ປູກຜັກປອດສານຜິດສາມາດສ້າງລາຍຮັບໄດ້ 60 ລ້ານ ກີບຕໍ່ປີ

ອາຊີບທີ່ສ້າງລາຍຮັບເຂົ້າສູ້ຄອບຄົວ , ປະຈຸບັນນີແມ່ນຄົນສ່ວນຫຼາຍຫັນມາເອົາໃຈໃສ່ການຮັກສາສຸຂະພາບ, ການບໍລິໂພກພືດຜັກ ແລະ ໝາກໄມ້ທີ່ເປັນຜົນປະໂຫຍດ ສະອາດ ແລະ ປອດສານຜິດເຂົ້າສູ່ຮ່າງກາຍ ພ້ອມທັງເປັນມິດຕໍ່ສີ່ງແວດລ້ອມເຮັດໃຫ້ຮ່າງກາຍມີຄວາມແຂງແຮງ ຂອງປະເທດເຮົາມີຄວາມອຸດົມສົມບຸນ ເໜາະແກ່ການຜະລິດກະສິກຳຊາວກະສິກອນ ຈີງໄດ້ຫັນມາປູດພືດຜັກທີ່ປອດສາຜິດຫຼາຍຂື້ນ.

ຄືດັ່ງ ທ່ານ ສຸພາກອນ ທຳມະວົງ ອາຍຸ 38 ປີ ປະຈຸບັນຢູ່ບ້ານນາສະກາງ ເມືອງ ຊຳເໜືອ ແຂວງ ຫົວພັນ ອາຊີບພະນັກງານສັງກັດຢູ່ ພະແນກກວດກາພັກ- ລັດແຂວງ ຫົວພັນ ເຊີ່ງເປັນຜູ້ໜື່ງໃນການຍຶດຖືເອົາອາຊີບປູກຜັກອິນຊີຂາຍເປັນສິນຄ້າເປັນອາຊີບສຳຮອງ ຍາດເວລາຫ່ວາງຫຼັງຈາກເລີກໂມງການລັດຖະກອນ ແລະ ວັນພັກການເພື່ອສ້າງເສດຖະກິດຄອບຄົວ, ທ່ານ ສຸພາກອນ ໄດ້ເລົ່າໃຫ້ຟັງວ່າ: ແນວຄວາມຄິດລິເລີ່ມຕົນເອງໄດ້ໄປທັດສະນະກະສິກຳອິນຊີ ຂອງປະເທດສສ ຫວຽດນາມ ເຫັນເຂົາເຮັດໄດ້ຮັບຜົນດີ ຈື່ງໄດ້ນຳເອົາບົດຮຽນດັ່ງກ່າວມາຈັດຕັ້ງປະຕິບັດ,  ບວກກັບຄວາມຮັກມັກໃນການປູກຜະລິດກະສິກຳ ແບບປະສົມປະສານ ຈື່ງໄດ້ເລີ່ມຕົ້ນປູກຜັກເຮືອນຮົ້ມແຕ່ປີ 2017 ປູກໃນເນື້ອທີ 4 ໄລ່ ສຳລັບແຫຼ່ງທືນແມ່ນນຳໃຊ້ທືນຕົວເອງໂດຍຫັກຈາກເງີນເດືອນ ຈຳນວນໜື່ງໄວ້ໝູນໃຊ້ໃນການເຮັດສວນໃນການຈັດຊື່ແນວພັນ ແລະ ອຸປະກອນການກະເສດ ທຳອິດແມ່ນ 50 ລ້ານກ່ວາກີບ.