ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບ ເມືອງຊຳເໜືອ, ໂຄງການປ້ອງກັນດິນຟ້າອາກາດ, ຮ່ວມກັນປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ,ວັນທີ 1 ມີຖຸນາ ປະຈຳປີ 2020

ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ຂອງກະຊວງກະສິກຳແລະ ປ່າໄມ້ ກໍ່ຄືຂອງລັດຖະບານ ໃນການເພີ່ມຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70 % ແລະ ປູກໄມ້ໃຫ້ໄດ້ 500,000 ເຮັກຕາ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ພ້ອມທັງເປັນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ ທີ່ຈະມາເຖີງນີ້. ດັງນັ້ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບ ເມືອງຊຳເໜືອ, ໂຄງການປ້ອງກັນດິນຟ້າອາກາດ, ເຫັນໄດ້ຄວາມສຳຄັນຂອງສອງວັນດັ່ງກ່າວ ຈິ່ງໄດ້ຈັດພິທີປູກຕົ້ນໄມ້ ທີ່ ສວນສາທາ ຮ່ວມມືຫົວພັນ-ກວາງມິງ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ມີ ທ່ານ ວັນໄຊ ແພງຊຸມມາ ກຳ​ມະ​ການ​ສູນ​ກາງ​ພັກ ເລຂາພັກແຂວງ ເຈົ້າແຂວງໆ ຫົວພັນ, ທ່ານ ພຸດພັນ ແກ້ວມີໄຊ, ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ພັກ​ເມືອງ ເຈົ້າເມືອງໆຊຳເໜືອ, ທ່ານ ພູວົງ ສີສົມຮັກ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ນອກ ນັ້ນ ຍັງມີຜູ້ຕາງໜ້າຈາກບັນດາພະແນກການ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ບັນ ດາບໍລິສັດ, ນັກຮຽນ-ນັກສຶກສາ ລວມທັງອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ຈຸດປະສົງໃນການປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອປູກຈິດສຳນືກໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ຮັກສາສະພາບແວດລ້ອມໃຫ້ສວຍງາມ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້ທີ່ມີຕໍ່ຄົນ ແລະ ສິ່ງທີ່ມີຊິວິດ ທັງເປັນການໂຄສະນາເຜີຍແຜ່ໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີ 3 ຈຸດຄື: ບ້ານຫຼັກ 20, ວັດອົງຕື້ ແລະ ຈຸດຊົມວິວ, ມີຈໍານວນ ທັງໝົດ 2 ພັນ 4 ຮ້ອຍກວ່າຕົ້ນ ໃນນັ້ນມີ: ເບ້ຍໄມ້ໂລງເລງ, ໄມ້ດູ່ລາຍ, ໄມ້ດູ່ທຳມະດາ, ໄມ້ຄະຍຸງ, ໄມ້ຈວງ, ຝາງແດງ ແລະ ເບ້ຍໄມ້ຄາຍປ່າ. ເພື່ອໃຫ້ຕົ້ນໄມ້ທຸກຕົ້ນທີ່ນຳມາປູກໃນຄັ້ງນີ້ໄດ້ເຕີບໃຫຍ່, ເປັນປ່າໄມ້ສີຂຽວ ແລະ ມີຄວາມຍືນຍົງພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ ໃນນາມເປັນຂະແໜງ ການທີ່ຮັບຜິດຊອບໂດຍກົງ ຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ປ້ອງກັນບໍ່ໃຫ້ໄຟໄໝ້ລາມປ່າ,ອານະໄມຕົວເມືອງ, ບໍ່ຖີ້ມ ແລະ ບໍ່ຈູດຂີ້ເຫຍື້ອຊະຊາຍ ທັງໝົດນີ້ ກໍ່ເພື່ອປະກອບສວ່ນໃນການອະນຸລັກຊັບພະຍາກອນທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ (ທ່ານ ພຸດພັນ ແກ້ວມີໄຊ ເຈົ້າເມືອງ, ເມືອງຊຳເໜືອ) ໃຫ້ລາຍລະອຽດວ່າ:……….

 

ບັນ​ນາ​ທິ​ການ. ປອ ສົມ​ສັກ ຈັນ​ມາ​ລີ

ພາບ-ຂ່າວ ຄຳ​ພະ​ແກ້ວ ອິນ​ທະ​ວົງ