ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ ສປປ ລາວ ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື

ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ພາກເໜືອ

ສປປ ລາວ

ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື

ເດືອນ ຕຸລາ 2019 ພະແນກຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ວຽງຈັນ ສປປ ລາວ

ບົດສະຫລຸບຫຍໍ້ ໂຄງການ (ເຊິ່ງມີຊື່ວ່າ ໂຄງການປັບປຸງການຄຸ້ມຄອງ, ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ ໃນແຂວງ ພາກ ເໜືຶອ ຂອງ ສປປ ລາວ (GFLL) ມີເປົ້າໝາຍບັນລຸການຫລຸດຜ່ອນທາດອາຍເຮືອນແກ້ວໃນ 6 ແຂວງ ພາກ ເໜືອຂອງ ສປປ ລາວ ແລະ ຈະໄດ້ຮັບການເບີກຈ່າຍເງີນຕາມຜົນງານ ຈາກໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF). ໂຄງການ GFLL ເປັນໂຄງການໃນອານຸພາກພື້ນ ຄັ້ງທໍາອິດ ຂອງ ສ ປປ ລາວ ທີີ່ມີເປົ້າໝາຍບັນລຸການຫລຸດຜ່ອນ ທາດອາຍເຮືອນແກ້ວ ໃນພື້ນທີ່ພູມີທັດປ່າໄມ້ຕິດຈອດກັນ ເຊິ່ງກວມເອົາເນື້ອທີ່ປະມານ (1/3) ຂອງເນື້ອ ທີ່ທົ່ວ ປະເທດ ແລະ ເນື້ອທີ່ປ່າໄມ້; ເທົ່າກັບ 40% ຂອງເນື້ອທີ່ປ່າໄມ້ແຫ່ງຊາດ ທີ່ຖືກທໍາລາຍ ແລະ ເສື່ອມໂຊມ. ການກະກຽມ ແລະ ອອກແບບ GFLL ແມ່ນດໍາເນີນງານຄ່ຽງຄູ່ກັນໄປ ຄື: ສະເໜີຂໍທຶນຊ່ວຍເຫຼືອລ້າສໍາລັບຈັດຕັ້ງ ປະຕິບັດ ຈາກກອງທຶນອາກາດສີຂຽວ (GCF) ແລະ ສະເໜີຂໍທຶນສໍາລັບເບີກຈ່າຍເງິນຕາມຜົນງານຫຼຸດຜ່ອນທາດ ອາຍເຮືອນແກ້ວ ຈາກໂຄງການຄູ່ຮ່ວມກັກບອນປ່າໄມ້ (FCPF). ການອອກແບບ ແລະ ຈັດຕັ້ງປະຕິບັດ GFLL ແມ່ນຄວາມຕ້ອງການຂອງລັດຖະບານ ສປປ ລາວ ທີ່ຈະປັບປຸງຂະແໜງປ່າໄມ້ຂອງຕົນ ແລະ ດໍາເນີນບາດກ້າວ ຕ່າງໆ ເພື່ອຫຼຸດຜ່ອນ ການອີງໃສ່ເງິນບໍລິຈາກ ເຊິ່ງໄດ້ມາຈາກຊັບພະຍາກອນທໍາມະຊາດ ໃຫ້ແກ່ການຂະຫຍາຍຕົວ ດ້ານເສດຖະກິດ. ສິ່ງທີ່ສະທ້ອນໃຫ້ເຫັນຢ່າງຈະແຈ້ງ ໃນໄລຍະຜ່ານມາ ແມ່ນ ລັດຖະບານ ໄດ້ຮັບຮອງເອົາແຜນຍຸດ ທະສາດການຂະຫຍາຍຕົວສີຂຽວ (ເຖິງປີ 2030) ເຊິ່ງຮັບປະກັນການຂະຫຍາຍຕົວໃນທຸກດ້ານ, ຂະຫຍາຍຕົວ ແບບຍືນຍົງ ແລະ ເປັນມິດກັບທໍາມະຊາດ. ໂຄງການອາດນໍາສະເໜີການຫ້າມເຂົ້າແຫຼ່ງຊັບພະຍາກອນປ່າໄມ້/ຊັບພະຍາກອນທໍາມະຊາດ ສະນັ້ນ ໂຄງການອາດ ສ້າງຜົນກະທົບດ້ານລົບຕໍ່ຊີວິດການເປັນຢູ່ຂອງຊຸມຊົນ ເຊິ່ງຢ່າງໜ້ອຍອາດກະທົບໄລຍະສັ້ນ.

ຈຸດປະສົງຂອງ ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື (PF) ແມ່ນ ສະໜອງຄໍາແນະນໍາ ໃນກໍລະນີທີ່ມີການຈັດສັນ ຍົກຍ້າຍຂະໜາດນ້ອຍ ເຊິ່ງບໍ່ໜ້າຈະບໍ່ເກີດຂຶ້ນ. ກອບນະໂຍບາຍວ່າດ້ວຍການຈັດສັນຍົກຍ້າຍ RPF ແມ່ນ ພາກສ່ວນໜຶ່ງຂອງ ກອບນະໂຍບາຍວ່າດ້ວຍ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF) ແລະ ຕອບສະ ໜອງ 7 ນະໂຍບາຍ ຂອງ ທະນາຄານໂລກ ທີ່ໂຄງການ GFLL ກ່ຽວຂ້ອງ. ບັນດານະໂຍບາຍ ທີ່ໂຄງການກ່ຽວຂ້ອງ ມີຄື: ປະເມີນສິ່ງແວດລ້ອມ (OP/BP 4.01), ຖິ່ນທີີ່ຢູ່ອາໄສທາງທໍາມະຊາດຂອງສັດ-ພືດ (OP/BP 4.04), ປ່າໄມ້ (OP/BP 4.36), ການຄຸ້ມຄອງສັດຕູພືດ (BP/OP 4.09), ນະໂຍບາຍດ້ານສັງຄົມກ່ຽວກັບ ຊົນເຜົ່າ ດັ່ງເດີມ (OP/BP 4.10), ຊັບພະຍາກອນກາຍຍະພາບ ແລະ ວັດທະນະທໍາ (OP/BP 4.11), ການດໍາເນີນງານ ປຶກສາຫາລື (ການຈັດສັນຍົກຍ້າຍແບບບໍ່ສະມັກໃຈ) (OP/BP 4.12).

ກອບນະໂຍບາຍວ່າດ້ວຍການດໍາເນີນງານປຶກສາຫາລື ກໍານົດຂະບວນການ ທີ່ຕ້ອງປະຕິບັດຕາມ. ມັນບໍ່ໄດ້ ອະທິບາຍຢ່າງລະອຽດ ຂອງແຕ່ລະກິດຈະກໍາ ທີ່ດໍາເນີນ ເພື່ອຫຼີ້ກເວັ້ນ ຫຼື ລຸດຜ່ອນຜົນກະທົບຈາກການຫ້າມເຂົ້າ ແຫ່ງຊັບພະຍາກອນທໍາມະຊາດ. ຈະກໍານົດລາຍລະອຽດເຫຼົ່ານັ້ນ ໃນຊ່ວງການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງກັບ ກອບນະໂຍບາຍວ່າດ້ວຍການດໍາເນີນງານປຶກສາຫາລື ໂດຍຜ່ານຂະບວນການມີສ່ວນຮ່ວມ ໃນການຄຸ້ມຄອງປ່າ ສະຫງວນ ແລະ ເຂດກັນຊົນ ເຊິ່ງຈະບັນລຸຜົນໃນ ສັນຍາຄຸ້ມຄອງປ່າໄມ້ບ້ານ ໂດຍອີງໃສ່ ຄວາມຕ້ອງການ ແລະ ບຸລິມມະສິດຂອງຊາວບ້ານ.

ສະນັ້ນ ສັນຍາຄຸ້ມຄອງປ່າໄມ້ບ້ານ VFMA ເຊິ່ງແມ່ນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດກອບນະໂຍບາຍວ່າດ້ວຍ ການດໍາເນີນງານປຶກສາຫາລື PF ຈະກໍານົດການດໍາເນີນງານລະອຽດ ເຊິ່ງບັນຍາຍຜົນໄດ້ຮັບຂອງການວາງແຜນ ແບບມີສ່ວນຮ່ວມກັບຊຸມຊົນຖືກກະທົບ ແລະ ກໍານົດມາດຕະການບັນເທົາຜົນກະທົບ ແລະ ວິທີການແກ້ໄຂຄໍາ ຮ້ອງທຸກ ພ້ອມກັບແຫຼ່ງເງິນທຶນຈັດຕັງປະຕິບັດ, ໂດຍການດໍາເນີນວິທີທາງນັ້ນ ເປັນການຮັບປະກັນຄວາມຖືກຕ້ອງ ກັບ OP/BP4.12.

