ສຳເລັດພິທີມອບ-ຮັບໂຄງການຊົນລະປະທານ ນ້ຳຕີ້ວ3, ບ້ານເມືອງເປີ້, ເມືອງຊ່ອນ, ແຂວງຫົວພັນ.

ວັນ​ທີ 21 ມີ​ຖຸ​ນາ 2020 ເມືອງຊ່ອນໄດ້ສຳເລັດພິທີມອບ-ຮັບໂຄງການຊົນລະປະທານ ນ້ຳຕີ້ວ3, ບ້ານເມືອງເປີ້, ເມືອງຊ່ອນ, ແຂວງຫົວພັນ.ໂດຍການເປັນປະທານຂອງ​ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ພູວົງ ສີສົມຮັກ ກຳມະການພັກແຂວງ, ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ມີ​ບັນ​ດາພາກສ່ວນທີ່ກ່ຽວຂອງ​ຂັ້ນ​ແຂວງ, ​​ເມືອງ, ພ້ອມດ້ວຍອຳ​ນາດ​ການ​ປົກ​ຄອງ​ບ້ານ ແລະ ຕົວ​ແທນ​ຈາກ​ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ເຂົ້າ​ຮ່ວມ​ນຳ.     

                                                                                                                                  

    ໂຄງການຊົນລະປະທານ, ນ້ຳຕີ້ວ3, ບ້ານເມືອງເປີ້, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 31 ມີນາ 2020 ເຖີງວັນທີ 19 ມີຖຸນາ 2020 ແມ່ນໄດ້ກໍ່ສ້າງສຳເລັດຂອງໜ້າວຽກທັງໝົດ, ເປັນຕົ້ນ​ການກໍ່​ສ້າງລະ​ບົບ​ຫົວ​ງານ​ມີ: ດິນ​ຂຸດ, ດິນ​ຖົມ, ອະ​ນາ​ໄມ​ພື້ນ​ທີ່, ກໍ່​ຫີນ​ຟູ, ຫີນ​ລຽງ, ເບ​ຕົງ​ເສີມ​ເຫຼັກ, ເບ​ຕົງ​ກັນ​ເປື້ອນ, ຕິດ​ຕັ້ງ​ປະ​ຕູ​ລະ​ບາຍນ້ຳ​ຊາຍ, ປະ​ຕູ​ເອົາ​ນ້ຳ​ເຂົ້າ​ຄອງ​ຄົບ​ຊຸດ, ມີ​ຄວາມ​ກ້​ວາງ 36 ແມັດ, ລວງ​ສູງ​ສັນ​ຝາຍ 1 ແມັດ​ຫົກ, ຄວາມ​ສູງ​ຂອບ​ຝາຍ​ຄອງເໝືອງ 4 ແມັດ, ລວມ​ມູນ​ຄ່າ​ການກໍ່​ສ້າງ​ທັງ​ໝົດ 1 ຕື້ 3 ຮ້ອຍ​ກ່​ວາ​ລ້ານ​ກີບ.

 

ໂຄງການຊົນລະປະທານນ້ຳຕີ້ວ ສາມາດຫົດເນື້ອທີ່ນາ 40 ກ່ວາເຮັກຕາໂດຍສະເພາະແມ່ນພື້ນພູ​ເນື້ອ​ທີ່​ນາ​ເກົ່າ ແລະ ເນື້ອ​ທີ່​ນາ​ຊັບ​ຊ່າວ​ໃໝ່, ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ການ​ຖາງ​ປ່າ​ເຮັດ​ໄຮ່, ເພື່ອ​ເປັນ​ການ​ຈັດ​ສັນ​ອາ​ຊີບ​ຄົງ​ທີ່​ໃຫ້​ແກ່​ປະ​ຊາ​ຊົນ​ແນ​ໃສ່​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ​ໃຫ້​ດີ​ຂື້ນ, ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ໃຫ້​ສາ​ມາດ​ກຸ້ມ​ຕົນ​ເອງ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍ​ຮັບ​ເພື່ມ​ຂື້ນ, ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ດີ​ຂື້ນ​ເທື່ອ​ລະ​ກ້າວ, ກ່າວມອບ​ໂຄງ​ການ​ໂດຍ: ບໍ​ລິ​ສັດ ​ວົງ​ສຸກ​ທະ​ວີ​ຊັບ​ກໍ່​ສ້າງ, ກ່າວ​ຮັບ​ໂດຍ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​ໃນ​ນາມ​ເຈົ້າ​ຂອງ​ໂຄງ​ການ, ຈາກນັ້ນມອບ​ຕໍ່​ໃຫ້​ປະ​ຊາ​ຊົນ​ບ້ານ​ເມືອງ​ເປີ້ ເຊັນສັນຍາມອບ-ຮັບ ​ນຳໃຊ້​ຊົນ​ລະ​ປະ​ທານ​ຢ່າງ​ເປັນ​ທາງ​ການ.

ຕອນ​ທ້າຍໃຫ້​ກຽດ​ໂອ້​ລົມ ທ່ານ​ ທອງ​ພັດ ​ວົງ​ມະ​ນີ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ມີ​ຄຳ​ຄິດ, ຄຳ​ເຫັນ​ໃນ​ການ​ນຳ​ໃຊ້​ຊົນ​ລະ​ປະ​ທານ​ແຫ່ງນີ້​ເພື່ອ​ເຮັດ​ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ​ວ່າ: .

 

ພາບ-​ຂ່າວ ຄຳພະແກ້ວ ອິນທະວົງ

ໜ່ວຍງານຂ່າວສານ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.