ມີແຮງງານຫຼັກ 3 ຄົນ ສ່ວນແນວພັນແມ່ນນຳຊື້ຢູ່ນະຄອນຫຼວງວຽງຈັນ ແລະ ປະເທດເພື່ອນບ້ານ ຜ່ານການຂາຍພືດຜັກ ແມ່ນລາຍຮັບໄດ້ 60 ລ້ານກ່ວາກີບຕໍ່ປີ, , ຂັ້ນຕອນໃນການປູກທຳອິດແມ່ນໄດ້ກະກຽມພື້ນທີ່, ໄຖ່ດິນຕາກແດດໄວ້ແລ້ວເອົາປູນຂາວໂຮຍໃສ່ເພື່ອຂ້າເຊື້ອ ຕາກແດດໄວ້ປະມານ 15 ວັນຫຼັງຈາກນັ້ນກໍແປງເປັນໜານ ແລ້ວກໍເອົາຝຸ້ນຄອກມາໃສ່ຮອງພື້ນ  ແລ້ວນຳເອົາແນວພັນມາວ່ານໄດ້, ສຳລັບການບົວລະບັດຮັກສາແມ່ນຫົດນໍ້າເຊົ້າ – ແລງ ໃຊ້ຝຸ່ນຄອກ, ນຳສະກັດຊີວະພາບ ແລະ ໄດ້ຜະລິດຈຸລິຊີສັງເຄາະແສງໄວ້ຊົມໃຊ້ ເຫັນວ່າໄດ້ຮັບຜົນດີສົມຄວນເຂົ້າ ແລະ ຈະເນັ່ນປະລິມານ ແລະ ຄຸນນະພາບໃຫ້ເປັນຜັກອີນຊີປະສະຈາກການນຳໃຊ້ຝຸ່ນເຄມີເຂົ້າໃນການຜະລິດ,ສ່ວນບັນຫາ ແລະ ຂໍ້ຍຸງຢາກໃຫ້ການປູກກໍ່ມີແຕ່ບໍໄດ້ແມ່ນບັນຫາສະເພາະ ເປັນຕົ້ນແມ່ນການຊອກຝຸ່ນຄອກມາໃສ່ສວນແມ່ນຫາຍາກ ແລະ ອີຢ່າງໜື່ງກໍແມ່ນບັນຫາສັດຕູພືດບົ້ງແມ່ນກັດກິນຜັກ ວິທີແກ້ໄຂແມ່ນນໍາໃຊ້ນໍ້າສະໝູນໄພທີ່ເຮັດເອງ 7 ມື້ຈະສີດເທື່ອໜື່ງ ເພື່ອປ້ອງກັນພະຍາດແມງໄມ້, ພືດຜັກທີປູກມີຫຼາຍຊະນິດຄື: ຜັກກາດ, ຜັກບົ້ງ, ຜັກປັງ, ຜັກກາດ, ສະລັດ, ຜັກບົ່ວ ແລະ ພືດຜັກອື່ນໆຕາມລະດູການ ໃຊ້ເວລາປູກເດືອນໜື່ງແມ່ນໄດ້ເກັບກູ້ບາງຊະນິດ ເປັນຕົ້ນແມ່ນຜັກບົ່ວ, ຜັກບົ້ງຈະໄດ້ລາຄາສູງ 25,000 ຕໍ່ກິໂລ, ສ່ວນຜັກອື່ນໆ ແມ່ນ 10,000 ຕໍ່ 1 ກິໂລ  ,  ສ່ວນວ່າການຈຳນ່າຍແມ່ນມີແມ່ຄ້າມາສັ່ງຊື່ເອົາຢູ່ສວນເລີຍ, ສ່ວນໜື່ງກໍແມ່ນສົ່ງເຂົ້າຕາມຮ້ານອາຫານ ຂາປະຈຳພາຍໃນເທດສະບານເມືອງ ຊຳເໜືອສະເລ່ຍມື້ໜື່ງມີລາຍຮັບຈາກການຂາຍຜັກແມ່ນ 500,000ກີບ ເຖີງ 600,000 ກີບຕໍ່ມື້.