ກົດໝາຍ ສປປ ລາວ ມີລະບຽບກົດໝາຍ ແກ້ໄຂຜົນກະທົບດ້ານລົບຕໍ່ສັງຄົມ ເຊິ່ງເກີດຈາກໂຄງການພັດທະນາ. ດໍາລັດເລກ ທີ 84 ວ່າດ້ວຍການຈັດສັນຍົກຍ້າຍ ແລະ ການຊົດເຊີຍ ເຊິ່ງກໍານົດໄວ້ວ່າ ບຸກຄົນໃດ (ເຊິ່ງການເຂົ້າໄປຫາແຫຼ່ງ ຊັບພະຍາກອນຊຸມຊົນຖືກກະທົບ ໂດຍໂຄງການພັດທະນາ) ແມ່ນມີສິດໄດ້ຮັບມາດຕະການຟື້ນຟູລາຍໄດ້ແບບຢືນ ຍົງ; ນອກຈາກນີ້ ຍັງມີສິດໄດ້ຮັບການທົດແທນ ແລະ ເງິນອຸດໜູນ ເຊິ່ງເຮັດໃຫ້ເຂົາເຈົ້າສາມາດມີລະດັບຊີວິດການ ເປັນຢູ່ ຢ່າງຕໍ່າສຸດແມ່ນເທົ່າລະດັບເດີມ ກ່ອນບໍ່ມີຜົນກະທົບຈາກໂຄງການ.

ເຖິງແມ່ນວ່າ ດໍາລັດດັ່ງກ່າວບໍ່ໄດ້ກໍານົດຈະແຈ້ງກ່ຽວກັບການຊ່ວຍເຫຼືອຊຸມຊົນ ຫຼື ກໍານົດພັນທະຂອງນັກພັດທະນາ ທີ່ຈະຕ້ອງດໍາເນີນການປຶກສາຫາລືຢ່າງອິດສະລະ, ປຶກສາຫາລືກ່ອນດໍາເນີນງານ ແລະ ໃຫ້ຂໍ້ມູນລະອຽດຄົບຖ້ວນ, ມັນຮຽກຮ້ອງໃຫ້ມີການປຶກສາຫາລື ຢ່າງລະອຽດ ກ່ອນການຈັດຕັ້ງປະຕິບັດໂຄງການ ແລະ ເພື່ອໃຫ້ໄດ້ແກ້ໄຂ ຄວາມຂັດຂ້ອງຂອງເຂົາເຈົ້າໃນຊ່ວງອອກແບບໂຄງການ. ຊ່ອງຫວ່າງມັກຈະເກີດຂຶ້ນ ຍ້ອນວ່າ ການຈັດຕັ້ງປະຕິບັດ ອ່ອນແອ ແລະ ການຕິດຕາມກວດກາບໍ່ດີພໍ, ນັກພັດທະນາບາງສ່ວນ ບໍ່ເຂົ້າຮ່ວມການປຶກສາຫາລືລະອຽດ ຫຼື ແກ້ໄຂ ຄວາມຂັດຂ້ອງຂອງປະຊາຊົນຖືກກະທົບ, ອົງການຈັດຕັ້ງກ່ຽວຂ້ອງບໍ່ໄດ້ດໍາເນີນການແກ້ໄຂ ຍ້ອນມີງົບປະມານຈໍາ ກັດ, ການຕິດຕາມກວດກາອ່ອນແອ ຫຼື ຂາດການຕິດຕາມກວດກາ.

