ການນໍາໃຊ້ເຄື່ອງປ່າຂອງດົງ ແບບຍືນຍົງເຂົ້້າໃນແຜນ. ຜົນກະທົບ ແລະ ຄວາມສ່ຽງຂອງການນໍາໃຊ້ຢາປາບສັດຕູພືດ (ເຊັ່ນ: ການນໍາໃຊ້ສານເຄ ມີໃນການ ຄຸ້ມຄອງປ່າໄມ້ ແລະ ກິດຈະກໍາອື່ນໆ – ຖ້າຫາກມີຄວາມຈໍາເປັນ) ແມ່ນຈະຖືກວິເຄາະ ແລະ ບັນເທົາຜົນ ກະທົບໂດຍຜ່ານ ການປະຕິບັດງານ ທີ່ມີຢູ່ໃນ ແຜນການຂອງການຄຸ້ມຄອງປ່າໄມ້ ແລະ ພູມີທັດປ່າໄມ້. ກອບ ນະໂຍບາຍ ວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ມີຂໍ້ກໍານົດກ່ຽວກັບ “ການຄົ້ນພົບວັດຖຸບູຮານໂດຍ
7

ບັງເອີນ” ແລະ ຂໍ້ແນະນໍາກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດ ແຜນການຄຸ້ມຄອງຊັບພະຍາກອນທາງ ກາຍຍະພາກ ແລະ ວັດທະນະທໍາ ເພື່ອແກ້ໄຂບັນຫາທາງດ້ານຊັບພະຍາກອນດັ່ງກ່າວ. ກ່ຽວກັບຊົນເຜົ່າພື້ນເມືອງ, ກອບນະໂຍບາຍວ່າດ້ວຍກຸ່ມຊົນເຜົ່າ – ເຫັນວ່າ ການເຂົ້າໄປຊ່ວຍເຫຼືອຫຼຸດຜ່ອນທາດ ອາຍເຮືອນແກ້ວ ອາດກະທົບຕໍ່ທີ່ດິນ ແລະ ການດໍາລົງຊີວິດຂອງກຸ່ມຊົນເຜົ່າ. ກອບນະໂຍບາຍວ່າດ້ວຍກຸ່ມຊົນເຜົ່າ ຈະຖືກນໍາໃຊ້ ໃນລະຫວ່າງການຈັດຕັ້ງປະຕິບັດໂຄງການ ໂດຍພາຍໃຕ້ຫຼັກການ ການປຶກສາຫາລືແບບອິດສະລະ, ປຶກສາຫາລື ກ່ອນດໍາເນີນງານ ແລະ ໃຫ້ຂໍ້ມູນຄົບຖ້ວນ ເຊິ່ງ ການປຶກສາຫາລື ຈະນໍາໄປສູ່ການສ້າງຂໍ້ຕົກລົງ ຄຸ້ມຄອງປ່າໄມ້ບ້ານ. ໃນຊ່ວງເວລາກະກຽມ ເອກະສານ ປະເມີນສັງຄົມ-ສິ່ງແວດລ້ອມ ແລະ ເອກະສານ ກອບ ນະໂຍບາຍວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ໄດ້ດໍາເນີນ ການປຶກສາຫາລື ຢ່າງກວ້າງຂວາງ ໂດຍໄດ້ ຮັບການສະຫນັບສະໜູນຂອງຊຸມຊົນຢ່າງກ້ວາງຂວາງໃນພື້ນທີ່ໂຄງການ. ໄດ້ສ້າງກົນໄກແກ້ໄຂຄໍາຮ້ອງທຸກ ແລະ ຮັບຟັງຄໍາຄິດເຫັນ ເຊິ່ງກົນໄກນັ້ນຈະຮັບ, ລະບຸ ແລະ ແກ້ໄຂ ຂໍ້ຄັດຂ້ອງ ແລະ ຄໍາຮ້ອງທຸກ. ກ່ຽວກັບການຈັດສັນຍົກຍ້າຍ, ໄດ້ກະກຽມກອບນະໂຍບາຍ ວ່າດ້ວຍການຈັດສັນຍົກຍ້າຍ ເຊິ່ງວາງຫຼັກການ, ຈຸດປະສົງ, ມາດຖານບຸກຄົນຖືກຍົກຍ້າຍ, ຮູບແບບການຊົດເຊີຍ, ຟື້ນຟູຊີວິດການເປັນຢູ່, ການເຂົ້າຮ່ວມ ແລະ ຂັ້ນຕອນການຮ້ອງທຸກ ເຊິ່ງຈະແນະນໍາການຈ່າຍຊົດເຊີຍ ແລະ ການຈັດສັນຍົກຍ້າຍຂອງບຸກຄົນທີ່ໄດ້ຮັບ ຜົນກະທົບຈາກໂຄງການ. ກອບນະໂຍບາຍ ວ່າດ້ວຍການຈັດສັນຍົກຍ້າຍ ຈະແນະນໍາ ການກະກຽມແຜນການຈັດ ສັນຍົກຍ້າຍສະເພາະສະຖານທີ່. ມາດຕະການບັນເທົາຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຍຸດທະສາດ ເຣດ+ ແຫ່ງຊາດໄດ້ຖືກສ້າງຂຶ້ນພ້ອມກັບການປົກປ້ອງ ແລະ ອານຸລັກ ສິ່ງແວດລ້ອມ ເຊິ່ງເຫັນວ່າເປັນ ສິ່ງສໍາຄັນທີ່ສຸດ. ແຕ່ແນວໃດກໍ່ຕາມ ກໍ່ຍັງມີຄວາມສ່ຽງທີ່ກ່ຽວຂ້ອງກັບ ການຈັດຕັ້ງປະຕິບັດ ທີ່ບໍ່ເໝາະສົມ ເຊີ່ງອາດ ຈະນໍາ ໄປສູ່ຜົນກະທົບໃນທາງລົບ. ກິດຈະກໍາຂອງໂຄງການ ເຣດ+ ຕ້ອງພະຍາຍາມເພີ່ມພູນຜົນກະທົບທາງບວກໃຫ້ແກ່ສິ່ງແວດລ້ອມ ແລະ ພະຍາ ຍາມຫລຸດຜ່ອນຜົນກະທົບດ້ານບໍ່ດີຕໍ່ສິ່ງແວດລ້ອມ. ຕ້ອງສ້າງຂັ້ນຕອນການດໍາເນີນງານຕາມຈຸດປະສົງເຫລົ່ານີ້ ເຂົ້າ ໃນຄູ່ມືທາງດ້ານເຕັກນິກ, ຄູ່ມືການດໍາເນີນງານພາກສະຫນາມ, ຄູ່ມືຝຶກອົບຮົມ ແລະ ອຸປະກອນຝືກອົບຮົມສະ ເພາະດ້ານ ເຊີ່ງໂຄງການ ເຣດ+ ຈະຕ້ອງກະກຽມ. ຕ້ອງບັນຈຸ ການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ມາດຕະ ການ ທີ່ເພີ່ມພູນຜົນກະທົບທາງບວກ ແລະ ຫລຸດຜ່ອນຜົນກະທົບທາງລົບຕໍ່ສິ ່ງແວດລ້ອມ ເຂົ້າໃນ ກິດຈະກໍາ ຂອງໂຄງການ ເຣດ+ ແລະ ສະໜອງຊັບພະຍາກອນ ລວມທັງພະນັກງານ, ອຸປະກອນ ແລະ ງົບປະມານ. ການກະກຽມໂຄງການຍ່ອຍ, ການຮັບຮອງ ແລະ ຈັດຕັ້ງປະຕິບັດ ກອບນະໂຍບາຍວ່າດ້ວຍສິ່ງແວດລ້ອມ ແລະ ສັງຄົມ (ESMF) ແມ່ນແຜນການຄຸ້ມຄອງປົກປ້ອງຜົນກະທົບ ເພື່ອ: (1) ສຶກສາວິເຄາະ ຄວາມເປັນໄດ້ຂອງຜົນກະທົບສິ່ງແວດລ້ອມ ໃນການຊ່ວຍເຫຼືອກິດຈະກໍາ ຫຼື ໂຄງການ, ໃນ ການຈັດຕັ້ງປະຕິບັດກິດຈະກໍາ ໃນພື້ນທີ່ໂຄງການ (2) ເຊື່ອມຍົງຜົນກະທົບດ້ານສິ່ງແວດລ້ອມ ກັບການປົກປ້ອງຜົນ ກະທົບ (3) ກໍານົດຂໍ້ແນະນໍາ ເພື່ອຫລຸດຜ່ອນຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ຫລື ເພີ່ມພູນຜົນກະທົບທາງບວກ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດໂຄງການ ເຣດ+.