ນັບແຕ່ຫັນມາປູກຜັກອິນຊີເປັນອາຊີບເສີມເຮັດໃຫ້ມີລາຍຮັບເຂົ້າສູ່ຄອບຄົວ ແລະ ກໍມີຄວາມພາກພູມໃຈທີ່ໄດ້ເຮັດກິດຈະກຳນີ້ເພື່ອສະໜອງຜູ້ບໍລິໂພກ ຜັກປອດສານຜິດ ເຮັດໃຫ້ຄອບຄົວດີຂື້ນມີເຮື່ອນຢູ່ທີ່ຖາວອນ, ມີລົດຂີ່ຮັບໃຊ້ຄອບຄົວ ແລະ ສົ່ງລູດເຕົ້າໄດ້ເຂົ້າຮຽນຕາມແຜນທີ່ຕົນເອງຕັ້ງໄວ້ ແລະ ກໍສາມາດເປັນແບບຢ່າງໃຫ້ຊາວກະສິກອນ ແລະ ພະນັກງານລັດຖະກອນທີ່ໃຊ້ເວລາຫ່ວາງໃນເປັນປະໂຫຍດ ແລະ ຍັງເປັນບ່ອນທັດສະນະສຶກສາໃຫ້ແກ່ນັກຮຽນນັກສຶກສາທີ່ຈະເຂົ້າມາຮຽນຮູ້ ແລະ  ສ້າງເສດຖະກິດໃຫ້ດີຂື້ນຫຼຸດພົ້ນອອກຈາກຄວາມທຸກຍາກເທືອລະກ້າວ.

ແຜນການໃນຕໍ່ໜ້ານີ້ ເຫັນວ່າການສະໜອງພືດຜັກອອກສູ່ຕະຫຼາດແມ່ນຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ສະນັ້ນຈະໄດ້ຂະຫຍາຍເນື້ອທີ່ເຮືອນຮົ່ມຂື້ນຕື່ມອີກເພື່ອໃຫ້ສາມາດປູກຜັກໄດ້ຕະຫຼອດປີ ແລະ ຈະຊອກແຮງງານຊ່ວຍໃນການຜະລິດເພື່ອຂະຫຍາຍກິດຈະການ ແລະ ຈະນຳເອົາສັດລ້ຽງເປັນຕົ້ນແມ່ນເປັດໄກ່ ມາລ້ຽງເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຈາກການຊື້ຝຸ່ນຄອກຈາກບ່ອນອື່ນມາໃສ່ສວນ, ພິເສດອີກຢ່າງໜື່ງ ຍັງຈະໄດ້ທົດລອງການເຮັດຝຸ່ນບົ່ມຈາກເສດຫ້ຍາທີ່ເປັນວັດສະພືດໂດຍສະເພາະຍາມຜົນຈະເກີດຂື້ນຫລາຍ ຈະນຳມາເຮັດຝຸ່ນບໍ່ໃຫ້ປະຖີ້ມເສຍລ້າ ໃຊ້ໃຫ້ເປັນປະໂຫຍດ.

ໃນໂອກາດດັ່ງກ່າວ ທ່ານ ສຸພາກອນ ຍັງໄດ້ຝາກຝັງເຖີ່ງພໍ່ແມ່ປະຊາຊົນທີ່ຍັງບໍ່ມີອາຊີບທີ່ຄົງທີ່ຫັນມາຜະລິດກະສິກຳເປັນສິນຄ້າເພື່ອສ້າງສາເສດຖະກິດຄອບຄົວ ແລະ ສັງຄົມລາວໃຫ້ມີຄວາມກ້າວໜ້າ ໃນດານສະບຽງອາຫານ ຖ້າຫາກມີຜູ້ທີ່ສົນໃຈຢາກມາຮຽນຮູ້ມາສຶກສາເຕັກນິກການປູກ ຫຼື ຈະມາຊື້ຜະລິດຕະພັນຂອງທ່ານ ສາມາດມາໄດ້ທີ ບ້ານນາສະກາງ ເມືອງ ຊຳເໜືອ ແຂວງ ຫົວພັນ ຫຼື ຈະໂທມາທີ່ ເບີ 020 22887743.

ຂຽນໂດຍ: ນາງ ພອນທິບ ພັນທະວົງ

ໜ່ວຍງານຂ່າວສານພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນ

ບັນນາທິການ: ນາງ ພວງວັນມີວົງສາ ຮອງຫົວໜ້າ ຫ້ອງການບໍລິຫານ                               ແລະ ຈັດຕັ້ງ