ຜົນກະທົບຂອງໂຄງການ ແລະ ຢູ່ພາຍໃຕ້ກອບນະໂຍບາຍວ່າດ້ວຍການດໍາເນີນງານປຶກສາຫາລື ດັ່ງທີ່ກ່າວມາ ໂຄງການອາດຫ້າມການເຂົ້າເຖິງແຫຼ່ງຊັບພະຍາກອນປ່າໄມ້/ທໍາມະຊາດ ເຊິ່ງການຫ້າມນັ້ນ ອາດກະທົບ ດ້ານລົບຕໍ່ຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ຢ່າງໜ້ອຍແມ່ນໃນໄລຍະສັ້ນ. ສະນັ້ນ, ຈິ່ງສ້າງ ກອບນະໂຍບາຍສະບັບນີ້ ເພື່ອບັນລຸຈຸດປະສົງລຸ່ມນີ້: ກ. ກໍານົດການປຶກສາຫາລື ຢ່າງຄົບຖ້ວນ ແລະ ພ້ອມກັບການເຂົ້າຮ່ວມຂອງປະຊາຊົນຖືກກະທົບ ຂ. ຫຼີ້ກເວັ້ນ, ລຸດຜ່ອນ, ບັນເທົາ ຜົນກະທົບດ້ານລົບ ທີ່ອາດເກີດຂຶ້ນ ຍ້ອນການຫ້າມເຂົ້າ ແລະ ເພີ່ມການ ບັງຄັບໃຊ້ກົດໝາຍ ທີ່ມີໃນປັດຈຸບັນ ຫຼື ກົດໝາຍໃໝ່ ກ່ຽວກັບການເຂົ້າເຖິງແຫຼ່ງຊັບພະຍາກອນ ປ່າໄມ້ ບັນດາຫຼັກການ ທີ່ໄດ້ວາງໄວ້ ເພື່ອໃຫ້ຖືກຕ້ອງກັບຈຸດປະສົງເຫຼົ່ານີ້ມີ: ກ. ກໍານົດການຄຸ້ມຄອງປ່າໄມ້ (ປ່າອານຸລັກ, ປ່າສະຫງວນ, ປ່າຜະລິດ, ອື່ນໆ) ໃນວິທີທາງປຶກສາຫາລືແບບ ກວ້າງຂວາງ, ລະບຽບຫຼັກການໃໝ່, ເພີ່ມການບັງຄັບໃຊ້ກົດໝາຍໃນຂອບເຂດໂຄງການ ໂດຍອີງໃສ່ການ ປະເມີນເສດຖະກິດ-ສັງຄົມ ແລະ ຊີວະກາຍຍະພາບ

ຂ. ການຕັດສິນໃຈ ຈະອີງໃສ່ການເຂົ້າຮ່ວມ ຂອງປະຊາຊົນຖືກກະທົບ ໃນຮູບແບບປຶກສາຫາລື ແລະ ການ ຕົກລົງກັນ ລະຫວ່າງປະຊາຊົນຖືກກະທົບ ແລະ ອໍານາດການປົກຄອງທ້ອງຖິ່ນ/ໂຄງການ. ສ້າງເອກະສານ ການຕົກລົງກັນກັບຊຸມຊົນ. ຄ. ຈະບັນເທົາຜົນກະທົບຂອງການຫ້າມເຂົ້າເຖິງແຫຼ່ງຊັບພະຍາກອນ ເຊິ່ງຈະກະທົບດ້ານລົບຕໍ່ຊີວິດການ ເປັນ ຢູ່ຂອງປະຊາຊົນຖືກກະທົບ ເພື່ອຮັບປະກັນວ່າ ປະຊາຊົນຖືກກະທົບຈະມີທາງເລືອກການດໍາລົງຊີວິດ ເພື່ອໃຫ້ເຂົາເຈົ້າມີຊີວິດເທົ່າລະດັບກ່ອນມີຜົນກະທົບຈາກໂຄງການ (ຢ່າງໜ້ອຍ). ໂດຍສະເພາະແມ່ນ ການຫ້າມນໍາໃຊ້ຊັບພະຍາກອນທໍາມະຊາດ ເຊັ່ນ ດິນ ແລະ ເຄື່ອງປ່າຂອງດົງ. ກໍານົດມາດຕະການ ເພື່ອ ຮັບປະກັນທາງເລືອກຊີວິດການເປັນຢູ່ ເຂົ້າໃນການຕົກລົງຄຸ້ມຄອງປ່າໄມ້ບ້ານ. ງ. ການເຂົ້າໄປຊ່ວຍເຫຼືອອານຸລັກປ່າໄມ້ ຈະເຄົາລົບລະບົບຄວາມເຊື່ອຂອງຊົນເຜົ່າ ແລະ ຊົນເຜົ່າຈະໄດ້ຮັບ ສິ່ງອໍານວຍຄວາມສະດວກ ເພື່ອເຂົ້າຮ່ວມຢ່າງຫ້າວຫັນ ໃນຮອບວຽນຂອງໂຄງການທັງໝົດ ເພື່ອ ຮັບປະກັນວ່າ ພວກເຂົາເຈົ້າໄດ້ເຂົ້າຮ່ວມຢ່າງອິດສະລະ, ປຶກສາຫາລືກ່ອນການດໍາເນີນງານ ແລະ ໄດ້ຮັບຂໍ້ ມູນຄົບຖ້ວນ ໃນຮູບແບບການມີສ່ວນຮ່ວມ ຕະຫຼອດເວລາຈັດຕັ້ງປະຕິບັດ PF