8

ການກະກຽມຈັດຕັ້ງປະຕິບັດກອບນະໂຍບາຍ ວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ (ESMF) ກ່ຽວກັບນະໂຍບາຍ ເຊິ່ງກ່ຽວຂ້ອງກັບການຈັດຕັ້ງປະຕິບັດແຜນງານ ເຣດ+ ແຫ່ງຊາດ ລວມມີ ກອບນະໂຍບາຍວ່າ ດ້ວຍສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງແມ່ນ ຄວາມຮັບຜິດຊອບຂອງຄະນະກໍາມະການ ເຣດ+ ແຫ່ງຊາດ. ຫ້ອງການ ປະສານງານ ເຣດ+ ແຫ່ງຊາດ ເຊີ່ງແມ່ນພະແນກ ເຣດ+ ພາຍໃຕ້ກົມປ່າໄມ້ ເປັນກອງເລຂາໃຫ້ ແກ່ຄະນະກໍາມະ ການ ເຣດ+ ແຫ່ງຊາດ. ຄວາມຮັບຜິດຊອບການດໍາເນີນງານ ຂອງພະແນກ ເຣດ+ ກ່ຽວກັບ ການຈັດຕັ້ງປະຕິບັດ ກອບນະໂຍບາຍວ່າດ້ວຍສິ່ງແວດລ້ອມ ແລະ ສັງຄົມ ມີ:  ເລືອກເຟັ້ນ ໂຄງການ ເຣດ+, ໂຄງການຍ່ອຍ ແລະ ກ ິດຈະກໍາໃນຂັ້ນສູນກາງ;  ປະສານງານກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບຂັ້ນຕອນ ການປະເມີນ ຜົນກະທົບສັງຄົມ ແລະ ສິ່ງແວດລ້ອມ, ລວມມີ ການກວດກາຄືນ, ການຮັບຮອງ ແລະ ກວດກາ ໂຄງການ ເຣດ+ ທີ່ໄດ້ສະເໜີ;  ປະສານງານກັບໜ່ວຍງານຂອງລັດ ລວມທັງຕົວແທນຂອງສະພາແຫ່ງຊາດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບກົນໄກແກ້ໄຂຄໍາຮ້ອງທຸກ;  ດໍາເນີນການກວດກາ ແລະ ປະເມີນຜົນ ການປົກປ້ອງ ໃນລະຫວ່ງການຈັດຕັ້ງປະຕິບັດ ແລະ ກ່ອນການ ປີດໂຄງການຍ່ອຍ;  ດໍາເນີນການ ແລະ ບໍລິຫານ ລະບົບຂໍ້ມູນຂ່າວສານການປົກປ້ອງ (SIS);  ສ້າງຄວາມອາດສາມາດ ກ່ຽວກັບ ຝຶກອົບຮົມການປົກປ້ອງຜົນກະທົບ, ຄຸ້ມຄອງຄວາມສ່ຽງ;  ປະສານງານກັບກຸ່ມປະຕິບັດງານດ້ານເຕັກນິກ (TWGs) ຕ່າງໆຂອງ ເຣດ+ ໂດຍສະເພາະກັບທີມງານ ເຕັກນິກສະເພາະດ້ານການປົກປ້ອງ ກ່ຽວກັບການຈັດຕັ້ງປະຕິບັດ ກອບນະໂຍບາຍວ່າດ້ວຍສິ່ງ ແວດລ້ອມ ແລະ ສັງຄົມ ESMF. ແຜນງານຫລຸດຜ່ອນທາດອາຍເຮືອນແກ້ວ (ERP) ຈະຖືກຈັດຕັ້ງປະຕິບັດຢູ່ລະດັບ ແຂວງ ເຊີ່ງກວມເອົາ 6 ແຂວງພາກເໜືອ. ກົມປ່າໄມ້ ແລະ ພະແນກຕ່າງໆຂອງກົມປ່າໄມ້ ຈະດໍາເນີນແຜນງານ ERP ພາຍໃຕ້ ການປະ ສານງານຂອງພະແນກ ເຣດ+. ຖ້າວ່າ ກອບນະໂຍບາຍວ່າດ້ວຍສິ່ງແວດລ້ອມ ແລະ ສັງຄົມ ແລະ ກອບນະໂຍບາຍປົກປ້ອງອື່ນໆ ກໍານົດຂໍ້ແນະນໍາ ຈະແຈ້ງ ຖືກຕ້ອງຕາມ ແຜນງານປົກປ້ອງ; ບັນດາໂຄງການໃນຕໍ່ໜ້າ ທີ່ໄດ້ຮັບການສະໜັບສະໜູນດ້ານ ການເງີິນ ຈາກຜູ້ສະໜອງທຶນ ແບບສອງຝ່າຍ ແລະ ທີ່ນອນຢູ່ໃນພື້ນທີ່ຂອງ ແຜນງານ ແລະ ປະກອບສ່ວນເຂົ້າໃນຈຸດປະ ສົງຂອງແຜນງານ (ເຣດ+) ຕ້ອງນໍາໃຊ້ ແລະ ປະຕິບັດຕາມຫຼັກການປົກປ້ອງຜົນກະທົບຂອງ ເຣດ+ (ER-P). ການປະຕິບັດຕາມຫຼັກການປົກປ້ອງນີ້ ສາມາດປະຕິບັດ ໂດຍການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະ ຫວ່າງ ກະຊວງກະສິກໍາ-ປ່າໄມ້ (MAF-PE) ແລະ ເຈົ້າຂອງໂຄງການ. ໃນ MOU ນີ້ຈະກວມເອົາຄວາມເປັນ ມາຂອງ ER-P ແລະ ໂຄງການ, ຈຸດປະສົງ ແລະ ພັນທະສັນຍາ ທີ່ຈະປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບຫຼັກການ ປົກປ້ອງຜົນກະທົບຂອງໂຄງການ, ການກະກຽມຈັດຕັ້ງປະຕິບັດ, ກວດກາຕິດຕາມ, ປະເມີນຜົນ ແລະ ການ ລາຍງານ. ໃນທາງເລືອກອື່ນ, ທະນາຄານໂລກ ເຊິ່ງເປັນຜູ້ໄດ້ຮັບມອບໝາຍ ຈະດໍາເນີນການກວດກາຢ່າງເຂັ້ມງວດ ເພື່ອຢັ້ງຢືນວ່າ ໄດ້ວາງ ລະບົບ ເພື່ອຄັດຈ້ອນ/ປະເມີນ ກິດຈະກໍາໂຄງການ ໃນວິທີທາງຖືກຕ້ອງກັບ ESMF. ສໍາ ລັບໂຄງການຂອງຜູ້ໃຫ້ທຶນສອງຝ່າຍ ທີ່ກໍາລັງດໍາເນີນ ໃນເວລາເຊັນ ສັນຍາຂາຍກາກບອນ ERPA, ທະນາຄານ
9

ໂລກ ເຊິ່ງເປັນຜູ້ໄດ້ຮັບມອບໝາຍ ຄວນດໍາເນີນການກວດກາ ເພື່ອຕັດສິນວ່າ ກິດຈະກໍາເຫຼົ່ານີ້ ຈະຖືກຈັດຕັ້ງ ປະຕິບັດ ໃນລັກສະນະໃຫ້ຖືກຕ້ອງກັບ ESMF ຫຼື ບໍ. ການກວດການັ້ນ ອາດລວມທັງ ການລົງກວດສະຖານທີ່, ການຕິດຕໍ່ພົວພັນກັບຜູ້ໃຫ້ທຶນກິດຈະກໍາ ເພື່ອໃຫ້ເຂົ້າໃຈວ່າ ໄດ້ນໍາໃຊ້ການປົກປ້ອງ ກັບກິດຈະກໍາເຫຼົ່ານັ້ນບໍ.

ລະດັບຂອງການກວດການີ້ ອາດຈໍາເປັນ ເພື່ອຮັບປະກັນວ່າ (ໃນເວລາເຊັນ ສັນຍາຂາຍກາກບອນ) ແຜນງານລຸດ ຜ່ອນທາດອາຍເຮືອນແກ້ວ ໄດ້ບັນຈຸກິດຈະກໍາ ເຊິ່ງຖືກຕ້ອງກັບ ESMF.

