ພິ​ທີ​ກວດ​ກາ​ຜົນ​ສຳ​ເລັດ ​ໂຄງ​ການກໍ່​ສ້າງຮົ້ວ​ເຫຼັກ​ໜາມ​ໝາກ​ຈັບ ອ້ອມ​ພື້ນ​ທີ່ສູນ​ເຕັກ​ນິກ​ກະ​ສິ​ກຳ​ຮ່ວມ​ມື​ລາວ-​ຫວຽດ

ວັນ​ທີ 15 ມີ​ຖຸ​ນາ 2020 ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງ​ ໃນ​ນາມ​ເຈົ້າ​ຂອງ​ໂຄງ​ການ​ໄດ້ເປີດ​ປະ​ຊຸມ​ກວດ​ກາ​ຜົນ​ສຳ​ເລັດ​ໂຄງ​ການກໍ່​ສ້າງ​ຮົ້ວ​ເຫຼັກ​ໜາມ​ໝາກ​ຈັບ ອ້ອມ​ພື້ນ​ທີ່​ສູນ​ເຕັກ​ນິກ​ກະ​ສິ​ກຳ​ຮ່ວມ​ມື​ລາວ-​ຫວຽດ (ບ້ານອົ້ງ) ທີ່​ຫ້ອງ​ປະ​ຊຸມດັ່ງ​ກ່າວ, ນຳ​ພາ​ໂດຍ ທ່ານ ກອນ​ໄທ ແກ້ວ​ນະ​ຄອນ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ມີທ່ານ ລຽນ​ພອນ​ໄຊ ບໍ​ລິ​ສັດ ກໍ່​ສ້າງ​ສ້ອມ​ແປງ​ເຄ​ຫາ​ສະ​ຖານ ແລະ ຂົວ​ທາງ ​ມີ​​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ເຂົ້າ​ຮ່ວມ​ນຳ.

ໃນພິທີ​ທ່ານ ລຽນ​ພອນ​ໄຊ ໄດ້​ສະຫຼຸບ​ຜົນ​ສຳ​ເລັດ ແລະ ໄດ້ມີການມອບ – ຮັບຮົ້ວ​ເຫຼັກ​ໜາມ​ໝາກ​ຈັບ ອ້ອມ​ພື້ນ​ທີ່ສູນ​ເຕັກ​ນິກ​ກະ​ສິ​ກຳ​ຮ່ວມ​ມື​ລາວ-​ຫວຽດ ປະກອບມີໜ້າ​ວຽກ: ຂຸດ​ດິນ​ຕີນ​ເສົາ​ພ້ອມ​ອັດ​ແໜ້ນ, ເທ​ເບ​ຕົງ​ຕີນ​ເສົາ​ຮົ້ວ, ຕິດ​ຕັ້ງ​ເສົາ​ເບ​ຕົງ​ສຳ​ເລັດ​ຮູບ 9 ຮ້ອຍຊາວ​ຫົກ​ຕົ້ນ, ໜາມ​ໝາກ​ຈັບ 2 ຮ້ອຍ 6 ກໍ້, ຄວາມ​ຍາວ​ຮົ້ວ 2 ພັນ 8 ຮ້ອຍ​ຫ້າ​ສິບ​ແມັດ, ​ລວມ​ມູນ​ຄ່າ​ການກໍ່​ສ້າງ 4 ຮ້ອຍ 4 ສິບ​ລ້ານ​ກ່​ວາ​ກີບ, ​ທັງ​ໝົດ​ນີ້ເພື່ອນໍາໃຊ້ເຮັດ​ໃຫ້​ຫ້ອງ​ການ​ສູນ ມີ​ຄວາມ​ສະ​ອາດ, ບໍ່​ໃຫ້​ສັດ ເຂົ້າ​ທຳ​ລາຍ​ຜົນ​ລະ​ປູກ​ພາຍ​ໃນ​ພື້ນ​ທີ່​ຂອງ​ສູນ.

ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສຳຄັນນັ້ນ ທ່ານ ກອນ​ໄທ ແກ້ວ​ນະ​ຄອນ ໄດ້ມີຄຳເຫັນໂອ້ລົມ ພະນັກງານ ພາຍໃນສູນ​ສົ່ງ​ເສີມ ກ່ອນອື່ນທ່ານໄດ້ຍ້ອງຍໍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ເປັນຕົ້ນເພິ່ນໄດ້ຊີ້ທິດ ເ​ຍືອງທາງໃຫ້ອ້າຍນ້ອງພະນັກງານປະຈຳ​ສູນໃຫ້ພ້ອມກັນປົກປັກຮັກສາ ຮົ້ວໃຫ້ໄດ້ຮັບຜົນປະໂຫຍດ ແລະ ມີຄວາມຍືນຍົງຕະຫຼອດໄປ.

 

ພາບ-ຂ່າວ, ຄຳ​ພະ​ແກ້ວ ອິນ​ທະ​ວົງ