ພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງຊຸກຍູ້ການຜະລິດເຂົ້ານາປີ ຢູ່ເມືອງຫົວເມືອງ ແຂວງຫົວພັນ.

 

​ໃນວັນ​ທີ 01 ມີ​ຖຸ​ນາ 2020 ນີ້ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ລົງ​ຊຸກ​ຍູ້ ແລະ ຕິດ​ຕາມ​ການ​ປັກ​ດຳ​ນາ​ປີ ຢູ່ 4 ບ້ານ ອ້ອມ​ຂ້າງ​ເທດ​ສະ​ບານ​ເມືອງ​ຫົວ​ເມືອງ, ​ນຳ​ໂດຍ​ທ່ານ ນາງ​ພວງວັນ ມີ​ວົງ​ສາ ຮອງ​ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ-ພະ​ນັກ​ງານ, ມີ​ວິ​ຊາ​ການ​ຈາກ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ, ອຳ​ນາດ​ການ​ປົກ​ຄອງ​​ບ້ານ ບ້ານ 4 ບ້ານ ແລະ ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ນຳ

​ເພື່ອ​ເປັນ​ການ​ຊຸກ​ຍູ້​ ແລະ ຍົກ​ສູງ​ສະ​ມັດ​ຕະ​ພາບການ​ຜະ​ລິດ​ຂອງ​ຊາວ​ກະ​ສິ​ກອນ​ເປັນ​ຕົ້ນ​ແມ່ນ​ການ​ຜະ​ລິດ​ເຂົ້າ​ນາ​ປີ ຕາມ​ການ​ລາຍ​ງານ​ຂອງ​ນາຍ​ບ້ານ ແຕ່​ລະ​ບ້ານ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ນີ້​ແມ່ນ​ໄດ້​ເລັ່ງ​ສຸມ​ໃສ່​ການ​ປັກ​ດຳ​ນາ​ປີ ​ອິງ​ໃສ່​ສະ​ພາບ​ດິນ​ຟ້າ​ອາ​ກາດ​​ມີ​ຝົນ​ຕົກ​ເຮັດ​ໃຫ້​ມີນ້ຳ​ພຽງ​ພໍ​ໃນ​ການ​ດຳ​ນາ, ໂດຍສະ​ເພາະ​ແມ່ນ ບ້ານ​ເມືອງ​ເປີນ ແລະ ​ບ້ານ​ຄ້ອງ ມີ​ເນື້ອ​ທີ່​ນາ 9 ສິບ​ກ່​ວາ​ເຮັກ​ຕາ, ​ນ້ຳ​ປ້ອງ ແລະ ບ້ານ​ຫົວ​ຊຽງ ​ມີ​ເນື້ອ​ທີ່ 70 ກ່​ວາເຮັກ​ຕາ ຜົນ​ຜະ​ລິດ​ 5 ໂຕນ​ກ່​ວາ/ເຮັກ​ຕາ​, ສຳ​ເລັດແລ້ວ 90% ນອກ​ຈາກນີ້​ບ່ອນ​ໃດ​ມີນ້ຳ​ພຽງ​ພໍ​ກໍ່​ໄດ້​ປ່ອຍ​ປາ​ໃສ່​ນາ​ນຳ​ອີກ, ສ່ວນ​ເຕັກ​ນິກ​ໃນ​ການ​ດຳ​ນາ​ແມ່ນ​ຍັງ​ດຳ​ນາ​ແບບ​ເດີມ, ບາງ​ຄອບ​ຄົວ​ກໍ່​ຫັນ​ມາເຮັດກ້າ​ກີບ​ດຽວ, ແນວ​ພັນ​ເຂົ້າ​ແມ່ນ​ເຂົ້າ​ຄາຍ​ຫອມ, ຜົນ​ຜະ​ລິດ​ສູງ​ກ່​ວາ​ເຂົ້າ​ອື່ນໆ ສະ​ເພາະ​ເຂດນີ້.

ຍ້ອນ​ຄວາມ​ດຸ​ໝັ່ນ​ຫ້າວ​ຫັນ​​ຂອງ​ປະ​ຊາ​ຊົນໃນ​ການປັກ​ດຳ​ນາ​ປີ​ຂອງ​ຕົນ​ເພື່ອ​ໃຫ້​ທ່ວງ​ທັນ​ກັບ​ລະ​ດູ​ການ, ນອກ​ຈາກ​ເຮັດ​ນາ​ແລ້ວ​ຍັງ​ໄດ້​​ປູກ​ປ່າ, ປູກ​ພືດ​ເປັນ​ສິນ​ຄ້າ​ ແລະ ລ້ຽງ​ສັດ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ເຂດ​ດັ່ງ​ກ່າວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທື່ອ​ລະ​ກ້າວ,

 

 

       ບັນນາທິການ  ນ. ພວງວັນ ​ມີ​ວົງ​ສາ                                          

      ພາບ-ຂ່າວ.  ຄຳ​ພະ​ແກ້​ວ ອິນ​ທະ​ວົງ