ສໍາລັບໂຄງການອື່ນໆ ທີ່ໃຫ້ທຶນໂດຍງົບປະມານຂອງລັດຖະບານ ແລະ ນອນຢູ່ໃນພື້ນທີ່ຂອງແຜນງານ ERP ແລະ ປະກອບສ່ວນໃຫ້ແກ່ການບັນລຸຈຸດປະສົງຂອງ ER-P, ບັນດາໂຄງການນັ້ນຕ້ອງນໍາໃຊ້ຫຼັກການປົກປ້ອງຜົນກະທົບ ຂອງແຜນງານ. ສໍາລັບໂຄງການ ເຊິ່ງໄດ້ຮັບການສະໜອງທຶນຈາກທະນາຄານໂລກ ແລະ ຈັດຕັ້ງປະຕິບັດໃນເຂດ ແຜນງານລຸດຜ່ອນ ທາດອາຍເຮືອນແກ້ວ ຕ້ອງປະຕິບັດຕາມມາດຕະການປົກປ້ອງຂອງຕົນເອງ ເຊິ່ງໃຫ້ພິຈາລະນາການປົກປ້ອງ ທີ່ນໍາ ໃຊ້ກັບ ER-P.
ການສ້າງຄວາມສາມາດ, ຝຶກອົບຮົມ ແລະ ການສະໜັບສະໜູນດ້ານເຕັກນິກ ປ ັດຈຸບັນ ພະແນກ ເຣດ+ ມີພະນັກງານທັງໝົດ 18 ຄົນ ລວມທັງອາສາສະມັກ; ຈຸດປະສານງານ ເຣດ+ ຂັ້ນສູນກາງ (National REDD+ Focal Point) ແມ່ນທ່ານຮອງຫົວໜ້າກົມປ່າໄມ້, ຮັບຜີດຊອບ ທັງໝົດ ວຽກງານ ເຣດ+ ຂອງລັດຖະບານ. ພະແນກ ເຣດ+ ມີຫົວໜ້າ ແລະ ມີຮອງຫົວໜ້າພະແນກ ສີ່ທ່ານ. ພະ ນັກງານອາວຸໂສຂອງ ພະແນກເຣດ ມີປະສົບການສູງ ແລະ ສາມາດສື່ສານພາສາອັງກິດໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ເຂົ້າຮ່ວມປະຊູຸມ ແລະ ສໍາມະນາກ່ຽວກັບ ເຣດ+ ທັງໃນລະດັບພູມີພາກ ແລະ ສາກົນ ໃນຊ່ວງໄລຍະ ທົດສະວັດທີ່ຜ່ານມາ. ກົງກັນຂ້າມ ພະນັກງານໜຸ່ມນ້ອຍຂອງພະແນກກໍ່ຍັງມີຂໍ້ຈໍາກັດໃນການນໍາ ໃຊ້ພາສາ ອັງກິດ ແລະ ຍັງມີປະສົບການໜ້ອຍ ກ່ຽວກັບ ເຣດ+. ສໍາລັບການກະກຽມເອກະສານ ແຜນງານ ເຣດ+ ແຫ່ງຊາດ ແລະ ແຜນງານຫລຸດຜ່ອນທາດອາຍເຮືອນແກ້ວ, ພະນັກງານດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ຊ່ຽວຊານ ດ້ານ ເຕັກນິກຈາກ ໂຄງການກຽມຄວາມພ້ອມ ເຣດ+, CliPAD, F-REDD ແລະ ອົງການ FAO. ໃນລະດັບແຂວງ, ຄະນະກໍາມະການ ເຣດ+ ຂັ້ນແຂວງ (PRTF) ປະກອບດ້ວຍຕົວແທນຈາກຫລາຍຂະແໜງ ການ ແລະ ທ່ານຮອງເຈົ້າແຂວງເປັນປະທານ. ຫ້ອງການ ເຣດ+ ຂັ້ນແຂວງປະກອບມີພະນັກງານສອງ-ສາມຄົນ ຈາກພະແນກກະສິກໍາ ແລະ ປ່າໄມ້ (PAFO). ພະນັກງານຂັ້ນແຂວງ, ເມືອງ ແລະ ຊາວບ້ານ ລວມທັງ ຜູ້ທີ່ມີສ່ວນກ່ຽວຂ້ອງອື່ນໆ ຍັງມີຂໍ້ຈໍາກັດໃນການເຂົ້າໃຈກ່ຽວກັບບັນຫາ ເຣດ+, ແຕ່ມີຫ ຼາຍໂຄງການ ທີ່ເຮັດ ວຽກ ງານສ້າງຄວາມສາມາດໃຫ້ແກ່ເຂົາເຈົ້າກ່ຽວກັບເລື່ອງ (ເຣດ+). ຕົວຢ່າງ, ແຕ່ກາງປີ 2016 ເປັນຕົ້ນມາ ໂຄງການ ກຽມຄວາມພ້ອມ ເຣດ+ ໄດ້ຊ່ວຍຈັດຕັ້ງການປຶກສາຫາລື ແລະ ສໍາມະນາກ່ຽວ ເຣດ+ ເປັນຈໍານວນຫລາຍຄັ້ງ. ງົບປະມານສໍາລັບການຈັດຕັ້ງປະຕິບັດກອບກອບນະໂຍບາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໂຄງການໄດ້ປະເມີນງົບປະມານສໍາລັບຈັດຕັ້ງປະຕິບັດ ກອບນະໂຍບາຍວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດ ລ້ອມ (ESMF) ແລະ ກວມເອົາຄວາມຕ້ອງການດ້ານຊັບພະຍາກອນ ສະເພາະ ທີ່ຈໍາເປັນ ສໍາລັບພະນັກງານ ແລະ ການສ້າງຄວາມອາດສາມາດ ເພື່ອຈັດຕັ້ງປະຕິບັດ ຫຼັກການປົກປ້ອງຜົນກະທົບສະເພາະ. ງົບປະມານນີ້ ບໍ່ໄດ້
10

ລວມເອົາ ຄ່າໃຊ້ຈ່າຍໃນການຫລຸດຜ່ອນຜົນກະທົບ ເຊີ່ງອາດຈະກ່ຽວຂ້ອງກັບກິດຈະກໍາຂອງໂຄງການຍ່ອຍສະ ເພາະ, ໂດຍສະເພາະແມ່ນກ່ຽວກັບພື້ນຖານໂຄງລ່າງ. ຄ່າໃຊ້ຈ່າຍເຫລົ່ານີ້ ຈະຖືກປະເມີນ ແລະ ຂຶ້ນງົບປະມານ ໃນ ເວລາ ທີ່ກິດຈະກໍາສະເພາະຖືກ ກໍານົດ ແລະ ຄ່າໃຊ້ຈ່າຍສໍາລັບການຫລຸດຜ່ອນຜົນກະທົບ ຈະພົວພັນກັບມູນຄ່າກິດ ຈະກໍາຍ່ອຍແຕ່ລະລາຍການ.

ການປຶກສາຫາລື ແລະ ການເປີດເຜີຍຂໍ້ມູນ ESMF ໂຄງການໄດ້ລະບຸ ແລະ ຈັດກຸ່ມຜູ້ທີ່ມີສ່ວນຮ່ວມໃນ ເຣດ+ ຂອງ ສປປ ລາວ ອອກເປັນ 5 ກຸ່ມຫລັກ ປະກອບດ້ວຍ: ລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາ, ຊຸມຊົນ ແລະ ຂະແໜງການເອກະຊົນ. ຂັ້ນຕອນການປຶກສາຫາລື ສໍາລັບແຜນງານ ເຣດ+ ແຫ່ງຊາດ ເຊັ່ນ: NRS, SESA ແລະ ອົງປະກອບອື່ນໆ ໄດ້ມີການດໍາເນີນການຂັ້ນພື້ນຖານ ( ແຕ່ບໍ່ໄດ້ສະເພາະເຈາະຈົງ) ໂດຍຜ່ານຊ່ອງທາງ: ປຶກສາຫາລືກັບທີມງານ ເຮັດວຽກດ້ານເຕັກນິກຂອງ ເຣດ+(TWG) ທັງ 6 ທີມ, ທັງໜ່ວຍງານ/ອົງການຈັດຕັ້ງຂອງລັດ (ໂດຍການ ເຂົ້າຮ່ວມຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ ເພື່ອສົນທະນາຂົງເຂດວຽກງານທີ່ກ່ຽວຂ້ອງ) ເຊີ່ງໃນຈໍານວນສະມາ ຊິກ ຂອງທີມງານເຮັດວຽກດ້ານເຕັກນິກ ມີແມ່ຍິງ ປະມານໜຶ່ງສ່ວນສາມ(1/3).