ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບ ເມືອງຫົວເມືອງ, ໂຄງການປ້ອງກັນດິນຟ້າອາກາດ, ຮ່ວມກັນປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ສົມ​ທົບ​ກັບ ເມືອງ​​ຫົວ​ເມືອງ, ໂຄງ​ການ​ປ້ອງ​ກັນ​ດິນ​ຟ້າ​ອາ​ກາດ,  ໄດ້ຈັດພິທີປູກຕົ້ນໄມ້ ທີ່ ​​ອ່າງ​ນ້ຳ​ອົ້ມ​ເມືອງ​ຫົວ​ເມືອງ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ມີ ທ່ານ ພູ​ວົງ ສີ​ສົມຮັກ ກຳ​ມະ​ການ​ພັກ​ແຂວງ ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ  ມີ​ທ່ານ ອ່ອນ​ພັນ ທອງ​ທິ​ດາ ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງໆ ຫົວ​ເມືອງ ນອກນັ້ນ ຍັງມີຜູ້ຕາງໜ້າທີມ​ງານ​ໂຄງ​ການ​ປ້ອງ​ກັນ​ດິນ​ຟ້າ​ອາ​ກາດ​ຈາກ​ສູນ​ກາງ ​ຫ້ອງ​ການ, ອົງການຈັດຕັ້ງມະຫາຊົນ, ບັນ ດາບໍລິສັດ, ນັກຮຽນ-ນັກສຶກສາ ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 2 ຮ້ອຍ​ກ່​ວາ​ຄົນ

ເພື່ອເປັນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ຂອງກະຊວງກະສິ​ກຳ ແລະ ປ່າໄມ້ ກໍ່ຄືຂອງລັດຖະບານ ໃນການເພີ່ມຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70 % ແລະ ປູກໄມ້ໃຫ້ໄດ້ 500,000 ເຮັກຕາ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ພ້ອມທັງເປັນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ ທີ່ຈະມາເຖີງນີ້, ເພື່ອ​ເປັນ​ການປູກຈິດສຳນືກໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ຮັກສາສະພາບແວດລ້ອມໃຫ້ສວຍງາມ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້ທີ່ມີຕໍ່ຄົນ ແລະ ສິ່ງທີ່ມີຊິວິດ ທັງເປັນ​ການ​ໂຄສະນາ​ເຜີຍ​ແຜ່ໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້​ມີ 2 ຈຸດ, ຈຸດ​ອ່າງນ້ຳ​ອົ້ມ​ເທດ​ສະ​ບານ​ເມືອງ ແລະ ຈຸດ​ບ້ານ​ນາ​ເກງ, ​ລວມ 11 ເຮັກ​ຕາ, ມີຈໍານວນ ທັງໝົດ 2 ພັນ 5 ຮ້ອຍກວ່າຕົ້ນ ​ຊະ​ນິດ​ຕົ້ນ​ໄມ້​ມີ: ໄມ້ໂລງ​ເລງ, ໄມ້​ດູ່​ລາຍ, ໄມ້​ດູ່​ທຳ​ມະ​ດາ, ໄມ້​ຄະ​ຍຸງ, ໄມ້​ຈວງ, ດອກ​ຄູນ ແລະ ເບ້ຍ​ໄມ້​ຄາຍ​ປ່າ.  ເພື່ອໃຫ້ຕົ້ນໄມ້ທຸກຕົ້ນທີ່ນຳມາປູກໃນຄັ້ງນີ້ໄດ້ເຕີບໃຫຍ່ເປັນປ່າໄມ້ສີຂຽວ ແລະ ມີຄວາມຍືນຍົງພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ແລະ ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງ​ຫົວ​ເມືອງ, ຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ປ້ອງກັນບໍ່ໃຫ້ໄຟ​ໄໝ້ລາມປ່າ​,ອານະໄມຕົວເມືອງ, ບໍ່​ຖີ້ມ ແລະ ບໍ່ຈູດ​ຂີ້ເຫຍື້ອຊະຊາຍ ​ຈົ່ງ​ພ້ອມ​ກັນອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ​ແມ່ນ​ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ.

ບັນ​ນາ​ທິ​ການ ພວງວັນ ມີ​ວົງ​ສາ                                                        

ພາບ-ຂ່າວ ຄຳ​ພະ​ແກ້ວ ອິນ​ທະ​ວົງ