ການປຶກສາຫາລື ແບບອິດສະລະ, ກ່ອນການດໍາເນີນງານ ແລະ ຮັບຂໍ້ມູນຄົບຖ້ວນ ໄດ້ປະຕິບັດຂະບວນການປຶກສາຫາລື ແບບອິດສະລະ, ປຶກສາຫາລື ກ່ອນການດໍາເນີນງານ ແລະ ໃຫ້ຂໍ້ມູນຄົບຖ້ວນ ກັບຊຸມຊົນ ແລະ ຍັງຈະສືບຕໍ່ ເປັນສ່ວນສໍາຄັນຂອງ ກອບນະໂຍບາຍວ່າດ້ວຍການດໍາເນີນງານປຶກສາຫາລື. ນໍາໃຊ້ ກອບນະໂຍບາຍນີ້ຊ່ວຍ: ກ) ສ້າງການສະນັບສະໜູນຢ່າງກວ້າງຂວາງຂອງຊຸມຊົນໃຫ້ແກ່ໂຄງການ, ຂ) ປຶກສາຫາລື ກ່ຽວກັບຜົນກະທົບທີ່ອາດເກີດຂຶ້ນ ແລະ ມາດຕະການບັນເທົາຜົນກະທົບ; ຄ) ຕັດສິນເຂດແດນນໍາໃຊ້ທີ່ດິນ ພາຍ ໃນພື້ນທີ່ໂຄງການ; ງ) ສ້າງສັນຍາ ແລະ ຂໍ້ຕົກລົງ ກ່ຽວກັບຂໍ້ຫ້າມນໍາໃຊ້ຊັບພະຍາກອນ ກັບກຸ່ມຊົນເຜົ່າຖືກກະທົບ ເຊິ່ງອາດຍິນດີເຂົ້າຮ່ວມ, ເຂົ້້າໃຈ ແລະ ບໍ່ມີຜົນເສຍຫາຍໃນຊີວິດການເປັນຢູ່. ຈະເຮັດການຕັດສິນໃຈ (ເຊິ່ງກະທົບ ການເຂົ້າເຖິງ ແລະ ການນໍາໃຊ້ຊັບພະຍາກອນ) ພ້ອມກັບການເຂົ້າຮ່ວມຂອງຊຸມຊົນຖືກກະທົບ ເພື່ອຈຸດປະສົງ ບັນລຸການຕົກລົງເອກະພາບ. ການຕົກລົງກັນ ຈະຖືກບັນຈຸເຂົ້າໃນສັນຍາຄຸ້ມຄອງປ່າໄມ້ບ້ານ VFMA ເຊິ່ງຈະສ້າງ ເອກະສານນີ້ກັບແຕ່ລະບ້ານຕາມລໍາດັບ.

ການຕິດຕາມກວດກາ ແລະ ປະເມີນຜົນ ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື PF ໂຄງການຈະປະກອບມີລະບົບຕິດຕາມກວດກາ ແລະ ປະເມີນຜົນ. ລວມມີການຕິດຕາມກວດກາຂອງບ້ານເອງຕໍ່ ກັບໂຄງການພັດທະນາບ້ານ. ຊາວບ້ານຈະເຂົ້າຮ່ວມຕິດຕາມກວດກາກິດຈະກໍາຄຸ້ມຄອງເຂດກັນຊົນ. ນອກຈາກນີ້, ການຕິດຕາມກວດກາແບບມີສ່ວນຮ່ວມນີ້ ຍັງຈະເຊື່ອມຍົງກັບ ແຜນຕິດຕາມກວດກາ ແລະ ປະເມີນຜົນຂອງ ໂຄງການທັງໝົດ. ຫ້ອງການຄຸ້ມຄອງໂຄງການຂັ້ນແຂວງ ຮັບຜິດຊອບທັງໝົດ ການຕິດຕາມກວດກາ, ການຈັດຕັ້ງປະຕິບັດ ແລະ ລາຍ ງານ ກ່ຽວກັບ ກອບນະໂຍບາຍ ວ່າດ້ວຍການດໍາເນີນງານປຶກສາຫາລື; ຫ້ອງການຄຸ້ມຄອງໂຄງການຂັ້ນສູນກາງຊີ້ນໍາ ລວມ ໂດຍຜ່ານການຕິດຕາມກວດກາພາຍໃນປົກກະຕິ ແລະ ບົດລາຍງານຄວາມຄືບໜ້າ.